ໃນລະຫວ່າງວັນທີ 24 - 28 ພະຈິກ 2025 ທີ່ຜ່ານມາ ທ່ານ ທອງສຸກ ແກ້ວມະນີ ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍຄະນະອາຈານ ຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ໄດ້ເດີນທາງໄປຮ່ວມກອງປະຊຸມເຝິກອົບຮົມການສ້າງຫຼັກສູດຍ່ອຍ ໃນໂຄງການ MICRO4ASIA ເຊິ່ງເປັນໂຄງການພາຍໃຕ້ທຶນຂອງ Erasmus+ ແລະ ມະຫາວິທະຍາໄລແຫ່ງຊາດ, ໂດຍມີປະເທດຄູ່ຮ່ວມຈັດຕັ້ງປະຕິບັດທັງໝົດ 10 ມະຫາວິທະຍາໄລ ຈາກຢູໂຣບ, ສສ ຫວຽດນາມ ແລະ ສປປ ລາວ; ໃນນັ້ນຈາກຢູໂຣບ 4 ມະຫາວິທະຍາໄລຄື: Masaryk University (MU), University of Dubrovnik (UNIDU), University of Siena (UNISI) ແລະ Institut de Haute Formation aux Politiques Communautaires (IHF): 3 ມະຫາວິທະຍາໄລຈາກ ສສ ຫວຽດນາມ ຄື University of Economics Ho Chi Minh City (UEH), Ho Chi Minh City University of Banking (BUH) ແລະ National Economics University (NEU); ແລະ 2 ມະຫາວິທະຍາໄລ ແລະ 1 ສະຖາບັນ ຈາກ ສປປ ລາວ ຄື: ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລຈຳປາສັກ (ມຈ) ແລະ ສະຖາບັນການເງິນ ແລະ ການທະນາຄານ (ສທຄ) ເຂົ້າຮ່ວມ.
ການເຝິກອົບຮົມແມ່ນໄດ້ດຳເນີນໄປແຕ່ວັນທີ 24 - 27 ພະຈິກ 2025 ເຊິ່ງໄດ້ແລກປ່ຽນປະສົບການການຈັດຕັ້ງປະຕິບັດຫຼັກສູດຍ່ອຍທີ່ຢູ່ໂຣບ ໂດຍສະເພາະແມ່ນຢູ່ University of Dubrovnik, ພ້ອມດຽວກັນ ກໍໄດ້ໄປຢ້ຽມຊົມຫ້ອງອັດລາຍການຂອງມະຫາວິທະຍາໄລ ເຊິ່ງເຮັດການຖ່າຍທຳວີດີໂອເພື່ອສິດສອນແບບອອນລາຍ.
ນອກນັ້ນ ກໍຍັງເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 1 ຂອງໂຄງການ ເພື່ອຮັບຟັງບົດສະຫຼຸບໂຄງການໄລຍະ 1 ປີຜ່ານມາ ແລະ ແຜນການຕໍ່ໜ້າ, ຖອດຖອນບົດຮຽນ, ແລະ ແລກປ່ຽນຄວາມຄິດເຫັນ ໃນການຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິພາບຍິ່ງຂື້ນໃນປີຕໍ່ໄປ.