ໃນຕອນເຊົ້າ ວັນທີ 03 ເມສາ 2026 ຜ່ານມານີ້, ອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ(ມຊ), ໄດ້ຈັດກອງປະຊຸມເຊື່ອມຊຶມ ເອກະສານສໍາຄັນ ຂອງພັກ ແລະ ປະກາດການຈັດຕັ້ງ ຂັ້ນຮາກຖານພັກ ແລະ ໜ່ວຍພັກຮາກຖານ ຂຶ້ນທີ່ຫ້ອງປະຊຸມຊັ້ນ 2 ສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສຈ.ປອ. ເດຊານຸລາດ ແສນດວງເດດ ເລຂາອົງຄະນະພັກ, ຜູ້ອໍານວຍການໃຫຍ່ ມຊ, ສະຫາຍ ທອງສຸກ ແກ້ວມະນີ ປະທານກວດກາພັກ, ຮອງຜູ້ອໍານວຍການໃຫຍ່ ມຊ, ບັນດາສະຫາຍຄະນະພັກຮາກຖານ ສໍານັກງານຜູ້ອໍານວຍການໃຫຍ່, ບັນດາເລຂາໜ່ວຍພັກ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກອ້ອມຂ້າງສໍານັກງານຜູ້ອໍານວຍການໃຫຍ່ເຂົ້າຮ່ວມ.
ໃນທີ່ປະຊຸມ ໄດ້ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ໃຫ້ກຽດບັນຍາຍໂດຍ ສະຫາຍ ສຈ.ປອ. ເດຊານຸລາດ ແສນດວງເດດ ເລຂາອົງຄະນະພັກ, ຜູ້ອໍານວຍການໃຫຍ່ ມຊ, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກີລາ, ບັນຍາຍໂດຍ ສະຫາຍ ປອ. ຊາຍຄໍາ ວັນນະໄຊ ຄະນະພັກ ມຊ, ເລຂາຄະນະພັກຮາກຖານ ສໍານັກງານຜູ້ອໍານວຍການໃຫຍ່ ມຊ, ຮັບຟັງການເຜີຍແຜ່ ເອກະສານຕ້ານການສໍ້ລາດບັງຫຼວງ, ບັນຍາຍໂດຍ ສະຫາຍ ປອ. ນາງ ໃບສີ ວາເນັງຈື ປະທານກວດກາຄະນະພັກ ຮາກຖານ ສໍານັກງານຜູ້ອໍານວຍການໃຫຍ່ ມຊ, ເອກະສານ ແລະ ບັນຍາຍໂດຍສະຫາຍ ອໍາເຄັງ ເພັງລາສີ ຄະນະພັກຮາກຖານ ສໍານັກງານຜູ້ອໍານວຍການໃຫຍ່ ມຊ ແລະ ຮັບຟັງການເຜີຍແຜ່ ເອກະສານ ແຜນການ ການຈັດຕັ້ງ ປະຕິບັດຍຸດທະສາດ ຕ້ານການສໍ້ລາດບັງຫຼວງ 10 ປີ (2025 ຫາ 2035) ໂດຍ ສະຫາຍ ເຢຍລໍ່ ເຢ່ຍວື ຄະນະພັກຮາກຖານສໍານັກງານ ຜູ້ອໍານວຍການໃຫຍ່ ມຊ.
ຈາກນັ້ນ, ສະຫາຍ ປອ. ຊາຍຄໍາ ວັນນະໄຊ ໄດ້ປະກາດ ມະຕິຕົກລົງ ຂອງຄະນະປະຈໍາພັກ ມຊ ເລກທີ 41/ອພ.ມຊ, ລົງວັນທີ 10 ມີນາ 2026 ວ່າດ້ວຍການ ສ້າງຕັ້ງຄະນະພັກຮາກຖານ ຫ້ອງການຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ມະຕິຕົກລົງ ສະບັບເລກທີ 42/ອພ.ມຊ, ວົງວັນທີ 20 ມີນາ 2026 ວ່າດ້ວຍການສ້າງຕັ້ງ ຄະນະຄະນະພັກຖານ ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ, ມະຕິຕົກລົງ ສະບັບເລກທີ 43/ອພ.ມຊ, ລົງວັນທີ 20 ມີນາ 2026 ວ່າດ້ວຍການສ້າງຕັ້ງ ຄະນະພັກຮາກຖານ ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ, ມະຕິຕົກລົງ ສະບັບເລກທີ 44/ອພ.ມຊ, ລົງວັນທີ 20 ມີນາ 2026 ວ່າດ້ວຍການສ້າງຕັ້ງ ໜ່ວຍພັກຮາກຖານ ຫ້ອງການແຜນການ ແລະ ການເງິນ ແລະ ມະຕິຕົກລົງ ສະບັບເລກທີ 45/ອພ.ມຊ, ລົງວັນທີ 20 ມີນາ 2026 ວ່າດ້ວຍການສ້າງຕັ້ງ ໜ່ວຍພັກຮາກຖານ ຫໍສະໝຸດກາງ; ພ້ອມດຽວກັນນີ້, ກໍໄດ້ອ່ານມະຕິຕົກລົງ ສະບັບເລກທີ 047/ອພ.ມຊ, ລົງວັນທີ 31 ມີນາ 2026 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ ຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ຄື: ສະຫາຍ ຮສ.ປອ. ບຸນທອນ ສຸຂະວົງ ຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ເປັນເລຂາຄະນະພັກຮາກຖານ, ສະຫາຍ ປອ. ນາງ ໃບສີ ວາເນັງຈື ຮອງຫົວໜ້າຫ້ອງການ ສັງລວມ ແລະ ພົວພັນຕ່າງປະເທດ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ອໍາເຄັງ ເພັງລາສີ ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ເປັນປະທານກວດກາ, ສະຫາຍ ສູນທະລີ ບົວສີສະຫວັດ ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ເປັນຄະນະພັກຮາກຖານ ແລະ ສະຫາຍ ວັນປະເສີດ ໄຊຊະນະວົງ ເປັນຄະນະພັກຮາກຖານ; ອ່ານມະຕິຕົກລົງ ສະບັບເລກທີ 048/ອພ.ມຊ, ລົງວັນທີ 31 ມີນາ 2026, ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ຄື: ສະຫາຍ ປອ. ຊາຍຄໍາ ວັນນະໄຊ ຫົວໜ້າຫ້ອງການ ຈັດຕັ້ງ-ພະນັກງານ ແລະ ກວດກາ ເປັນເລຂາ ຄະນະພັກຮາກຖານ, ສະຫາຍ ນາງ ສີພະຈັນ ສີວິໄລ ຮອງຫົວໜ້າຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ຈັນທະບູນ ສີສຸວົງ ຮອງຫົວໜ້າຫ້ອງການ ຈັດຕັ້ງ-ພະນັກງານ ແລະ ກວດກາ ເປັນປະທານກວດກາ ແລະ ສະຫາຍ ໜູເບ ທິບບຸນເລືອງ ເປັນຄະນະພັກຮາກຖານ, ອ່ານມະຕິຕົກລົງ ສະບັບເລກທີ 049/ອພ.ມຊ, ລົງວັນທີ 31 ມີນາ 2026 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ຄື: ສະຫາຍ ປອ. ທະນົງສັກ ດວງດາລາ ຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ເປັນເລຂາຄະນະພັກຮາກຖານ, ສະຫາຍ ນາງ ບຸນນໍາ ຊົມວິມານ ຮອງຫົວໜ້າຫ້ອງການ ວິຊາການ ແລະ ຄຸ້ມຄອງນັກສຶກສາ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ເປີ້ນ ອິນທະໜໍ່ ຮອງຫົວໜ້າຫ້ອງການ ວິຊາການ ແລະ ຄຸ້ມຄອງນັກສຶກສາ ເປັນປະທານກວດກາ, ສະຫາຍ ປອ. ຄໍາຫຼ້າ ອິນຄະວິໄລ ເປັນຄະນະພັກຮາກຖານ ແລະ ສະຫາຍ ນາງ ສຸດໄຈ ພະສະຫວັດ ເປັນຄະນະພັກຮາກຖານ ແລະ ໄດ້ອ່ານມະຕິຕົກລົງ ສະບັບເລກທີ 050/ອພ.ມຊ, ລົງວັນທີ 31 ມີນາ 2026 ວ່າດ້ວຍການ ບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກຮາກຖານ ຫ້ອງການແຜນການ ແລະ ການເງິນ ຄື: ສະຫາຍ ເຢຍລໍ່ ເຍ່ຍວື ຫົວໜ້າຫ້ອງການແຜນການ ແລະ ການເງິນ ເປັນເລຂາຄະນະໜ່ວຍພັກຮາກຖານ, ສະຫາຍ ບົວພັນ ບຸນໄຊທິບ ຮອງຫົວໜ້າຫ້ອງການແຜນການ ແລະ ການເງິນ ເປັນຮອງເລຂາຄະນະໜ່ວຍພັກຮາກຖານ, ສະຫາຍ ນາງ ຈອມມະນີ ທໍາມະວົງສາ ເປັນຜູ້ກວດກາໜ່ວຍພັກຮາກຖານ ແລະ ສະຫາຍ ຫຼ້າ ທໍາມະວົງ ເປັນຮອງຜູ້ກວດກາໜ່ວຍພັກຮາກຖານ ແລະ ອ່ານມະຕິຕົກລົງ ສະບັບເລກທີ 051/ອພ.ມຊ, ລົງວັນທີ 31 ມີນາ 2026 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກຮາກຖານ ຫໍສະໝຸດກາງ ຄື: ສະຫາຍ ຄໍາສະອອນ ຈຸນລະມະນີ ຜູ້ອໍານວຍການ ຫໍສະໝຸດກາງ ເປັນເລຂາຄະນະໜ່ວຍພັກຮາກຖານ, ສະຫາຍ ນາງ ພາວະດີ ຈໍາປາທອງ ເປັນຮອງເລຂາໜ່ວຍພັກຮາກຖານ, ສະຫາຍ ຄໍາຜາງ ທັດສະນີທອນ ເປັນຜູ້ກວດກາໜ່ວຍພັກຮາກຖານ ແລະ ສະຫາຍ ແກ້ວພູທອນ ຫາທາລົງ ເປັນຮອງຜູ້ກວດກາໜ່ວຍພັກຮາກຖານ.