Select your language

ໃນວັນທີ 24 ທັນວາ 2025, ພາກວິຊາພາສາ-ວັດທະນະທໍາລາວ, ຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານສະແດງສິລະປະວັດທະນະທໍານັກສຶກສານານາຊາດ ຄັ້ງທີ III ປະຈຳປີ 2025 ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ສົມໄພ ສິໄລສັກ ຫົວຫນ້າພາກວິຊາພາສາ-ວັດທະນະທໍາລາວ ຄອສ, ພ້ອມດ້ວຍບັນດາທ່ານຮອງຫົວຫນ້າພາກວິຊາ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແແລະນັກສາສຶກສາລາວ-ນັກສຶກສາຕ່າງປະເທດລາວເຂົ້າຮ່ວມ.

ການຈັດງານໃນຄັ້ງນີ້ແມ່ນເພື່ອແລກປ່ຽນວັດທະນະທໍາຮ່ວມກັນລະຫວ່າງ ນັກສຶກສາລາວ ແລະ ນັກສຶກສາຕ່າງປະເທດທີ່ສຶກສາຢູ່ໃນ ພາກວິຊາ ໃຫ້ໄດ້ຮຽນຮູ້ ແລະ ເຂົ້າໃຈພາສາ-ວັດທະນະທໍາເຊິ່ງກັນ ແລະກັນ ໂດຍຜ່ານການສະແດງສິລະປະວັດທະນະທໍາຂອງແຕ່ປະເທດ ທີ່ເປັນເອກະລັກສະເພາະຂອງຕົນ.