Select your language

ເລີ່ມແຕ່ເດືອນມັງກອນ 2025 ເປັນຕົ້ນມາ, ມະຫາວິທະຍາໄລແຫງຊາດ (ມຊ) ໄດ້ຈັດຕັ້ງປະຕິບັດໂຄງການ Tourism-Zero (Curriculum Development for Zero-Waste Management in the Hospitality and Tourism Sector) ເປັນໂຄງການຮ່ວມທຶນ (co-funded project) ພາຍໃຕ້ຂອບການຮ່ວມມື Erasmus+ CBHE (ຕຸລາ 2024 - ກັນຍາ 2027), ໂດຍການຮ່ວມມືກັບມະຫາວິທະຍາໄລຈາກ ສປ ຈີນ, ໄທ, ເກຣັກ, ແລະ ແອັດສະປາຍ. ພາຍໃນ ມຊ, ໂຄງການດັ່ງກ່າວແມ່ນກໍາລັງຈັດຕັ້ງປະຕິບັດຢູ່ ຄະນະວິທະຍາສາດສັງຄົມ, ຄະນະວິທະຍາສາດສິ່ງແວດລ້ອມ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ. ໂຄງການ Tourism-Zero ມີຈຸດປະສົງສ້າງຄວາມເຂັ້ມແຂງດ້ານການຮຽນ-ການສອນໃນສາຂາວິຊາການທ່ອງທ່ຽວ ແລະ ການບໍລິການ, ແລະ ຮັບປະກັນຄວາມສອດຄ່ອງກັບຄວາມຕ້ອງການໃນຕະຫຼາດແຮງງານໃນດ້ານຄວາມຮູ້ ແລະ ທັກສະ ທີ່ຈໍາເປັນສໍາລັບການປະຕິບັດການທ່ອງທ່ຽວແບບຍືນຍົງ ແລະ ຫຼຸດຜ່ອນສິ່ງເສດເຫຼືອໃຫ້ເປັນສູນໃນອຸສະຫະກໍາການທ່ອງທ່ຽວ ແລະ ການບໍລິການ. ພາຍໃຕ້ໂຄງການ Tourism-Zero, ນັກວິຊາການ ແລະ ຊ່ຽວຊານ ຈາກມະຫາວິທະຍາໄລຄູ່ຮ່ວມມືໃນໂຄງການໄດ້ຮ່ວມມືຄົ້ນຄວ້າ ແລະ ພັດທະນາເນື້ອໃນບົດຮຽນ 4 ລາຍວິຊາ ດັ່ງລຸ່ມນີ້:

1. ວິຊາທີ 1: ການບໍລິໂພກທີ່ມີຄວາມຮັບຜິດຊອບ ແລະ ຜົນກະທົບຂອງສິ່ງເສດເຫຼືອຕໍ່ພາວະໂລກຮ້ອນ

2. ວິຊາທີ 2: ກິດຈະກໍາການທ່ອງທ່ຽວ ແລະ ການບໍລິການທີ່ຫຼຸດຜ່ອນສິ່ງເສດເຫຼືອ

3. ວິຊາທີ 3: ການຈັດການສິ່ງເສດເຫຼືອໃນເຂດເທດສະບານ

4. ວິຊາທີ 4: ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

ລາຍວິຊາດັ່ງກ່າວຈະໄດ້ທົດລອງສອນແບບເຊິ່ງໜ້າ ແລະ ຜ່ານທາງອອກລາຍໃຫ້ແກ່ນັກສຶກສາ ມຊ. ພ້ອມກັນນີ້, ຍັງຈະໄດ້ເປີດໃຫ້ຜູ້ທີ່ມີຄວາມສົນໃຈຈາກພາຍນອກເຊັ່ນ: ສິດເກົ່າ, ບຸກຄະລາກອນດ້ານການທ່ອງທ່ຽວ, ຜູ້ປະກອບການ ແລະ ບຸກຄົນທົ່ວໄປທີ່ສົນໃຈ ສາມາດເຂົ້າຮຽນໄດ້ຜ່ານລະບົບອອນລາຍ.

ທ່ານສາມາດສຶກສາລາຍລະອຽດໂຄງຮ່າງລາຍວິຊາ (course outline) ໄດ້ທີ່: https://drive.google.com/.../1sWuzvfy1cAQhCAabKWn9mYMm7Em...