Select your language

ໃນຕອນເຊົ້າ ວັນທີ 22 ພະຈິກ 2025, ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການແຂ່ງຂັນອອບແບບສາລາຊົມນົກ ຂອງສວນນົກໜານຊານ ສປ ຈີນ ປະຈຳປີ 2025 ພາຍໃຕ້ຫົວຂໍ້ “ຄວາມລຽບງ່າຍ Minimalism” ທີ່ຫ້ອງປະຊຸມຂອງຄະນະ, ໂດຍການເຂົ້າຮ່ວມຂອງທ່ານ ອະພິສິດ ສີຫາລາດ ຮອງຫົວຫນ້າຄະນະວິຊາ ຄສປ, ມີທ່ານຮອງຫົວຫນ້າຄະນະວິຊາ, ຄະນະກຳມະການ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມແບບເຊິ່ງໜ້າ ແລະອອນລາຍ.

ໃນໂອກາດນີ້, ທ່ານ ອະພິສິດ ສີຫາລາດ ກໍໄດ້ມີຄຳເຫັນໃນພິທີໂດຍທ່ານໄດ້ລາຍງານໂດຍທ່ານໄດ້ກ່າວວ່າ: ການແຂ່ງຂັນການອອກແບບຄັ້ງນີ້ ແມ່ນເພື່ອຄັດເລືອກເອົາຕົວແທນນັກສຶກສາ ສະຖາປັດຕະຍະກຳສາດຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນໃນລະດັບນາໆຊາດ ທີ່ເມືອງໜານຊານ ສປ ຈີນ ໂດຍມີນັກສຶກສາຄະນະຈາກ 3 ມະຫາວິທະຍາໄລເຂົ້າຮ່ວມຄື: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລຈຳປາກສັກ ແລະມະຫາວິທະຍາໄລສຸພານຸວົງ; ໂຄງການດັ່ງກ່າວ ເປັນການຮ່ວມມືຈາກຫຼາຍພາກສ່ວນໂດຍສະເພາະແມ່ນມະຫາວິທະຍາໄລເຕັກໂນໂລຊີຊາວຊາຍນາ (South China University of Technology) ແລະ ສວນນົກໜານຊານ ສປ ຈີນ. ເຊິ່ງ ສປປ ລາວ ໄດ້ສົ່ງນັກສຶກສາເຂົ້າຮ່ວມການແຂ່ງຂັນປີນີ້ເປັນປີທີ 4 ນັ້ນເອງ.

ການແຂ່ງຂັນຄັ້ງນີ້ ມີນັກສຶກສາສົ່ງຜົນງານເຂົ້າຮ່ວມຄັດເລືອກທັງໝົດ 24 ທີມ ໂດຍໄດ້ເປີດຮັບສະໝັກ ແຕ່ທ້າຍເດືອນກັນຍາເປັນຕົ້ນມາ ແລະຜ່ານການຄັດເລືອກເຂົ້າຮ່ວມແຂ່ງຂັນໃນຮອບສຸດທ້າຍທັງຫມົດ 10 ທີມ ເປັນຜົນງານການອອກແບບຈາກນັກສຶກສາ ມະຫາວິທະຍາໄລແຫ່ງຊາດ 7 ທີມ , ເປັນຜົນງານການອອກແບບຈາກນັກສຶກສາ ມະຫາວິທະຍາໄລສຸພານຸວົງ 1 ທີມ ແລະ ຜົນງານການອອກແບບຈາກ ນັກສຶກສາ ມະຫາວິທະຍາໄລຈຳປາສັກ 2 ທີມ (ທີມທີ່ໄດ້ລາງວັນທີ 1 ຈະໄດ້ເປັນຕົວແທນຂອງ ສປປ ລາວ ເຂົ້າຮ່ວມການແຂ່ງຂັນ ຢູ່ ສປ ຈີນ). ເງື່ອນໄຂຂອງການແຂ່ງຂັນ ນັກສຶກສາແຕ່ລະທີມຈະໄດ້ຂຶ້ນນຳສະເຫໜີຜົນງານຂອງຕົນເອງໂດຍມີເວລາໃນການນຳສະເຫນີຜົນງານ 5 ນາທີ ສາຍວີດີໂອແນະນຳ 2 ນາທີ ແລະ ຕອບຄໍາຖາມອີກ 8 ນາທີ.

ຜ່ານການແຂ່ງຂັນຜົນປະກົດວ່າທີມນັກສຶກສາຈາກ ມະຫາວິທະຍາໄລສຸພານຸວົງ ຊື່ທີມ 3IAR ຄ້ວາລາງວັນທີ 1 ໄດ້ຮັບທຶນການສຶກສາ 15,300,000 ກີບ ພ້ອມທັງເປັນຕົວແທນນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນໃນລະດັບນາໆຊາດ; ລາງວັນທີ 2 ມີສອງທີມຄືທີມນັກສຶກສາຈາກ ມຊ ຊື່ທີມ: New Era ແລະ KU KHEAN ໄດ້ຮັບທຶນການສຶກສາທີມລະ 9,200,000 ກີບ ; ລາງວັນທີ 3 ມີສາມທີມ ໄດ້ແກ່ທີມ Seed to shine, ທີມ BEYON 19 ຈາກ ມະຫາວິທະຍາໄລຈຳປາສັກ ແລະທີມ Wingless ຈາກ ມຊ ໄດ້ຮັບທຶນການສຶກສາທີມລະ 3,100,000 ກີບ.

ຮູບພາບບັນຍາກາດ