ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດເວທີສຳມະນາລະດັບຊາດກ່ຽວກັບວຽກງານປົກປ້ອງສັງຄົມ ພາຍໃຕ້ຫົວຂໍ້ “ການຫັນເປັນດິຈິຕອນ, ເພື່ອກ້າວຜ່ານການປ່ຽນແປງ ແລະການບໍລິການຍຸກໃໝ່” ໃນຕອນບ່າຍວັນທີ 8 ພະຈິກ 2025 ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມຊ, ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ຫົວໜ້າກອງເລຂາ ຄະນະກຳມະການປົກປ້ອງສັງຄົມ ຂັ້ນສູນກາງ, ຫົວໜ້າຄະນະວິຊາ-ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດສັງຄົມ, ຜູ້ອຳນວຍການຈາກອົງການ OXFAM, ອົງການແຮງງານສາກົນ (ILO) ແລະອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.
ໃນພິທີ, ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ກໍໄດ້ມີຄຳເຫັນໃນທີ່ປະຊຸມໂດຍທ່ານໄດ້ກ່າວວ່າ: ໃນໄລຍະຜ່ານມາ ອົງການຈັດຕັ້ງສາກົນ ໂດຍສະເພາະ ອົງການແຮງງານສາກົນ (ILO) ແລະ ອົງການ OXFAM ໂດຍສົມທົບຮ່ວມມືກັບພາກລັດຖະບານ ໄດ້ປະກອບສ່ວນສຳຄັນໃນພັດທະນາ ນະໂຍບາຍປົກປ້ອງສັງຄົມ ແລະສ້າງກົນໄກ-ເຄື່ອງມືຕ່າງໆ ເພື່ອຊຸກຍູ້ ແລະພັດທະນາກົນໄກການເຂົ້າເຖິງສະຫວັດດີການສັງຄົມແບບທາງການ ແລະບໍ່ເປັນທາງການ ໂດຍສະເພາະການເຜີຍແຜ່, ການໃຫ້ຂໍ້ມູນກ່ຽວກັບວຽກງານປົກປ້ໍອງສັງຄົມ. ແນວໃດກໍຕາມໃນທາງປະຕິບັດແມ່ນມີຄວາມຈຳເປັນໃນການຈັດເວທີສຳມະນາແລກປ່ຽນທາງວິຊາການເພື່ອເປັນການທົບທວນ ການຈັດຕັ້ງປະຕິບັດການເຜີຍແຜ່ວຽກງານສະຫວັດດີການສັງຄົມ ເຊິ່ງໃນໄລຍະຜ່ານອົງການແຮງງານສາກົນ ໂດຍສົມທົບກັບກະຊວງແຮງງານ ແລະສະຫວັດດີການສັງຄົມ, ດັ່ງນັ້ນ ການຈັດງານໃນຄັ້ງນີ້ຖືເປັນເວທີສຳມະນາລະດັບຊາດທີ່ສຳຄັນ ເພື່ອເປີດໂອກາດໃຫ້ໄວໜຸ່ມນັກສຶກສາ ມຊ ມີສ່ວນຮ່ວມ ແລະເຂົ້າໃຈວຽກງານປົກປ້ອງສັງຄົມຫຼາຍຂຶ້ນ.
ວຽກງານປົກປ້ອງສັງຄົມ ເປົ້າໝາຍແມ່ນເພື່ອສະໜອງການບໍລິການທາງສັງຄົມໃຫ້ແກ່ປະຊາຊົນ ໂດຍສະເພາະຜູ້ທຸກຍາກ ແລະ ຜູ້ທີ່ເປັນກຸ່ມເປົ້າໝາຍທີ່ມີຄວາມບອບບາງທີ່ສຸດ ທີ່ອາໄສຢູ່ເຂດຊົນນະບົດ ຫຼື ເຂດຫ່າງໄກສອກຫຼີກ. ທັງນີ້ເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສະຫວັດດີການສັງຄົມ ເພື່ອເຮັດໃຫ້ຜູ້ດ້ອຍໂອກາດ, ຜູ້ທຸກຍາກ ແລະ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດໃນຊຸມຊົນ ໄດ້ເຂົ້າເຖິງການບໍລິການ ແລະ ອຸດໜູນດ້ານສະຫວັດດີການສັງຄົມຢ່າງທົ່ວເຖິງ ເຊິ່ງຈະເປັນການຊ່ວຍສົ່ງເສີມການດໍາລົງຊີວິດ ແລະ ການພັດທະນາຊັບພະຍາກອນມະນຸດ.
ພ້ອມນັ້ນ, ໃນພິທີຍັງມີການນຳສະເໜີແຜນໂຄງການຂອງນັກສຶກສາ ຄສຄ ພາຍໃຕ້ຫົວຂໍ້ “ພວກເຮົາຈະສະໜອງການບໍລິການດ້ານການຊ່ວຍເຫຼືອສັງຄົມ ແລະການອຸດໜູນດ້ານການເງິນໃຫ້ແກ່ຊຸມຊົນໄດ້ຄືແນວໃດ” ໂດຍມີນັກສຶກສາ ສົ່ງແຜນໂຄງການ ເຂົ້າຮ່ວມແຂ່ງຂັນທັງໝົດ 5 ທີມ ໂດຍມີຄະນະກຳມະການຈາກພາກສ່ວນທີ່ກ່ຽວເຂົົ້າຮ່ວມຕັດສິນ ໂດຍແບ່ງການໃຫ້ຄະນະແນນອອກເປັນ 4 ສ່ວນຄື: ຄວາມກ່ຽວຂ້ອງ 20% ແນວຄວາມຄິດສ້າງສັນ 25% ຜົນກະທົບ 20% ການນໍາສະເໜີ 15%. ຜ່ານການນໍາສະເໜີທີມທີໄດ້ຮັບລາງວັນຊະນະເລີດອັນດັບທີ 1 ໄດ້ແກ່ນັກສືກສາທີ່ນໍາສະເໜີຫົວຂໍ້ “ໂຄງການສະໜັບສະໜູນທຶນການສຶກສາໃຫ້ກັບເດັກນ້ອຍດ້ອຍໂອກາດຢູ່ເຂດຊົນນະບົດໂດຍການນຳໃຊ້ ບັດຮັບການອຸດໜູນ ຜ່ານການລາຍງານຂໍ້ມູນແບບຕິຈິຕອລ”, ອັບດັບທີ 2 ໄດ້ແກ່ນັກສືກສາທີ່ນໍາສະເໜີຫົວຂໍ້ “ຄວາມຫວັງເລີ່ມຕົ້ນຈາກແມ່”, ອັນດັບທີ 3 ໄດ້ແກ່ນັກສືກສາທີ່ນໍາສະເໜີຫົວຂໍ້ “ເຄື່ອຂ່າຍບັນເທົາທຸກຊຸມຊົນ ວິລະຊົນຫຼຸດຜ່ອນຄວາມສ່ຽງຈາກໄພພິບັດໃນ ສປປ ລາວ”