ໃນວັນທີ 16 ມີນາ 2026, ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ມີພິທີເປີດຊຸດເຝິກອົບຮົມວິຊາຊີບພາຍໃຕ້ຫົວຂໍ້ “ພາສາຈີນ + ເຕັກນິກການຊ່າງໄຟຟ້າ” ຢ່າງເປັນທາງການ. ພິທີດັ່ງກ່າວຈັດຂຶ້ນໂດຍການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ, ວິທະຍາໄລເຕັກນິກໄຟຟ້າຊົງຊິ້ງ (Chongqing Electric Power College) ແລະ ບໍລິສັດ Chongqing Yingxian Enterprise Management ຈາກ ສປ ຈີນ. ໃນພິທີມີ ທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ, ຜູ້ອໍານວຍການໃຫຍ່ ມຊ, ມີບັນດາທ່ານ ຄະນະອໍານວຍການສະຖາບັນຂົງຈື, ຄະນະວິສະວະກຳສາດ ແລະ ຜ່ານລະບົບອອນລາຍມີ ສະຫາຍ ຊົງ ເວີຍ, ເລຂາພັກວິທະຍາໄລເຕັກນິກໄຟຟ້າຊົງຊິ້ງ ແລະ ທ່ານ ຈ່າງ ເຈີນຊົງ, ປະທານບໍລິສັດ Chongqing Yingxian Enterprise Management. ເຂົ້າຮ່ວມ.
ໃນພິທີ, ທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ໄດ້ກ່າວວ່າ: ໂຄງການນີ້ແມ່ນໝາກຜົນຕົວຈິງຈາກການເຊັນສັນຍາຮ່ວມມືໃນວັນທີ 13 ມັງກອນ 2025 ທີ່ຜ່ານມາ. ການເປີດຫ້ອງຮຽນໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການພັດທະນາການສຶກສາ ແລະ ສ້າງບຸກຄະລາກອນທີ່ມີຄຸນນະພາບ ໂດຍສະເພາະແມ່ນການສ້າງໃຫ້ນັກສຶກສາມີທັງຄວາມຮູ້ດ້ານພາສາຈີນ ແລະ ເຕັກນິກວິຊາຊີບການໄຟຟ້າ. ເຊິ່ງຖືເປັນປັດໄຈສຳຄັນໃນການພັດທະນາປະເທດຊາດ ແລະ ເພື່ອໃຫ້ນັກສຶກສາສາມາດນຳໄປໃຊ້ໃນວຽກງານຕົວຈິງ ແລະ ພັດທະນາວິຊາຊີບໃນອະນາຄົດ.
ທ່ານ ຊົງ ເວີຍ ກໍໄດ້ກ່າວສະແດງຄວາມຊົມເຊີຍຜ່ານທາງລະບົບອອນລາຍ ໂດຍທ່ານກ່າວບາງຕອນວ່າ ໂຄງການນີ້ແມ່ນການເລີ່ມຕົ້ນໃໝ່ໃນການຮັດແໜ້ນການແລກປ່ຽນ ແລະ ຮ່ວມກັນພັດທະນາ. ນອກຈາກການເຝິກອົບຮົມດ້ານເຕັກນິກພື້ນຖານຢູ່ ສປປ ລາວ ແລ້ວ, ໃນຕໍ່ໜ້າກໍຈະມີການຈັດກິດຈະກຳແລກປ່ຽນ ແລະ ທັດສະນະສຶກສາຢູ່ທີ່ນະຄອນຊົງຊິ້ງ ເພື່ອຍົກລະດັບທັກສະວິຊາສະເພາະ ແລະ ສຳຜັດວັດທະນະທຳຈີນຕື່ມອີກ.ໃນພິທີດັ່ງກ່າວ ຍັງໄດ້ມີກິດຈະກຳທີ່ສຳຄັນ ຄື: ເປີດປ້າຍໂຄງການ ຢ່າງເປັນທາງການ. ພິທີມອບ-ຮັບອຸປະກອນການຮຽນ-ການສອນ ດ້ານເຕັກນິກໄຟຟ້າ ໂດຍແມ່ນ ທ່ານ ສຈ. 蒲晓湘 (Pu Xiaoxiang) ເປັນຜູ້ມອບ ໃຫ້ແກ່ຕົວແທນຈາກສະຖາບັນຂົງຈື ມຊ ແລະ ການກ່າວສະແດງຄວາມຮູ້ສຶກ ຂອງຕົວແທນນັກສຶກສາ (ນາງ ວັງ ເມີ່ຍຫລິນ) ທີ່ໄດ້ສະແດງຄວາມຂອບໃຈຕໍ່ຄະນະນໍາທຸກພາກສ່ວນ ທີ່ໄດ້ສ້າງຂົວຕໍ່ແຫ່ງມິດຕະພາບ ແລະ ຄວາມຮູ້ໃນຄັ້ງນີ້.
ຊຸດເຝິກອົບຮົມ “ພາສາຈີນ + ເຕັກນິກການຊ່າງໄຟຟ້າ” ນີ້ ຖືເປັນການຫັນເອົາການຮ່ວມມືດ້ານການສຶກສາລະຫວ່າງ ລາວ-ຈີນ ໃຫ້ກາຍເປັນຮູບປະທຳຢ່າງແທ້ຈິງ, ມຸ່ງເນັ້ນການສ້າງຊັບພະຍາກອນມະນຸດທີ່ມີທັກສະຮອບດ້ານ ເພື່ອຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນຍຸກປັດຈຸບັນ.