Select your language

ວັນທີ 29 ທັນວາ 2025, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນກອງປະຊຸມໃຫຍ່ຄັ້ງທີ 3 (GM3) ຂອງໂຄງການ REAL ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃຕ້ໂຄງການໃນໄລຍະ 1 ປີຜ່ານມາ, ໂດຍການເປັນປະທານຂອງ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ. ໃນກອງປະຊຸມດັ່ງກ່າວ, ຄະນະນໍາຄະນະວິຊາ, ພາກວິຊາ, ທີມງານໂຄງການ REAL ຝ່າຍ ມຊ ແລະ ພະນັກງານຄູ-ອາຈານ ຈາກຄະວິຊາຕ່າງໆກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ມີຈຸດປະສົ່ງເພື່ອເຜີຍແຜ່ຜົນກອງປະຊຸມໃຫຍ່ຄັ້ງທີ 3 ຂອງໂຄງການ REAL ທີ່ຈັດຢູ່ ມະຫາວິທະຍາໄລຈໍາປະສັກ, ໄລຍະວັນທີ 7-11 ທັນວາ 2025 ທີ່ຜ່ານມາ, ແລະ ແຜນວຽກຂອງໂຄງການໃນໄລຍະ ເດືອນມັງກອນ-ມີນາ 2026. ຄະນະຮັບຜິດຊອບໂຄງການໄດ້ລາຍງານຜົນການສຶກສາຄົ້ນຄວ້າເພື່ອກໍານົດຄວາມຮູ້ ແລະ ທັກສະ ທີ່ຈໍາເປັນທີ່ນັກສຶກສາຕ້ອງມີຫຼັງຈາກຮຽນຈົບໃນຫຼັກສູດປະລິນຍາຕີສາຂາ: ພາສາອັງກິດ, ບໍລິຫານທຸລະກິດ, ລ້ຽງສັດ, ວິສະວະກໍາການປຸງແຕ່ງອາຫານ, ແລະ ວິສະວະກໍາຂົນສົ່ງ ແລະ ໂລຈິດສ໌ຕິກ. ພ້ອມກັນນີ້, ກໍຍັງໄດ້ລາຍງານຜົນການທົບທວນ ແລະ ປັບປຸງບັນດາຜົນຮັບການຮຽນລະດັບຫຼັກສູດ (Program Learning Outcomes) ແລະ ລະດັບລາຍວິຊາ (Course Learning Outcomes) ຂອງບັນດາຫຼັກສູດທີ່ກ່າວມານັ້ນ ເພື່ອຮັບປະກັນຄວາມສອດຄ່ອງຂອງຫຼັກສູດກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ສັງຄົມ, ແລະ ສາມາດປະຕິບັດໄດ້ຕາມຮູບແບບການສຶກສາທີ່ເນັ້ນຜົນຮັບການຮຽນ (Outcome-Based Education) ແລະ ການປະກັນຄຸນນະພາບການສຶກສາໂດຍພາຍໃນ (Internal Quality Assurance).