Select your language

ອາຈານ ແລະ ນັກສຶກສາ ມຊ ເຂົ້າຮ່ວມກອງປະຊຸມຝຶກອົບຮົມການສົ່ງເສີມຄວາມກ້າວໜ້າແມ່ຍິງຜ່ານການຍົກລະດັບທັກສະດິຈິຕ໋ອນ ແລະ ຄວາມເປັນຜູ້ນໍາ ຢູ່ ສ. ເກົາຫຼີ, ໃນໄລຍະວັນທີ 9-14 ພະຈິກ 2025, ທ່ານ ປອ. ນາງ ໃບສີ ວາເນັ່ງຈື ຄະນະສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ມຊ ໄດ້ນໍາພານ້ອງນັກສຶກສາຍິງ ຈໍານວນ 07 ຄົນ ຈາກຄະນະວິຊາຕ່າງໆພາຍໃນ ມຊ ເຂົ້າຮ່ວມກອງປະຊຸມຝຶກອົບຮົມໃນຫົວຂໍ້: ການສົ່ງເສີມຄວາມກ້າວໜ້າແມ່ຍິງຜ່ານການຍົກລະດັບທັກສະດິຈິຕ໋ອນ ແລະ ຄວາມເປັນຜູ້ນໍາ (Women’s Empowerment through Digital Skills and Leadership Education) ທີ່ ມະຫາວິທະຍາໄລສະຕຼີສຸກມຽງ (Sookmyung Women’s University), ສ. ເກົາຫຼີ. ໃນກອງປະຊຸມດັ່ງກ່າວ, ນັກສຶກສາໄດ້ເຂົ້າຮຽນ, ເຮັດກິດຈະກໍາ ແລະ ແລກປ່ຽນດ້ານວິຊາການກັບນັກສຶກສາທີ່ມາຈາກມະຫາວິທະຍາໄລຕ່າງໆໃນຂົງເຂດອາຊີ, ໂດຍສະເພາະ ສ. ເກົາຫຼີ; ສປປ ລາວ; ສສ ຫວຽດນາມ; ກໍາປູເຈຍ; ແລະ ອີນໂດເນເຊຍ, ໃນຫຼາຍຫົວຂໍ້ເຊັ່ນ: Python program, AI & Autonomous Vehide, Deep Learning Model, Data Visualization, Autonomous Driving, Entrepreneurship, Start-Up Basic. ນອກຈາກນີ້, ພວກກ່ຽວຍັງໄດ້ແລກປ່ຽນຮຽນຮູ້ດ້ານວັດທະນະທໍາ ແລະ ການສຶກສາ ເພື່ອສົ່ງເສີມ ແລະ ຍົກສູງຖານະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງເພດຍິງໃນຂົງເຂດວຽກງານຕ່າງໆ.

ການເຂົ້າຮ່ວມກອງປະຊຸມຝຶກອົບຮົມຂອງ ອາຈານ ແລະ ນັກສຶກສາ ຄັ້ງນີ້ ແມ່ນໝາກຜົນຂອງການຮ່ວມມືຕ່າງປະເທດເພື່ອສ້າງຄວາມເຂັ້ມແຂງດ້ານວິຊາການ ແລະ ຮັບປະກັນຄຸນະພາບການສຶກສາໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງໃນຕະຫຼາດແຮງງານ. ພ້ອມກັນນີ້, ມຊ ກໍຍັງໃຫ້ຄວາມສໍາຄັນໃນການສົ່ງເສີມຄວາມກ້າວໜ້າແມ່ຍິງ ເພື່ອໃຫ້ສາມາດບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.... ພວກເຮົາດີໃຈ ແລະ ພູມໃຈຫຼາຍ ທີ່ພະນັກງານ-ອາຈານ ແລະ ນັກສຶກສາ ມຊ ທຸກທ່ານ ມີຄວາມຫາວຫັນ ແລະ ຊອກໂອກາດໃນການແລກປ່ຽນຮຽນຮູ້ ແລະ ເກັບກ່ຽວປະສົບການໃໝ່ໆຢູ່ຕ່າງປະເທດ