ໃນວັນທີ 21 ພະຈິກ 2025 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ກຸ່ມບໍລິສັດຄວບຄຸມການລົງທຶນແຫ່ງຊາດລາວ ໄດ້ລົງນາມການຮ່ວມມືທາງດ້ານວິຊາການຮ່ວມກັບ ກຸ່ມບໍລິສັດຄວບຄຸມການລົງທຶນແຫ່ງຊາດລາວ ທີ່ຫ້ອງປະຊຸມສຳນັກງານອະທິການບໍດີ ມຊ, ໂດຍການລົງນາມຝ່າຍ ມຊ ແມ່ນ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ ແລະຝ່າຍ ກຸ່ມບໍລິສັດຄວບຄຸມການລົງທຶນແຫ່ງຊາດລາວ ໂດຍທ່ານ ທ່ານ Cyril CHAN ຮອງປະທານ, ມີບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ທີ່ກ່ຽວຂ້ອງຈາກສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຈຸດປະສົງ ແລະ ຂອບເຂດຂອງສັນຍາສະບັບນີ້ ແມ່ນເພື່ອກະຕຸກຊຸກຍູ້ ການຮ່ວມມືດ້ານວິຊາການ ແລະ ການສຶກສາລະຫວ່າງສອງຝ່າຍ ບົນພື້ນຖານຄວາມຖືກຕ້ອງ, ຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ການຮ່ວມມືເພື່ອແນໃສ່ ເພື່ອເສີມຂະຫຍາຍຍົກລະດັບຄວາມຮູ້ ແລະ ຄວາມສາມາດຂອງນັກສຶກສາ ແລະ ບັນດາຄູອາຈານ,ເພື່ອເພີ່ມປະສິດທິພາບ ແລະ ປະກອບສ່ວນເຂົ້າໃນວຽກງານວິຊາສະເພາະຕ່າງໆ ແລະ ສົ່ງເສີມກິດຈະກຳ ການແລກປ່ຽນການຮ່ວມມືດ້ານການຄົ້ນຄວ້າ ແລະ ການສິດສອນ.