ໃນລະຫວ່າງວັນທີ 16-17 ມັງກອນ 2026 ທີ່ຜ່ານມາ, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026, ເປັນກຽດເຂົ້າຮ່ວມມີທ່ານ ໂຄອິຊຶມິ ຊຶໂຕມຸ (Koizumi Tsutomu ) ເອກອັກຄະລາຊະທູດແຫ່ງຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫ່ຍ ມຊ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ (Miyako KOBAYASHI) ຫົວໜ້າອົງການໄຈກ້າ ປະຈຳລາວ, ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍິປຸ່ນ ພ້ອມດ້ວຍ ທ່ານ ໂຢຊິຮາລຶ ໂຢເນຢາມາ (Yoshiharu YONEYAMA) ທີ່ປຶກສາໂຄງການ ແລະ ບັນດາທ່ານຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການຕ່າງໆ, ຄູ-ອາຈານ, ນັກສຶກສາ ແລະມວນຊົນພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ການຈັດງານຄັ້ງນີ້ ໄດ້ມີການທຸບໄຫເຫຼົ້າເພື່ອສະແດງຄວາມພ້ອມພຽງ ໃນການຮ່ວມຈິດຮ່ວມໃຈ ເພື່ອສູ້ຊົນ ໃຫ້ໄດ້ຮັບຜົນສຳເລັດໃນປີຕໍ່ໄປ, ພິທີການຕຳເຂົ້າໜຽວ ກິນເຂົ້າໜ່ຽວຮ່ວມກັນ ຊຶ່ງເຂົ້າໜຽວໝາຍເຖິງຄວາມໝັ້ນໜຽວ ຍຶດເຍື້ອ ລະອິດລະອ້ຽວ ແຕ່ເດັດຂາດມີໄຊໃນບັ້ນທ້າຍ, ນອກຈາກນັ້ນ ກໍມີການສະແດງລາຍການສິລະປະຕ່າງໆທັງລາວ ແລະຍີ່ປຸ່ນຈຳນວນ 20 ລາຍການ, ຮ່ວມຫຼິ້ນເກມຈາກສະມາຄົມມິດຕະພາບໄຊຕະມະ-ລາວ ຈາກປະເທດຍີ່ປຸ່ນ ແລະມີຫ້າງຮ້ານບໍລິສັດເຂົ້າຮ່ວມວາງສະແດງ ແລະຂາຍສິນຄ້າ.
ໃນພິທີ, ທ່ານ ໂຄອິຊຶມິ ຊຶໂຕມຸ (Koizumi Tsutomu ) ເອກອັກຄະລາຊະທູດແຫ່ງຍີ່ປຸ່ນປະຈໍາ ສປປ ລາວ ກໍໄດ້ກ່າວວ່າ: ໃນປີ 2025 ທີ່ຜ່ານມາໄດ້ມີກິດຈະກໍາສະເຫຼີມສະຫຼອງສາຍພົວພັນທາງການທູດ 70 ປີ ທີ່ໄດ້ຮັບການຢັ້ງຢືນທັງໝົດ 50 ກິດຈະກໍາ, ໃນນັ້ນມີ 5 ກິດຈະກໍາ ທີ່ສະຖາບັນລາວ-ຍີ່ປຸ່ນໄດ້ມີສ່ວນຮ່ວມ. ຂ້າພະເຈົ້າເຫັນວ່າເປັນສິ່ງທີ່ດີທີ່ສຸດທີ່ຕະຫຼອດປີໄດ້ມີການພົບປະແລກປ່ຽນຂອງການນໍາຂັົ້ນສູງ ແລະ ການຈັດກິດຕະກໍາສະເຫຼີມສະຫຼອງຢ່າງຫຼວງຫຼາຍ, ລວມທງການແລກປ່ຽນໃນທຸກລະດັບ ແລະ ທຸກຂົງເຂດລະຫວ່າງລາວ-ຍີ່ປຸ່ນຢ່າງມີຊີວິດຊີວາ.
ສໍາລັບປີ 2026 ນີ້, ຈະເປັນປີແຫ່ງການເລີ່ມຕົ້ນໃໝ່ ໂດຍອີງໃສ່ພື້ນຖານແຫ່ງການປຶກສາຫາລື ແລະ ການແລກປ່ຽນທີ່ເຂັ້ມແຂງໃນປີ 2025 ເພື່ອເຮັດໃຫ້ ຄູ່ຮ່ວມຍຸດທະສາດແບບຮອບດ້ານ ມີເນື້ອໃນອັນລະອຽດ ແລະ ຊຸກຍູ້ສາຍພົວພັມິດຕະພາບທີ່ມີມູນເຊື້ອອັນດີງາມລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບໃໝ່ທີ່ສູງກວ່າເກົ່າ. ຕາມປະຕິທິນຂອງຍີ່ປຸ່ນ ປີນີ້ແມ່ນປີມະເມຍ ຫຼື ປີມ້າ ດ້ວຍຮູບລັກສະນະຂອງມ້າທີ່ກໍາລັງແລ່ນຢ່າງແຂງແຮງ, ມ້າຈຶ່ງເປັນສັນຍາລັກແຫ່ງການກ້າວໄປຂ້າງໜ້າ ແລະ ການບຸກທະລຸ ເຊິ່ງເປັນປີທີ່ສິ່ງຕ່າງໆຈະມີການເຄື່ອນໄຫວຢ່າງຫຼວງຫຼາຍ, ຂ້າພະເຈົ້າຈະພະຍາຍາມຢ່າງສຸດຄວາມສາມາດເພື່ອໃຫ້ເປັນໄປຕາມນັ້ນ ໂດຍຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມືຈາກທຸກທ່ານ.