Select your language

ໃນວັນທີ 20 ມີນາ 2026 ທີ່ຜ່ານມາ ໂຮງຮຽນພອນສະຫວັນແຫ່ງຊາດ, ໄດ້ຈັດງານປະກວດຊຸດລີໄຊໂຄ ປະຈຳປີ 2026 ເຊິ່ງເປັນໂຄງການຊາວໜຸ່ມຮັກສາສິ່ງແວດລ້ອມ ຢູ່ທີ່ສະໂມສອນຂອງໂຮງຮຽນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຫອງ ສີບຸນເຮືອງ ຮອງຜູ້ອຳນວຍການ-ຜູ້ຊີ້ນຳວຽກງານສາມອົງກອນການຈັດຕັ້ງມະຫາຊົນ, ທ່ານ ໜູເບ ທິບພົນເລືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ມຊ, ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນ້ອງໆນັກຮຽນ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຄຳຫອງ ສີບຸນເຮືອງ ກໍໄດ້ມີຄຳເຫັນຕໍ່ທີ່ປະຊຸມ ໂດຍທ່ານໄດ້ເນັ້ນວ່າກິດຈະກຳດັ່ງກ່າວເປັນກິດຈະທີ່ຈັດຕັ້ງ-ປະຕິບັດໂດຍນ້ອງນັກຮຽນທີ່ເປັນສະມາຊິກຊາວໜຸ່ມ ເພື່ອສ້າງຈິດສຳນຶກໃນການອະນຸລັກຮັກສາ ແລະປົກປັກສາສິ່ງແວດລ້ອມ ໂດຍສະເພາະແມ່ນການແປຮູບ, ປະຍຸກ ຫຼື ນຳເອົາສິ່ງເສດເຫຼືອກັບຄືນມານຳໃຊ້ໃໝ່ເພື່ອຫຼຸດຜ່ອນປະລິນມານຂີ້ເຫຍື້ອ. ພ້ອມນັ້ນ, ຍັງເປັນການສ້າງພຶດຕິກຳທີ່ດີໃຫ້ກັບໄວໜຸ່ມໃນການແຍກຂີ້ເຫຍື້ອ ແລະຄຳນືງເຖິງສິ່ງແວດລ້ອມທຸກຄັ້ງໃນການໃຊ້ຊີິວິດປະຈຳວັນ.

ໃນພິທີ, ນາງ ມະນີລິນ ໄຊທອງປານ ຫົວຫນ້າໂຄງການຊາວໜຸ່ມຮັກສາສິ່ງແວດລ້ອມ ຂອງໂຮງຮຽນພອນສະຫວັນແຫ່ງຊາດ ປະຈຳສົກຮຽນ 2025-2026 ກໍໄດ້ກ່າວປະຫວັດຄວມເປັນມາຂອງໂຄງການ ເຊິ່ງໄດ້ກ່າວວ່າ: ໂຄງການດັ່ງກ່າວໄດ້ ສ້າງຕັ້ງຂື້ນໃນປີ 2015 ໂດຍ ທ້າວ ແສງຕາວັນ ວິລະສາວົງ ເຊິ່ງເປັນນັກຮຽນຮຸ່ນທີ VII ຂອງໂຮງຮຽນພອນສະຫວັນໃນໄລຍະນັ້ນແມ່ນມີ ອາຈານ ແກ້ວສິລິພອນ ຈັນທະລາ ທີ່ດຳລົງຕຳແໜ່ງເປັນເລຂາຄະນະບໍລິຫານຊາວໜຸ່ມຂອງ ຮພຊ ໂດຍມີຈຸດປະສົງຫຼັກຂອງການແມ່ນເພື່ອປົກປັກຮັກສາສີ່ງແວດລ້ອມພາຍໃນໂຮງຮຽນພ້ອມທັງເຜີຍແຜ່ ແລະປູກຈິດສຳນຶກໃຫ້ກັບໄວໜຸ່ມ ກໍຄືການສ້າງໄວໜຸ່ມລຸ້ນໃໝ່ໃຫ້ມີຈິດສຳນຶກຮັກ ໃນການອະນຸລັກ ປົກປັກຮັກສາສິ່ງແວດລ້ອມ, ນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນໂຄງການແມ່ນຈະປະກອບມີ 4 ໜ່ວຍງານຄື: ໜ່ວຍງານເກັບກໍາຂໍ້ມູນ, ໜ່ວຍງານສາງ ຫຼື ໜ່ວຍງານລີໄຊໂຄ, ໜ່ວຍງານປະຊາສຳພັນ ແລະ ໜ່ວຍງານກິດກຳ. ນອກຈາກການເຄື່ອນໄຫວພາຍໃນໂຮງຮຽນແລ້ວຍັງໄດ້ເຄື່ອນໄຫວນອກສະຖານທີ່ຄືໄດ້ເປັນສ່ວນໜື່ງໃນການຮັກສາຄວາມສະອາດໃນສັງຄົມເຊັ່ນ: ຂະບວນການເກັບຂີ້ເຫຍື້ອໃນງານນະມັດສະການພຣະທາດຫຼວງວຽງຈັນໃນປີ 2019-2020, ສິ່ງທີ່ພິເສດທີ່ສຸດແມ່ນສົກຮຽນ 2018-2019 ໂຮງຮຽນ ມສ ພອນສະຫວັນ ໄດ້ຈັດງານປະກວດລີໄຊໂຄຂື້ນເປັນຄັ້ງທຳອິດເຊິ່ງໄດ້ຮັບປະສົບຜົນສຳເລັດເປັນຢ່າງດີ ມາຮອດສົກຮຽນ 2025-2026 ນີ້ງານປະກວດຊຸດລີໄຊໂຄກໍ່ໄດ້ຈັດຂື້ນອີກຄັ້ງເຊີ່ງຖືວ່າເປັນຄັ້ງທີ່ II ແລະໄດ້ຮັບຄວາມສົນໃຈ ຈາກຊາວໜຸ່ມນັກຮຽນພາຍໃນໂຮງຮຽນເປັນຢ່າງດີ ເຊິ່ງຊຸດທີ່ນ້ອງນັກຮຽນໄດ້ອອກແບບມາປະກວດໃນຄັ້ງນີ້ລ້ວນແຕ່ປະດິດມາຈາກສິ່ງເສດເຫຼືອ ແລະສ້າງສັນຈາກຄວາມຄິດຂອງເຂົາເຈົ້າາທີ່ມີເອກະລັກສະເພາະຂອງແຕ່ຊຸດນັ້ນເອງ..