ໃນເຊົ້າ ວັນທີ 22 ເມສາ 2026 ທີ່ຫ້ອງຮັບແຂກ VIP ຕຶກສຳນັກງານ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ຮສ. ປອ. ສິນທະວອນ ດາລາວົງ, ຮອງຜູ້ອຳນວຍການໃຫຍ່ ມຊ, ມີຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ແລະ ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນດ້ານວິຊາການຂອງຄະນະຜູ້ແທນຈາກ iFLYTEK ASEAN Headquarters ສປ ຈີນ.
ຈຸດປະສົງການມາຢ້ຽມຢາມ ແລະ ພົບປະຄະນະນໍາ ມຊ ຂອງຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້ ກໍເພື່ອປຶກສາຫາລືກ່ຽວກັບແຜນການຮ່ວມມືເຊິ່ງກັນ ແລະ ກັນ, ໂດຍເນັ້ນໜັກໃສ່ ການນຳເອົາອຸປະກອນທີ່ທັນສະໄໝ, ເຕັກໂນໂລຊີລະດັບສູງ ແລະ ລະບົບປັນຍາປະດິດ ຫຼື AI ເຂົ້າມານຳໃຊ້ເຂົ້າໃນການຮຽນ-ການສອນຢ່າງເຕັມຮູບແບບ, ເຊິ່ງແນ່ນອນວ່າ ຈະມີຜົນດີຫຼາຍຢ່າງ ບໍ່ວ່າຈະເປັນການຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານວິຊາການ, ການແລກປ່ຽນເຕັກໂນໂລຊີທີ່ທັນສະໄໝ ແລະ ການສ້າງໂອກາດໃໝ່ໆ ໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາໃນ ມຊ.
ການມາຢ້ຽມຢາມຂອງ iFLYTEK ໃນຄັ້ງນີ້, ບໍ່ພຽງແຕ່ແມ່ນການມາຢ້ຽມຢາຕາມປົກກະຕິ, ແຕ່ແມ່ນການເປີດປະຕູສູ່ໂລກແຫ່ງນະວັດຕະກໍາທີ່ຈະມີຜົນດີ ຕໍ່ການພັດທະນາຊັບພະຍາກອນມະນຸດ ຂອງພວກເຮົາໃຫ້ກ້າວໄກໄປສູ່ລະດັບສາກົນ. ຄວາມຕັ້ງໃຈໃນການສ້າງສັນການຮ່ວມມື ເຊິ່ງຈະເປັນແຮງຈູງໃຈໃຫ້ທຸກພາກສ່ວນ ເຫັນຄວາມສຳຄັນຂອງການເຊື່ອມໂຍງດ້ານການສຶກສາລະຫວ່າງປະເທດ ທີ່ຈະນຳມາເຊິ່ງຄວາມຈະເລີນຮຸ່ງເຮືອງໃນອະນາຄົດ.