Select your language

ຫ້ອງການສະພາທິດສະດີສູນກາງພັກ ມອບປຶ້ມຜົນງານການຄົ້ນຄວ້າທາງດ້ານທິດສະດີ ແລະ ພຶດຕິກຳ ຂອງສະພາທິດສະດີສູນກາງພັກ ໃຫ້ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 12 ມີນານີ້ ທີ່ ມຊ ໂດຍການກ່າວມອບຂອງທ່ານ ຄໍາມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ແລະ ກ່າວຮັບໂດຍທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາມອນ ຈັນທະຈິດ ກ່າວວ່າ: ປຶ້ມທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ປຶ້ມສະຫຼຸບທິດສະດີ ແລະພຶດຕິກຳສ້າງປະຖົມປັດໄຈ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຈໍານວນ 10 ຫົວ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ ສປປ ລາວ ຈໍານວນ 10 ຫົວ, ສະຫຼຸບ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກຢູ່ ສປປ ລາວ (1986-2026) ຈໍານວນ 50 ຫົວ, ສຳມະນາທິດສະດີສອງພັກ ລາວ-ກູບາ ຄັ້ງທີ 1 ຈໍານວນ 10 ຫົວ, ສຳມະນາທິດສະດີສອງພັກ ລາວ-ຫວຽດນາມ ຄັ້ງທີ 9 ຈໍານວນ 10 ຫົວ, ສຳມະນາທິດສະດີສອງພັກ ລາວ-ຫວຽດນາມ ຄັ້ງທີ 8 ຈໍານວນ 10 ຫົວ, ສຳມະນາທິດສະດີສອງພັກ ລາວ-ຈີນ ຄັ້ງທີ 9 ຈໍານວນ 10 ຫົວ, ສຳມະນາທິດສະດີສອງພັກ ລາວ-ຈີນ ຄັ້ງທີ 10 ຈໍານວນ 10 ຫົວ ແລະ 60 ປີ ສ້າງຕັ້ງສາຍພົວພັນການທູດ, 45 ປີ ວັນເຊັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຈໍານວນ 10 ຫົວ ລວມທັງໝົດ 130 ຫົວ ລວມມູນຄ່າທັງໝົດ 10,340,000 ກີບ.

ໂອກາດນີ້, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຄໍາມອນ ຈັນທະຈິດ ທີ່ໄດ້ນຳເອົາປຶ້ມຈຳນວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາປຶ້ມຈໍານວນດັ່ງກ່າວໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.