Select your language

ໃນວັນທີ 19 ພະຈິກ 2025 ນີ້, ຄະນະສຶກສາສາດ (ຄສສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994 – 7 ຕຸລາ 2025) ແລະສະຫຼຸບສົກສຶກສາ 2024-2025 ແລະເປີດສົກຮຽນໃໝ່ 2025-2026 ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີທ່ານ ອານຸໄທ ສຸວັນດວນ ຮອງຫົວໜ້າຄະນະວິຊາ ຄສສ, ພ້ອມດ້ວຍທ່ານຮອງຫົວໜ້າຄະນະວິຊາ, ແຂກຖືກເຊີນ, ພະນັກງາານ, ຄູ-ອາຈານ ແລະນັກສຶກສາທົ່ວຄະນະເຂົ້າຮ່ວມ.

ໃນພິທີ ທ່ານ ປອ. ໄຊ ພອນແກ້ວ ຮອງຫົວໜ້າຄະນະວິຊາ ຄສສ ກໍໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງ ໄດ້ມາຍຶດຄອງລາວ ໃນປີ ຄສ 1893 ເປັນຕົ້ນມາ ພວກເຂົາເຈົ້າບໍ່ໄດ້ເອົາໃຈໃສ່ເຖິງການຂະຫຍາຍໂຮງຮຽນຢູ່ໃນປະເທດລາວພໍເທົ່າໃດ. ມາເຖິງປີ ຄສ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ. ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍເຕັມທີ່. ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວຄຳ ໄດ້ຮຽນຈົບຫ້ອງທີ I (ປ.6). ປີ ຄສ 1907 ທ້າວ ຄຳ ໄດ້ເຂົ້າຮ່ວມຮັບການອົບຮົມຄູ ຊຶ່ງຖືວ່າເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ ພາຍຫຼັງການອົບຮົມສຳເລັດ ມາເຖິງວັນທີ 7 ຕຸລາ 1907 ທ້າວຄຳເລີ່ມເປັນຄູສອນ. ຍ້ອນພວກລ່າເມືອງຂຶ້ນຝຣັ່ງເຫັນອິດທິພົນຂອງພະສົງໃນວຽກງານການສຶກສາ ພວກເຂົາຈຶ່ງຫັນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນໃຫ້ກວ້າງອອກກ່ວາເກົ່າ ດ້ວຍຮູບການເປີດໃຫ້ມີໂຮງຮຽນສ້າງຄູສົງຂຶ້ນໃນປີ 1907 ທີ່ວັດຈັນ ຊຶ່ງປະກອບມີພະສົງ 50 ກວ່າອົງ ໄດ້ເຂົ້າຮຽນ ໂດຍ ທ້າວ ຄຳ ກໍເປັນຄູສອນຢູ່ໂຮງຮຽນປະຖົມແຫ່ງນີ້. ຍ້ອນຈິດໃຈຮັກຊາດຂອງນາຍຄູຄຳ, ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ ເພື່ອບໍ່ໃຫ້ຊາດລາວເຊື່ອມເສຍເປັນຊາດຝຣັ່ງ ຍ້ອນພະສົງໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືເຊັ່ນນັ້ນ ພາຍຫຼັງທີ່ພວກເພິ່ນຈົບການອົບຮົມຄູແລ້ວ ກໍໄດ້ມີພະສົງຫຼາຍອົງບໍ່ໄປເປັນຄູ ເພື່ອຮັບໃຊ້ນະໂຍບາຍການສຶກສາຂອງພວກລ່າເມືອງຂຶ້ນຝຣັ່ງ.

ຕໍ່ມາປີ ຄສ 1913 ນາຍຄູຄຳ ໄດ້ສອນຢູ່ໂຮງຮຽນຕັບໂຟແລງ (ບີເອ ຕັບໂຟແລງ) ລວມມີຄູລາວ 3 ຄົນ. ມາເຖິງກາງເດືອນພະຈິກ ປີ ຄສ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນຳໂດຍນາຍຄູຄຳໄດ້ລະເບີດຂຶ້ນຢູ່ວຽງຈັນ, ການຕໍ່ສູ້ໄດ້ດຳເນີນໄປຢ່າງຮຸນແຮງ ຄູຄຳໄດ້ຖືກພວກຝຣັ່ງຈັບ ແລະ ນຳຕົວໄປຂັງຄຸກ. ພາຍຫຼັງຖືກຄຸມຂັງໄດ້ໄລຍະໜຶ່ງ ນາຍຄູຄຳໄດ້ໂຕນອອກຈາກຄຸກ ແລ້ວຂ້າມແມ່ນ້ຳຂອງໄປອາໄສຢູ່ນຳພີ່ນ້ອງທີ່ບາງກອກ (ປະເທດໄທ). ປີ 1949 ນາຍຄູຄຳໄດ້ເຈັບປ່ວຍ ແລະ ໄດ້ເສຍຊີວິດຍ້ອນພະຍາດຂອງເພິ່ນຢູ່ທີ່ວັດສີທາລາມ (ປະເທດໄທ). ພາຍຫຼັງປະຊາຊົາລາວ ໄດ້ລຸກຮື້ຂຶ້ນຍຶດອຳນາດ ໃນວັນທີ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາມີລັກສະນະຊາດ ຈຶ່ງຄ່ອຍໆປະກົດຕົວເປັນຮູບເປັນຮ່າງຂຶ້ນມາ. ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ຂອງຈັກກະພັດພາຍນອກແລະຜູ້ຮຸກຮານ ໄດ້ຮັບໄຊຊະນະ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປານາຂຶ້ນໃນວັນທີ 2 ທັນວາ 1975 ເຫດການປະຫວັດສາດດັ່ງກ່າວ ກໍໄດ້ເປັນເງື່ອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວ ໄດ້ຮັບການພັດທະນາ, ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ. ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮໍ່າຮຽນຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູ ທີ່ມີນ້ຳໃຈຮັກຫອມປະເທດຊາດ, ມີຄວາມຮູ້ຄວາມສາມາດ ຊຶ່ງໄດ້ຜ່ານການອົບຮົມມາຈາກຫຼາຍປະເທດ ໃນພາກພື້ນແຫ່ງໂລກຕາເວັນຕົກ, ຕາເວັນອອກ ແລະ ຈາກການຊຸບກໍ່ສ້າງ ຢູ່ພາຍໃນປະເທດຢ່າງພຽງພໍ ເຂົ່າເຈົ້າເຫຼົ່ານັ້ນໄດ້ນຳເອົາຄວາມຮູ້ຄວາມສາມາດປະກອບສ່ວນກໍ່ສ້າງປະເທດຊາດ ເພື່ອນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ, ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດມາແຕ່ລະສະໄໝ ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສຳນຶກເຖິງຄຸນງາມຄວາມດີຂອງຄູໃນສັງຄົມ ໄດ້ກາຍເປັນພຶດຕິກຳໃນຕົວຈິງ ຈຶ່ງເຫັນມີຄວາມຈຳເປັນຈະຕ້ອງກຳນົດໃຫ້ມີວັນຄູແຫ່ງຊາດລາວ. ໂດຍກຳນົດເອົາວັນເຂົ້າຮັບລາຊະການ ເພື່ອເປັນຄູຂອງນາຍຄູຄຳ ຊຶ່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ແລະ ກຳນົດ ວັນທີ 7 ຕຸລາ ເພື່ອເປັນວັນຄູແຫ່ງຊາດລາວ.

ຫຼັງຈາກນັ້ນ, ທ່ານ ປອ. ບຸນຊູ ໄຊຍະສອນ ຮອງຫົວໜ້າຄະນະວິຊາ ຄສສ ກໍໄດ້ຂຶ້ນຜ່ານບົດສະຫຼຸບປະຈຳສົກສຶກສາ 2024-2025 ແລະເປີດສົກຮຽນໃໝ່ 2025-2026 ໂດຍທ່ານໄດ້ຍົກໃຫ້ເຫັນຫຼາຍຜົນງານທີ່ພົ້ນເດັ່ນຂອງຄະນະໃນໄລຍະຜ່ານມາເຊັ່ນ: ວຽກງານທາງວິຊາການສຳລັບສົກສຶກສາ 2024-2025 ມີນັກສຶກສາໃນລະດັບປະລິນຍາຕີທີ່ສຳເລັດການສຶກສາທັງໝົດ 78 ຄົນ ຍິງ 52 ຄົນ ໃນນີ້ໄດ້ຮັບປະກາສະນີຍະບັດກຽດນິຍົມທັງໝົດ 3 ຄົນ ຍິງ 2 ຄົນ, ລະດັບປະລິນຍາໂທ 101 ຄົນ ຍິງ 48 ຄົນ, ລະດັບປະລິນຍາເອກ 4 ຄົນ ຍິງ 2 ຄົນ; ສໍາເລັດໂຄງການສອນພາສາອັງກິດໃນຊ່ວງພັກແລ້ງໃຫ້ນ້ອງນັກຮຽນ ມສ ສາທິດຮ່ວມກັບໂຄງການ ELIC ໂດຍມີນ້ອງນັກຮຽນເຂົ້າຮ່ວມຈຳນວນ 250 ຄົນ; ດ້ານການຮ່ວມມືສາກົນ ຄສສ ໄດ້ມີການຂະຫຍາຍການຮ່ວມມືກັບພາກສ່ວນຕ່າງໆຢ່າງກວ້າງຂວາງທັງພາຍໃນ ແລະຕ່າງປະເທດເຊັ່ນ: ໂຄງການ DVV (ຈາກປະເທດເຢຍລະມັນ), ໂຄງການ Eco-Health (JICA), ໂຄງການ ELIC ແລະໂຄງການ UNFPA ເປັນຕົ້ນ.

ສຳລັບທິດທາງແຜນການໃນຕໍ່ໜ້າຄະນະຈະສືບຕໍ່ເອົາໃຈໃສ່ວຽກງານຈຸດສຸມ ແລະບາງບັນຫາທີ່ຍັງຄົງຄ້າງ ຄຽງຄູ່ກັບການລົງຕິດຕາມກວດກາຢ່າງໃກ້ຊິດຕິດແທດຂອງຄະນະນຳຂອງຄະນະເອງ.

ພ້ອມນັ້ນ,ໃນພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໂດຍທ່ານໄດ້ກ່າວວ່າ: ຄສສ ເປັນຄະນະທີ່ມີການຮຽນ-ການສອນທີ່ຫຼາກຫຼາຍລະດັບ ໂດຍເລີ່ມມີແຕ່ລະດັບອະນຸບານ, ປະຖົມ, ມັດທະຍົມ, ປະລິນຍາຕີ, ປະລິນຍາໂທ ແລະປະລິນຍາເອກ ທີ່ພັດທະນາຢ່າງບໍ່ຢຸດຢັ້ງ, ທ່າມກາງສິ່ງທ້າທ້າຍທີ່ເກີດຂຶ້ນໃນປັດຈຸບັນຕໍ່ກັບການສຶກສາໃນປະເທດເຮົາ ຄະນະນຳ, ຄູ-ອາຈານ ຂອງ ຄສສ ກໍບໍ່ໄດ້ລົດລະຄວາມພະຍາຍາມ ເຫັນໄດ້ວ່າຍັງສືບຕໍ່ໃນການສູ້ຊົນ ດຳເນີນການຮຽນ-ການສອນຢ່າງເປັນປົກກະຕິ, ພັດທະນາການຮຽນ-ການສອນທີ່ເປັນທາງເລືອກໃຫ້ກັບນັກສຶກສາໄດ້ຫຼາຍຂຶ້ນກວ່າເກົ່າ ເພື່ອສ້າງຊັບພະຍາກອນມະນຸດ ກໍ່ຄືບຸກຄະລາກອນຄູອອກມາຮັບໃຊ້ສັງຄົມ.

ຮູບພາບບັນຍາກາດ