Select your language

ກຸ່ມບໍລິສັດມາລີນີ ມອບເງິນອຸປະຖຳຈຳນວນ 10.000.000 ກີບ ໃຫ້ກັບສະຫະພັນກີລາ ມະຫາວິທະຍາໄລລາວ ໃນການນຳພານັກກີລາ ແລະຄະນະເຂົ້າຮ່ວມແຂ່ງຂັນໃນງານ ກິລາບານເຕະນັກສຶກສາມະຫາວິທະຍາໄລ ທີ່ຈະຈັດຂຶ້ນທີ ມະຫາວິທະຍາໄລຫຍ່າຈາງ ສສ ຫວຽດນາມ ໃນຊ່ວງວັນທີ 25 ເດືອນມີນາ - 6 ເມສາ 2026 ທີ່ຈະມາເຖິງນີ້, ເຊິ່ງມອບໂດຍ ທ່ານ ປອ. ສົມປະສົງ ພົມມະເສນຜູ້ບໍລິຫານຂອງ ບໍລິສັດມາລີນີ ແລະຮັບໂດຍ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ເປັນປະທານຄະນະບໍລິຫານງານສະຫະພັນກິລາມະຫາວິທະຍາໄລລາວ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຮອງປະທານ, ເລຂາທິການສະຫະພັນກິລາມະຫາວິທາຍາໄລລາວ ພ້ອມດ້ວຍຄະນະ ທີ່ສະໂມສອນໃຫຍ່ ມຊ.