ໃນວັນທີ 9 ກຸມພາ 2026, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີປະກາດພະນັກງານລັດຖະກອນ ອອກພັກການ-ຮັບອຸດໜູນບຳນານງວດທີ 1 ປະຈຳປີ 2026 ທີ່ສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາຫົວໜ້າຄະນະວິຊາການ, ຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.
ໃນພິທີ, ທ່ານ ປອ. ຊາຍຄຳ ວັນນະໄຊ ຮອງຫົວໜ້າຫ້ອງການຈັດຕັ້ງ ແລະພະນັກງານ ມຊ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ ວ່າດ້ວຍການອະນຸມັດໃຫ້ພະນັກງາລັດຖະກອນ ອອກພັກການ-ຮັບອຸດໜຸນບຳນານ ປະຈຳເດືອນ 1 ງວດ 1 ໃນສົກປີ 2026 ປະກອບມີ 11 ທ່ານຄື: ທ່ານ ນາງ ທອງຈັນ ສີຊົມພູ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດການກີລາ ແລະກາຍະກຳ, ທ່ານ ຄຳໜູນ ອັກຄະໄຊ ຮອງຫົວໜ້າຄະນະວິຊາ ຈາກຄະນະຊັບພະຍາກອນນໍ້າ, ທ່ານ ກົງຄຳ ສີລາພົມ ຈາກຫົວໜ້າຫ້ອງການຄຸ້ມຄອງເຄຫາ ແລະບໍລິການ, ທ່ານ ທາ ບຸນທັນ ຫົວໜ້າພາກວິຊາ ຈາກຄະນະວິສະວະກຳສາດ, ທ່ານ ສຸລິຍັນ ລຸນຈັນທາ ຫົວໜ້າພາກວິຊາ ຈາກຄະນະນິຕິສາດ ແລະລັດຖະສາດ, ທ່ານ ນາງ ນິດສາຄອນ ພິຈິດ ຮອງຫົວໜ້າຫ້ອງການ ມຊ, ທ່ານ ນາງ ລຽນແສງ ເພັງສະຫວັດ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ, ທ່ານ ຮສ. ປອ. ທອງວັນ ສິຣິວັນ ຮອງຫົວໜ້າພາກວິຊາ ຈາກຄະນະເສດຖະສາດ ແລະບໍລິຫານທຸລະກິດ, ທ່ານ ສຸດໃຈ ຕົ້ນສະຫວັນ ຫົວໜ້າພະແນກ ຈາກຄະນະວິສະວະກຳສາດ, ທ່ານ ຫວັດສະດີ ແສງອິນທະວົງ ຫົວໜ້າພະແນກ ຈາກຫ້ອງການຄຸ້ມຄອງນັກສຶກສາ ແລະທ່ານ ສຸພາພອນ ລັດຕະນະລາສີ ຫົວໜ້າໜ່ວຍວິຊາ ຈາກຄະນະກະເສດສາດ.
ໃນໂອກາດດັ່ງກ່າວ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ກໍໄດ້ມີຄຳເຫັນຕໍ່ທີ່ປະຊຸມໂດຍທ່ານກ່າວວ່າ: ໃນພິທີມື້ນີ້ ຖືເປັນອີກໜື່ງຄວາມພາກພູມໃຈຂອງອາຈານຜູ້ອາວຸໂສທີປະກອບສ່ວນໃນການສິດສອນໃຫ້ກັບ ມຊ ເຊິ່ງມີບາງທ່ານກໍໄດ້ຮັບນາມມະຍົດທາງວິຊາການເປັນຮອງສາດສະດາຈານ, ບາງທ່ານກໍປະກອບສ່ວນໃນການຄົ້ນຄວ້າວິທະຍາສາດ ຈົນເຮັດໃຫ້ ມຊ ມີການຈັດອັນດັບທີດີໃນລະດັບສາກົນ, ບາງທ່ານກໍປະກອບສ່ວນເຂົ້າໃນວຽກງານສາມອົງການຈັດຕັ້ງມະຫາຊົນ ຢ່າງເຕັມທີ່; ຕະຫຼອດໄລຍະ 30 ປີ ຂອງການສ້າງຕັ້ງ ມຊ ບັນດາທ່ານພະນັກງານຜູ້ອາວຸໂສ ໄດ້ກາຍເປັນກຳລັງແຮງສຳຄັນໃນການຊ່ວຍກັນເຕົ້າໂຮມບັນດາສະຖາບັນການສຶກສາ ແລະມະຫາວິທະຍາໄລຕ່າງໆ ເຂົ້າມາເປັນ ມຊ ໃນປະຈຸບັນ, ພວກເຮົາຜ່ານຜ່າອຸສັກຕ່າງໆນາໆ ບໍ່ວ່າຈະເປັນບັນຫາທາງດ້ານເສດຖະກິດ, ວິກິດການ ການແຜ່ລະບາດພະຍາດໂຄວິດ-19 ແລະອື່ນໆ ຕໍ່ກັບບັນຫາຕ່າງໆທີ່ກ່າວມານັ້ນ ບັນດາທ່ານທີ່ໄດ້ຮັບອຸດຫນູນບຳນານແມ່ນຜູ້ທີ່ເຮັດໜ້າທີ່ໄດ້ສຳເລັດໃນການເປັນພະນັກງານລັດຖະກອນຄູ ມີຄວາມຕັ້ງໃຈໃນອຸດົມການອັນຫນຽວແຫນ້ນຂອງການເປັນຄູ, ໃນນາມການຈັດຈັດຕັ້ງ ກໍຄື ມຊ ຂໍສະແດງຄວາມຊົມເຊີຍຕໍ່ກັບຜົນງານອັນໃຫຍ່ຫລວງໃນຄັ້ງນີ້ດ້ວຍ.