ພິທີມອບໃບຢັ້ງຢືນການຝຶກອົບຮົມຫຼັກສູດໄລຍະສັ້ນຊຸດທີ 3 ຂອງສູນ Sumsung Innovation Campus, ຄະນະວິທະຍາສາດທໍາມະຊາດ (ຄວທ), ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຂຶ້ນໃນວັນທີ 12 ທັນວາ 2025 ທີ່ຄະນະດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ຮສ. ປອ. ນາງ ວັນແສງ ຈຸນລະມະນີ ຫົວໜ້າຄະນະວິຊາ ຄວທ ແລະ ທ່ານ ນາງ ວໍລະວັນ ຕັ້ງກະມົນສະຖາພອນ ຫົວໜ້າພະແນກມືຖື ບໍລິສັດລາວຊໍາຊຸງອີເລັກໂທຣນິກສ໌ ຈຳກັດຜູ້ດຽວ, ມີພະນັກງານ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ໂຄງການ Sumsung Innovation Campus ໄດ້ດຳເນີນພາຍໃຕ້ສັນຍາການຮ່ວມມືວິຊາການ ລະຫວ່າງ ຄວທ ຮ່ວມກັບ ບໍລິສັດຊໍາຊຸງເອເລັກໂຕຼນິກ ປະຈໍາ ສປປ ລາວ ເລີ່ມແຕ່ເດືອນມີນາ ປີ 2023 ເປັນຕົ້ນມາ. ໂຄງການຝຶກອົບຮົມໄລຍະສັ້ນນີ້ ໄດ້ດຳເນີນສຳເລັດມາແລ້ວ 2 ຊຸດແລ້ວ ໃນຫຼັກສູດ “Coding, programing & Data Science’’ ເຊິ່ງມີນັກສຶກສາຈົບໄປ ຈໍານວນ 54 ຄົນ (ຊຸດທີ 1 ມີ 28 ຄົນ ແລະ ຊຸດທີ 2 ມີ 26 ຄົນ). ສຳລັບປີນີ້ ເປັນປີທີ 3 ອີງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ທາງສູນກໍ່ມີການຂະຫຍາຍເພີ່ມອີກ 1 ຫລັກສູດ ກໍ່ຄືຫຼັກສູດ “AI-Developer’’ ສະນັ້ນປີນີ້ ຈຶ່ງໄດ້ເປີດຝຶກອົບຮົມ ຈໍານວນ 2 ຫຼັກສູດ ແລະ ມີນັກສຶກສາ ຈໍານວນ 42 ຄົນ ທີ່ຈະໄດ້ຮັບໃບຢັ້ງຢືນ (ຫລັກສູດລະ 21 ຄົນ) ທັງສອງເປັນກິດຈະກຳໜຶ່ງໃນແຜນພັດທະນາການສຶກສາຂອງມະຫາວິທະຍາໄລແຫ່ງຊາດ ໃນການສ້າງຊັບພະຍາກອນມະນຸດ ໃຫ້ມີຄວາມເຂັ້ມແຂງດ້ານວິຊາການ ໂດຍສະເພາະມີຄວາມນຳໜ້າໃນດ້ານການນໍາໃຊ້ເຕັກໂນໂລຊີ ແລະ ສ້າງນະວັດຕະກຳ.
ໃນພິທີທ່ານ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ກໍໄດ້ມີຄຳເຫັນໃນທີ່ປະຊຸມໂດຍທ່ານໄດ້ກ່າວວ່າ: ພິທີມອບຮັບໃບຢັ້ງຢືນການຝຶກອົບຮົມໃນມື້ນີ້ ເປັນການສະແດງເຖິງໝາກຜົນຂອງໂຄງການຮ່ວມມືລະຫວ່າງ ຄະນະວິທະຍາສາດທຳມະຊາດ ກັບ ບໍລິສັດຊໍາຊຸງເອເລັກໂຕຼນິກ ປະຈໍາ ສປປ ລາວ, ພ້ອມທັງຂໍສະແດງຄວາມຊົມເຊີຍ ແລະ ຂໍໃຫ້ນັກສຶກສາດັ່ງກ່າວນີ້ເປັນຜູ້ສືບທອດ, ນໍາເອົາບົດຮຽນຈາກການຝຶກອົບຮົມໄປນໍາໃຊ້ໃນວຽກງານຕົວຈິງ ເພື່ອພັດທະນາວຽກງານໃຫ້ມີຄວາມເຂັ້ມແຂງ ທັນສະໄໝ ມີມາດຕະຖານທຽບເທົ່າກັບພາກພື້ນ ແລະ ສາກົນ, ຜົນສຳເລັດກິດຈະກຳການຝຶກອົບຮົມນີ້ ເປັນສິ່ງສະແດງເຖິງຄວາມບຸກບືນ, ຄວາມພະຍາຍາມຂອງຄູ-ອາຈານ ແລະ ພະນັກງານ ທີ່ໄດ້ສຸມໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ມີຜົນສຳເລັດ, ທັງເປັນສິ່ງກະຕຸກຊຸກຍູ້ໃຫ້ມີການພັດທະນາແນວຄິດ, ຄວາມຮູ້-ຄວາມສາມາດເຂົ້າໃນການຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ ແລະ ເຕັກໂນໂລຊີ ອອກສູ່ຊຸມຊົນ. ນອກຈາກນີ້ ຍັງສະແດງໃຫ້ເຫັນຜົນສຳເລັດຂອງການຮ່ວມມືທາງດ້ານວິຊາການ ທັງພາຍໃນປະເທດ ແລະ ຕ່າງປະເທດ ຂອງມະຫາວິທະຍາໄລແຫ່ງຊາດ ກໍຄືຂອງຄະນະວິຊາ ອີກດ້ວຍ.