Select your language

ໃນວັນທີ 28 ມັງກອນ 2026 ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ (ຄຊປປລ ມຊ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026) ແລະປະດັບຫຼຽນ 65 ປີ ການສ້າງຄັ້ງ ຄຊປປລ ທີ່ຫ້ອງປະຊຸມສະໂມສອນຊັ້ນສອງ ມຊ, ໂດຍການປາຖະກະຖາຂອງ ທ່ານ ພົນຕີ ວັນທອງ ບຸດຕະວົງ ຄະນະປະຈຳພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ, ເຂົ້າຮ່ວມຟັງນຳໂດຍທ່ານ ປອ. ຊາຍຄຳ ວັນນະໄຊ ຄະນະພັກ ມຊ ຜູ້ຊີ້ນຳວຽກງານອົງການຈັດຕັ້ງຊາວໜຸ່ມ, ພອ້ມດ້ວຍເລຂາຄະນະບໍລິຫານຊາວໜຸ່ມ ມຊ, ປະທານສະຫະພັນແມ່ຍິງ, ສະຫະພັນກຳມະບານ ແລະສະມາຊິກຊາວໜຸ່ມ 200 ກວ່າສະຫາຍເຂົ້າຮ່ວມ.

ໃນພິທີ, ທ່ານ ພົນຕີ ວັນທອງ ບຸດຕະວົງ ໄດ້ຍົກໃຫ້ເຫັນ ມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາ ຊົນລາວ ຕະຫລອດໄລຍະ 77 ປີຜ່ານມາ, ເຊິ່ງເປັນຜົນງານອັນອົງອາດກ້າຫານຂອງກອງທັບປະຊາຊົນລາວ ຕະຫລອດໄລຍະທີ່ນັກຮົບຮຸ່ນເກົ່າ ໄດ້ດຳເນີນການຕໍ່ສູ້ກູ້ຊາດ ຕ້ານພວກຈັກກະພັດຕ່າງດ້າວ ທີ່ມາຮຸກຮານ ແລະ ກົດຂີ່ຂູດຮີດ ເຮັດໃຫ້ປະຊາຊົນລາວ ມີຈິດໃຈຄຽດແຄ້ນ ບໍ່ຍອມຈຳນົນຕໍ່ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່, ເພື່ອນຳພາຂະບວນການຕໍ່ສູ້ໃຫ້ໄດ້ຮັບໄຊຊະນະ ຈຶ່ງໄດ້ສ້າງຕັ້ງກອງທັບປະຊາຊົນລາວຂຶ້ນ ໃນວັນທີ 20 ມັງກອນ 1949, ນັບແຕ່ມື້ນັ້ນເປັນຕົ້ນມາ ກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງ ພາຍໃຕ້ການນຳພາ-ຊີ້ນຳຂອງພັກ ປະຊາຊົນລາວ ນຳພາຕໍ່ສູ້ກູ້ຊາດ ຈົນຍາດໄດ້ໄຊຊະນະ ຢ່າງລຽນຕິດສາມາດນຳພາ-ຊີ້ນຳ ປະຊາຊົນລາວບັນດາເຜົ່າ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ກອງທັບປະຊາຊົນລາວ ໄດ້ປະກອບສ່ວນເຮັດໜ້າທີ່ປ້ອງກັນຊາດ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ສືບຕໍ່ໂຄສະນາ, ສຶກສາອົບຮົມ ມູນເຊື້ອອັນອົງອາດກ້າຫານ ທີ່ກອງທັບ ແລະ ປະຊາຊົນລາວ ຍາດມາໄດ້ຕະຫລອດໄລຍະ 77 ປີ ແລະ ເພື່ອເປັນການເຄົາລົບ, ລະນຶກເຖິງຜົນງານອັນປະເສີດ ທັງເປັນແບບຢ່າງທີ່ດີທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ທີ່ກອງທັບປະຊາຊົນລາວ ໄດ້ອຸທິດຊີວິດ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້-ຄວາມສາມາດ ເຂົ້າໃນພາລະກິດປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ ຕໍ່ຜົນງານອັນໃຫຍ່ຫລວງຂອງກອງທັບປະຊາຊົນລາວ ເພື່ອເປັນການປຸກລະດົມເຮັດໃຫ້ພະນັກງານ, ຄູ-ອາຈານ ແລະຊາວໜຸ່ມນັກສຶກສາ ມີຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນ, ຮັກຜືນແຜ່ນດິນອັນຄົບຖ້ວນ, ຮັກລະບອບໃໝ່, ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ ເພິ່ງຕົນເອງ, ມີສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ເປັນເຈົ້າການ ເຂົ້າຮ່ວມປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ທັງເປັນການໂຄສະນາສຶກສາອົບຮົມນໍ້າໃຈປະຕິວັດ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ, ຄຸນງາມຄວາມດີ ຂອງປະທານໄກສອນ ພົມວິຫານ ກໍຄື ບັນດາຜູ້ນໍາຮຸ່ນກ່ອນ ແລະ ພະນັກງານປະຕິວັດ, ຜູ້ທີ່ໄດ້ເສຍສະຫລະຊີວິດ, ຜູ້ເສຍອົງຄະ, ຄອບຄົວຜູ້ທີ່ມີຜົນງານ ທີ່ໄດ້ປະກອບສ່ວນເຂົ້າ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 77 ປີ.

ນອກນັ້ນ, ໃນພິທີຍັງໄດ້ມີການປະດັບຫລຽນ 65 ປີ ຂອງການສ້າງຕັ້ງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາສະມາຊິກຊາວໜຸ່ມ ຜູ້ທີ່ມີຜົນງານໃນການປະກອບເຫື່ອແຮງ ແລະສະຕິປັນຍາໃນໄລຍະຜ່ານມາ ຈຳນວນ 24 ສະຫາຍ, ໂດຍການມອບຂອງ ສະຫາຍ ນາງ ເພັດສະໝອນ ເພັງໂສພາ ຄຊປປລ ສູນກາງ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກີລາ, ເລຂາຄະນະບໍລິຫານງານຊາວໜຸ່ມ ມຊ.