Select your language

ໃນວັນທີ 4 ມີນາ 2026 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີລົງຢ້ຽມຢາມ ແລະ ເປີດໂຄງການ FishTech (ການນຳໃຊ້ເຕັກນິກວິຊາການເຂົ້າໃນການພັດທະນາແມ່ນ້ຳ ເພື່ອຟື້ນຟູການເຄື່ອນຍ້າຍຂອງປາ ແລະ ເສີມສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານ) ໃນ ສປປ ລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ Megan Jones ເອກອັກຄະລັດຖະທູດ ປະເທດອົດສະຕຣາລີ ປະຈຳ ສປປ ລາວ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີທ່ານຮອງເຈົ້າເມືອງ ເມືອງວັງວຽງ ແຂວງວຽງຈັນ, ມີບັນດາແຂກຖືກເຊີນ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວ ມີຈຸດປະສົງ ເພື່ອສ້າງທາງປາຜ່ານ (Fishways): ອອກແບບ ແລະ ຕິດຕັ້ງ "ຂັ້ນໄດປາ" ຢູ່ຕາມເຂື່ອນຊົນລະປະທານ ແລະ ສິ່ງກີດຂວາງຕ່າງໆ ເພື່ອໃຫ້ປາ ຫຼາຍກວ່າ 100 ຊະນິດ ສາມາດຂຶ້ນໄປວາງໄຂ່ ແລະ ຫາກິນໄດ້, ຄວາມໝັ້ນຄົງທາງອາຫານ ປົກປ້ອງແຫຼ່ງໂປຣຕີນທີ່ສຳຄັນ ເພາະປາແມ່ນແຫຼ່ງອາຫານຫຼັກ (60%) ຂອງປະຊາຊົນໃນເຂດລຸ່ມແມ່ນ້ຳຂອງ, ການປັບຕົວຕໍ່ສະພາບອາກາດ, ຊ່ວຍໃຫ້ຊຸມຊົນທີ່ອາໄສແມ່ນ້ຳສາມາດປັບຕົວເຂົ້າກັບຜົນກະທົບຈາກການສ້າງເຂື່ອນໄຟຟ້ານ້ຳຕົກ ແລະ ຊົນລະປະທານ, ພ້ອມນັ້ນ ສ້າງຄວາມເຂັ້ມແຂງໃຫ້ແກ່ນັກວິໄຈ ແລະ ເຕັກນິກຊາວລາວ ໃນການຄຸ້ມຄອງຊັບພະຍາກອນສັດນ້ຳໃນໄລຍະຍາວ. ໂດຍເປັນການຮ່ວມມືກັນລະຫວ່າງ ມຊ ແລະ ມະຫາວິທະຍາໄລ Charles Sturt (CSU) ປະເທດອົດສະຕຣາລີ ແຕ່ປີ 2022-2025 ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານກະຊວງການຕ່າງປະເທດ ແລະ ການຄ້າ (DFAT) ແລະ ສູນການຄົ້ນຄວ້າກະສິກຳສາກົນຂອງອົດສະຕຣາລີ (ACIAR).

ໃນໂອກາດດັ່ງກ່າວ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານອົດສະຕາລີ ໂດຍສະເພາະກະຊວງການຕ່າງປະເທດ ແລະ ການຄ້າ (DFAT) ແລະ ສູນຄົ້ນຄວ້າກະສິກຳສາກົນອົດສະຕາລີ (ACIAR) ທີ່ໄດ້ໃຫ້ການສະໜັບສະໜູນຜ່ານຄວາມຮ່ວມມື Mekong–Australia Partnership. ໂຄງການນີ້ເກີດຂຶ້ນຈາກຄວາມຮ່ວມມືຂອງຫຼາຍພາກສ່ວນ ເຊັ່ນ ມະຫາວິທະຍາໄລ Charles Sturt, ກະຊວງກະສິກຳ ແລະ ປ່າໄມ້ຂອງລາວ ແລະ ອົງການພາກພື້ນອື່ນໆ ໃນການພັດທະນາ ແລະ ຄຸ້ມຄອງຊັບພະຍາກອນປະມົງໃນພື້ນທີ່ແມ່ນ້ຳຂອງ.

ໂຄງການ FishTech ໄດ້ຊ່ວຍຟື້ນຟູເສັ້ນທາງອົບພະຍົບຂອງປາ ໂດຍການສ້າງ fishway (ທາງຜ່ານຂອງປາ) ເຊັ່ນ ທີ່ ນ້ຳປອກ ເມືອງວັງວຽງ ເຮັດໃຫ້ປາທ້ອງຖິ່ນຫຼາຍກວ່າ 100 ຊະນິດ ສາມາດເຄື່ອນຍ້າຍໄດ້ຕາມທຳມະຊາດ ຊຶ່ງຊ່ວຍຮັກສາຄວາມຫຼາກຫຼາຍຊີວະນານາພັນ ແລະ ສົ່ງເສີມຄວາມໝັ້ນຄົງທາງອາຫານ. ນອກຈາກນັ້ນ ໂຄງການຍັງຊ່ວຍປັບປຸງຊີວິດການດຳລົງຊີບຂອງຊຸມຊົນ ໂດຍຊ່ວຍເພີ່ມລາຍຮັບຈາກການປະມົງ ໃຫ້ແກ່ຄອບຄົວຫຼາຍກວ່າ 450 ຄອບຄົວ. ຜົນສຳເລັດສຳຄັນຂອງໂຄງການປະກອບມີ: ການກໍ່ສ້າງສະຖານທີ່ສາທິດ fishway ທີ່ນ້ຳປອກ ການພັດທະນາແນວທາງອອກແບບ ແລະ ການນຳໃຊ້ fishway ການເຝິກອົບຮົມ ແລະ ສົ່ງເສີມທຶນການສຶກສາໃຫ້ນັກຄົ້ນຄວ້າ ການມີສ່ວນຮ່ວມຂອງຊຸມຊົນ ແລະ ສົ່ງເສີມຄວາມເທົ່າເທັມທາງເພດ ການອະນຸລັກຊີວະນານາພັນໃນລຸ່ມແມ່ນ້ຳຂອງ ການເພີ່ມລາຍຮັບຈາກການຫາປາຂອງຊຸມຊົນ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ຄູ່ຮ່ວມມື ແລະ ນັກວິໄຈ ທຸກຝ່າຍ ໂດຍສະເພາະທີມງານຈາກ Charles Sturt University ທີ່ໄດ້ສະໜັບສະໜູນທາງວິຊາການ. ໃນອະນາຄົດ ໂຄງການຈະຂະຫຍາຍການນຳໃຊ້ເທັກໂນໂລຊີຊ່ວຍອະນຸລັກປາ ໄປສູ່ນະໂຍບາຍ ແລະ ການຈັດການປະມົງຢ່າງຍືນຍົງ ທັງໃນປະເທດລາວ ແລະ ພາກພື້ນແມ່ນ້ຳຂອງ. ຂະນະດຽວກັນ ທ່ານໄດ້ກ່າວຂອບໃຈຄູ່ຮ່ວມມື ແລະ ຜູ້ມີສ່ວນກ່ຽວຂ້ອງທຸກຝ່າຍ ທີ່ຊ່ວຍໃຫ້ໂຄງການ FishTech ປະສົບຜົນສຳເລັດ.