Select your language

ໃນວັນທີ 18 ມີນາ 2026 ຜ່ານມາ, ຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກີລາສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການເປັນປະທານຂອງສະຫາຍ ປອ. ນາງ ທອງມາລາ ໂພສີຄຳ ເລຂາຄະນະພັກຮາກຖານ, ຫົວໜ້າຄະນະວິຊາ ຄອສ, ມີຄະນະບໍລິຫານງານພັກຮາກຖານ, ມີບັນດາສະມາຊິກພັກພະນັກງານ, ຄູ-ອາຈານ ແລະ ສະມາຊິກພັກນັກສຶກສາເຂົ້າຮ່ວມ.

ໃນພິທີ, ສະຫາຍ ປອ. ນາງ ທອງມາລາ ໂພສີຄຳ ໄດ້ນຳສະເໜີ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກີລາສະໄໝທີ X; ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ເຊິ່ງສະຫາຍໄດ້ໃຫ້ຮູ້ກ່ຽວກັບໂຄງຮ່າງການຈັດຕັ້ງຂອງຄະນະບໍລິຫານສູນກາງພັກ; ພ້ອມທັງເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ຂອງອົງຄະນະພັກ ມຊ ໂດຍກອງປະຊຸມໄດ້ເປັນເອກະພາບ ຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ປີ 2025 ຮອດ ປີ 2030 ແລະ ໄດ້ກໍານົດ 9 ວຽກງານຈຸດສຸມ, ເພື່ອໃຫ້ບັນລຸຈຸດໝາຍລວມ ແລະ ວິໄສທັດ ຂອງ ມຊ ໃນການພັດທະນາຄຸນະພາບການສຶກສາ, ກອງປະຊຸມໄດ້ກຳນົດ 7 ເປົ້າໝາຍສູ້ຊົນດັ່ງນີ້: 1. ສ້າງ ມຊ ແລະ ພັດທະນາບຸກຄະລາກອນ; 2. ພັດທະນາ ມຊ ໃຫ້ເປັນສູນກາງການສຶກສາທີ່ມີຄຸນະພາບ; 3. ພັດທະນາ ມຊ ໃຫ້ເປັນສູນກາງການຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການ; 4. ສ້າງ ແລະ ພັດທະນາກົນໄກບໍລິຫານ ແລະຄຸ້ມຄອງບໍລິຫານທີ່ດີ ແລະ ທັນສະໄໝ; 5. ປັບປຸງ, ຂະຫຍາຍ ແລະ ພັດທະນາພື້ນຖານໂຄງລ່າງສູ່ຄວາມເປັນສາກົນ; 6. ສ້າງຄວາມເຂັ້ມແຂງທາງດ້ານການເງິນ; 7. ສ້າງຄວາມເຂັ້ມແຂງທາງດ້ານວຽກງານພົວພັນຕ່າງປະເທດ ເພື່ອຫັນໄປສູ່ຄວາມເປັນສາກົນ.

ພ້ອມນັ້ນ, ສະຫາຍ ໂພໄຊ ເທບວິໄລວົງ ປະທານກວດກາພັກ-ຮອງຫົວໜ້າຄະນະວິຊາ ຄອສ ກໍໄດ້ຜ່ານແຜນພັດທະນາ 5 ປີ ຂອງ ຄອສ (ແຕ່ປີ 2026-2030) ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນວິໄລທັດຂອງ ຄອສ ເປັນສູນກາງການສຶກສາ ແລະ ຄົ້ນຄວ້າວິທະຍາສາດດ້ານພາສາ, ວັດທະນະທຳ ແລະ ສື່ສານມວນຊົນ ທີ່ເຊື່ອມໂຍງເຕັກໂນໂລຊີ ທັນສະໄໝສູ່ມາດຕະຖານພາກພື້ນ ແລະ ສາກົນ, ໂດຍໄດ້ກຳນົດໄວ້ 7 ແຜນງານ ( ປະກອບມີ 29 ໂຄງການ, 54 ກິດຈະກຳຫຼັກ, 150 ກິດຈະກຳຍ່ອຍ) ທີ່ກໍານົດໄວ້ຢ່າງລະອຽດໃນການຈັດຕັ້ງປະຕິບັດ.

ນອກນັ້ນ, ໃນທີ່ປະຊຸມຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ແລະ ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນອີກດ້ວຍ.