ໃນ 4 ກຸມພາ 2026 ທີ່ຜ່ານມານີ້, ຄະນະນຳມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການນຳຂອງ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍຄະນະ, ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນແກ່ ຄະນະຜູ້ແທນຈາກມະຫາວິທະຍາໄລເສດຖະສາດ, ວິສະວະກຳສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັນ. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ຫ້ອງຮັບແຂກສຳນັກງານຜູ້ອໍານວຍການໃຫຍ່ ມຊ.
ການພົບປະໃນຄັ້ງນີ້ ຖືເປັນໂອກາດອັນສໍາຄັນ ທີ່ທັງສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນຢ່າງສ້າງສັນ ແລະ ວາງແຜນການຮ່ວມມືໃນອະນາຄົດ; ເຊິ່ງຈະສົ່ງຜົນດີຕໍ່ ມຊ, ບໍ່ວ່າຈະເປັນການຮ່ວມມືທາງດ້ານວິຊາການ ທີ່ເນັ້ນໃສ່ຄວາມເປັນເລີດ ໂດຍສະເພາະແມ່ນການສະໜັບສະໜູນທຶນສຶກສາໃນລະດັບປະລິນຍາໃຫ້ແກ່ ມຊ. ເຊິ່ງ ມຊເຊື່ອໝັ້ນຢ່າງຍິ່ງວ່າ ບາດກ້າວການຮ່ວມມືໃນປີ 2026 ນີ້ ຈະເປັນແຮງຈຸງໃຈ ແລະ ສົ່ງຜົນດີ ຕໍ່ການພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອກາຍເປັນກຳລັງແຮງທີ່ສຳຄັນໃນການພັດທະນາປະເທດຊາດໃຫ້ຮຸ່ງເຮືອງສືບຕໍ່ໄປ.