Select your language

ໃນວັນທີ 4 ທັນວາ 2025 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮ່ວມລົງນາມການຮ່ວມມືສືບຕໍ່ມອບທຶນການສຶກສາໃຫ້ກັບນັກສຶກສາ ມຊ ຮ່ວມກັບບໍລິສັດເຄບີໂຄລາວ ເຊົ່າສິນເຊື່ອ ທີ່ສຳນັກງານອະທິການບໍດີ ມຊ, ໂດຍການລົງນາມຕາງໜ້າຝ່າຍ ມຊ ໂດຍທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ ແລະລົງນາມຕາງໜ້າຝ່າຍບໍລິສັດເຄບີໂຄລາວ ເຊົ່າສິນເຊື່ອ ໂດຍທ່ານ ຮຽນຈູອິນ ຜູ້ອຳນວຍການໃຫຍ່ ບໍລິສັດເຄບີໂຄລາວ ເຊົ່າສິນເຊື່ອ, ມີບັນດາທ່ານຫົວໜ້າຫ້ອງການ, ຕາງໜ້າຄະນະວິຊາ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຮ່ວມມືໃນຄັ້ງນີ້ ບໍລິສັດຈະໄດ້ມອບທຶນການສຶກສາໃຫ້ກັບນັກສຶກສາ ມຊ ທັງໝົດ 20 ທຶນ ໂດຍແບ່ງໃຫ້ກັບນັກສຶກສາທີ່ກຳລັງສຶກສາຢູ່ຄະນະນິຕິສາດ ແລະລັດຖະສາດ ຈຳນວນ 5 ທຶນ, ຄະນະວິສະວະກຳສາດ ຈຳນວນ 5 ທຶນ ແລະຄະນະວິຊາຕ່າງໆຈຳນວນ 10 ທຶນ ເຊິ່ງຈະຄັດເອົານັກສຶກສາຜູ້ທີ່ຜົນການຮຽນດີ, ມີຄວາມຫ້າວຫັນ ແຕ່ຫຍຸ້ງທາງດ້ານຄອບຄົວ ເພື່ອເປັນການສົ່ງເສີມໃຫ້ນັກສຶກສາໄດ້ສຶກສາຮໍ່າຮຽນ ແລະແບ່ງເບົາພາລະ. ສຳລັບການສະໝັກແມ່ນຈະເລີ່ມເປີດໃນນັກສຶກສາໄດ້ສະໝັກຢູ່ຄະນະ ເຊິ່ງຈະມີການແຈ້ງຜ່ານຄະນະວິຊາ.

ຮູບພາບບັນຍາກາດ