Select your language

ໃນວັນທີ 4 ກຸມພາ 2026 ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສໍາມະນາວິຊາການ ພາຍໃຕ້ຫົວຂໍ້: “ບົດບາດຂອງການພັດທະນາຄົນ ໃນຂະບວນການພັດທະນາປະເທດຊາດ ແລະ ຄວາມຄາດຫວັງຕໍ່ການມີສ່ວນຮ່ວມຂອງຍີ່ປຸ່ນ” ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ, ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ໂຄອິໂຊມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ ພ້ອມດ້ວຍຄະນະອໍານວຍການ, ມີພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ການຈັດງານໃນຄັ້ງນີ້ ແມ່ນເພື່ອຍົກສູງຄວາມສໍາຄັນຂອງການພັດທະນາບຸກຄະລາກອນ ພ້ອມທັງເປັນການປຶກສາຫາລື ແລະ ຍົກໃຫ້ເຫັນວ່າ "ການພັດທະນາຄົນ" ແມ່ນກຸນແຈສຳຄັນໃນການຂັບເຄື່ອນປະເທດຊາດໃຫ້ຈະເລີນກ້າວໜ້າ, ທົບທວນຄືນການຮ່ວມມືເພື່ອຕີລາຄາຜົນສຳເລັດຂອງການຮ່ວມມືລະຫວ່າງ ລາວ-ຍີ່ປຸ່ນ ໃນການສ້າງຊັບພະຍາກອນມະນຸດຕະຫຼອດໄລຍະຜ່ານມາ, ກຳນົດທິດທາງໃນອະນາຄົດເພື່ອວາງຄວາມຄາດຫວັງ ແລະ ຮູບແບບການມີສ່ວນຮ່ວມຂອງຍີ່ປຸ່ນ ໃນການຊ່ວຍເຫຼືອພັດທະນາບຸກຄະລາກອນໃນ ສປປ ລາວ ໃຫ້ມີຄຸນນະພາບສູງຂຶ້ນ.

ໜື່ງໃນຜົນສຳເລັດຂອງການຮ່ວມມືລະຫວ່າງ ລາວ-ຍີ່ປຸ່ນ ກໍຄືສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ທີ່ໄດ້ດຳເນີນງານມາເປັນເວລາຫຼາຍກວ່າ 20 ປີ ແລະ ປະສົບຜົນສຳເລັດຢ່າງສູງໃນການຜະລິດນັກທຸລະກິດ ແລະ ບຸກຄະລາກອນທີ່ມີຄຸນນະພາບອອກຮັບໃຊ້ສັງຄົມ, ມີອາສາສະໝັກ JICA ຈາກປະເທດຍີ່ປຸ່ນ ມາເຄື່ອນໄຫວເຮັດວຽກແຕ່ລະໄລຍະ.

ໃນໂອກາດສຳຄັນດັ່ງກ່າວ, ທ່ານ ໂຄອິໂຊມິ ຊຶໂຕມຸ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງອາສາສະໝັກ JOCV ເຊິ່ງ ລາວ ເປັນປະເທດທຳອິດ ທີ່ຍີ່ປຸ່ນສົ່ງອາສາສະໝັກມາຊ່ວຍເຫຼືອ (ຕະຫຼອດໄລຍະ 60 ປີຜ່ານມາ) ອາສາສະໝັກເຫຼົ່ານີ້ ບໍ່ພຽງແຕ່ຖ່າຍທອດຄວາມຮູ້ແຕ່ຍັງໄດ້ສ້າງມິດຕະພາບ ແລະຮຽນຮູ້ວັດທະນະທຳຮ່ວມກັບຊາວລາວຢ່າງກົມກຽວ, ການຮ່ວມມືດັ່ງກ່າວ ແມ່ນການແລກປ່ຽນທີ່ເນັ້ນການຮ່ວມແຮງຮ່ວມໃຈ (Heart to Heart) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ເສດຖະກິດ.

ກອງປະຊຸມຄັ້ງນີ້ ໄດ້ສ້າງຄວາມເຂົ້າໃຈທີ່ເລິກເຊິ່ງ, ທ່ານກ່າວອີກວ່າ: ການຮ່ວມມື ລາວ-ຍີ່ປຸ່ນ ບໍ່ໄດ້ເປັນພຽງການຊ່ວຍເຫຼືອດ້ານວັດຖຸ ແຕ່ແມ່ນການບົ່ມເພາະ "ຊັບພະຍາກອນມະນຸດ" ເພື່ອເປັນຮາກຖານທີ່ໝັ້ນຄົງໃຫ້ແກ່ການພັດທະນາ ສປປ ລາວ ຢ່າງຍືນຍົງ.