Select your language

ກອງປະຊຸມສາກົນ ຄັ້ງທີ 9 ຂອງ ສະມາຄົມການສຶກສາ ຍີ່ປຸ່ນ ອາຊີຕາເວັນອອກສ່ຽງໃຕ້ (JSA–ASEAN) ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 10–12 ທັນວາ 2025 ) ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ໂດຍການເປັນເຈົ້າພາບຂອງສູນຄົ້ນຄວ້າວຽກງານແມ່ຍິງເພດສຶກສາ, ຄະນະວິທະຍາສາດສັງຄົມ (ຄສຄ), ມະຫາວິທະຍາໄລແຫ່ງຊາດ (ມຊ), ໂດຍການເຂົ້າຮ່ວມຂອງພະນະທ່ານ ສຶໂຕມຸ ໂຄອິສຸມິ (Tsutomu Koizumi), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ດຣ ນາງ ຢູຣິ ຊາໂຕ (Yuri Sato), ມູນນິທິຍີ່ປຸ່ນ (The Japan Foundation), ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ, ຜູ້ອໍານວຍການໃຫຍ່ ມຊ ພ້ອມດ້ວຍທ່ານຮອງຜູ້ອຳນວຍການໃຫຍ່, ທ່ານຫົວໜ້າຄະນະວິຊາ ຄສຄ, ນັກວິຊາການ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຫຼາຍກວ່າ 160 ທ່ານ ທົ່ວ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ເຂົ້າຮ່ວມ.

ການຈັດກອງປະຊຸມວິຊາການໃນຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ມຸມມອງດ້ານເພດສຶກສາ ເພື່ອອາຊີຕາເວັນອອກສຽງໃຕ້ ແລະ ຍີ່ປຸ່ນ: ອະດີດ ແລະ ອະນາຄົດ.” ໂດຍເນັ້ນໃສ່ຂໍ້ລິເລີ່ມທາງດ້ານວິຊາການຮ່ວມກັນ, ຫຼັກໄຊທາງດ້ານການທູດ ແລະ ການຮ່ວມມືຢ່າງຕໍ່ເນື່ອງລະຫວ່າງ ມຊ ແລະ ສະຖາບັນຕ່າງໆຂອງຍີ່ປຸ່ນ, ເປັນເວທີການແລກປ່ຽນຄວາມຮູ້ທີ່ສຳຄັນທີ່ສຸດໃນພາກພື້ນ, ເສີມສ້າງເຄືອຂ່າຍໃນບັນດາມະຫາວິທະຍາໄລ, ນັກຄົ້ນຄວ້າ, ຜູ້ວາງນະໂຍບາຍ ແລະ ສະຖາບັນວັດທະນະ

ທຳໃນອາຊີຕາເວັນອອກສຽງໃຕ້ ແລະ ຍີ່ປຸ່ນ. ຜ່ານມຸມມອງ ດ້ານເພດສຶກສາໃນປີນີ້ ສະທ້ອນໃຫ້ເຫັນເຖິງຄວາມສົນໃຈໃນພາກພື້ນທີ່ເພີ່ມຂຶ້ນໃນດ້ານການຫັນປ່ຽນທາງສັງຄົມ, ຄວາມສະເໝີພາບ ແລະ ການພັດທະນາແບບມີສ່ວນຮ່ວມ. ນອກນັ້ນ ຜູ້ເຂົ້າຮ່ວມຍັງຈະໄດ້ຮຽນຮູ້ກັບການສະແດງວັດທະນະທຳ, ຟ້ອນລຳວົງລາວແບບດັ້ງເດີມ,

ພ້ອມນັ້ນ, ໃນທີ່ປະຊຸມຍັງໄດ້ຮັບຟັງການນຳສະເໜີໃນຫົວຂໍ້: “Women Migrant from Asian Countries, Their Right and Gender Order in Japan: From 1980’s to the Present” ນຳສະເໜີໂດຍທ່ານ ສຈ. ນາງ Ruri ITO ຈາກມະຫາວິທະຍາໄລຮິໂຕຊືບາຊິ ປະເທດຍີ່ປຸ່ນ; ຫົວຂໍ້: “Amidst the tectonic Shifts in Gender Structure: From the Perspective of Men’s and Masculinities Studies” ນຳສະເໜີໂດຍ ທ່ານ ສຈ. ປອ. Kimio ITO ຈາກມະຫາວິທະຍາໄລໂຕກຽວ ປະເທດຍີ່ປຸ່ນ; ຫົວຂໍ້: “Dose the Gender of Managers and owner matter for a firm’s productivity” ນຳສະເໜີໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ.

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນ ແລະ ໃຫ້ທຶນຢ່າງຕໍ່ເນື່ອງ ຈາກ ມູນນິທິຍີ່ປຸ່ນ (Japan Foundation), ມູນນິທິສາກົນໂຕຊິບາ (Toshiba International Foundation) ແລະ ກອງທຶນສະໜັບສະໜູນການສຶກສາພາສາຍີ່ປຸ່ນໃນອາຊີຕາເວັນອອກສຽງໃຕ້ ມິດຊຸຍ-ມະຫາວິທະຍາໄລແຫ່ງຊາດສິງກະໂປ (Mitsui NUS Japanese Studies in Southeast Asia Endowment Fund).

ຮູບພາບບັນຍາກາດ