ງານສໍາມະນາການສ້າງຄວາມເປັນຜູ້ນໍາໃຫ້ໄວໜຸ່ມ Empowered Youth Leadership Conference (EYLC) Vientiane ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ທີ່ຫ້ອງປະຊຸມຂອງຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ), ໂດຍການເຂົ້າຮ່ວມ ຂອງທ່ານ ພູວົງ ພິມມະກອງ ຫົວໜ້າຫ້ອງການພົວພັນຕ່າງປະເທດ ມຊ, ທ່ານ ລໍເຣນ ລີ (Lawrence Lee) ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການບໍລິສັດ Add Courage ຈາກປະເທດສິງກະໂປ, ມີບັນດາແຂກຖືກເຊີນ ແລະນັກສຶກສາທົ່ວ ມຊ 200 ກວ່າຄົນເຂົ້າຮ່ວມ.
ງານສຳມະນາການສ້າງຄວາມເປັນຜູ້ນໍາໃຫ້ໄວໜຸ່ມ ແມ່ນໂຄງການພັດທະນາຜູ້ນຳໄວຫນຸ່ມໃນພາກພື້ນອາຊຽນ ທີ່ດຳເນີນງານໂດຍບໍລິສັດ Add Courage ແລະ Brands for Good ເພື່ອສົ່ງເສີມການຮຽນຮູ້ທີ່ມີຈຸດປະສົງ ແລະການພັດທະນາອາຊີບທີ່ມີຄວາມຕ້ອງການໃນສັງຄົມ, ເຊິ່ງດຳເນີນງານຜ່ານຮູບແບບຄູ່ຮ່ວມງານ ກັບມະຫາວິທະຍາໄລ ແລະອົງກອນທ້ອງຖິ່ນ ເພື່ອໃຫ້ໂອກາດແກ່ນັກສຶກສາທີ່ມີພື໊ນຖານຊີວິດທີ່ແຕກຕ່າງໃຫ້ໄດ້ເຂົ້າຮ່ວມໂຄງການ, ໂດຍມີຈຸດປະສົງເພື່ອພັດທະນາການເປັນຜູ້ນຳ ແລະການແບ່ງປັນປະສົບການ ມຸມມອງຮ່ວມກັນລະຫວ່າງຜູ້ບັນຍາຍ ແລະນັກສຶກສາດ້ວຍກັນ, ລວມທັງສ້າງແຮງບັນດານໃຈໂດຍຜ່ານເລື່ອງເລົ່າ ແລະປະສົບການຈິງ ເພື່ອເປັນແນວທາງໃນການໃຊ້ຊີວິດ, ການແກ້ໄຂບັນຫາໃນອະນາຄົດ.
ພາຍໃນງານຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນຳສະເໜີຈາກຜູ້ຊ່ຽວຊານໃນໂຄງການ ຫຼາຍຫົວຂໍ້ເຊັ່ນ: “ພະລັງແຫ່ງຄວາມເປັນຜູ້ນຳທີ່ຂັບເຄື່ອນໂດຍເປົ້າໝາຍ” ນຳສະເໜີໂດຍ ທ່ານ ລໍເຣນ ລີ; ຫົວຂໍ້: “ນະວັດຕະກຳ ແລະແນວໂນ້ມໃນອະນາຄົດ” ນຳສະເໜີໂດຍ ທ່ານ ອັນຣັນ (Alan); ຫົວຂໍ້: “ການເອົາຊະນະອຸປະສັກ ແລະການລົງມືປະຕິບັດ” ນຳສະເໜີໂດຍທ່ານ ແອງໂກຼຣາ (Angole) ແລະຫົວຂໍ້ອື່ນໆທີ່ກ່ຽວກັບການສ້າງແຮງບັນດານໃຈ.