Select your language

ເພື່ອເປັນການກະກຽມຄວາມພ້ອມ ໃນການສະເຫຼີມ ສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ(ມຊ), ຄົບຮອບ 30 ປີ ທີ່ຈະມາເຖິງ ໃນວັນທີ 5 ພະຈິກ 2026; ໃນຕອນບ່າຍ ວັນທີ 29 ເມສາ 2026 ຜ່ານມານີ້, ມຊ ໄດ້ຈັດພິທີຖະແຫຼງຂ່າວ ຢ່າງເປັນທາງການຂຶ້ນ ທີ່ສະໂມສອນ ສະຖາບັນຂົງຈື ມຊ, ໂດຍການໃຫ້ກຽດຖະແຫຼງຂ່າວຂອງ ທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ, ເຂົ້າຮ່ວມໃນພິທີ ມີທ່ານ ຮສ.ປອ. ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ, ມີບັນດາທ່ານ ຮອງຜູ້ອໍານວຍການໃຫຍ່ ມຊ, ມີບັນດາຫົວໜ້າຄະນະວິຊາ, ຜູ້ອໍານວຍການສະຖາບັນ, ຫົວໜ້າກ້ອງການ, ຮອງຫົວໜ້າຫ້ອງການ, ຜູ້ອໍານວຍການຫໍສະໝຸດກາງ, ຜູ້ອໍານວຍການສູນ, ບັນດາຜູ້ປະກອບການ ຮ່ວມພັດທະນາ, ພະນັກງານ, ຄູອາຈານ ແລະ ຕົວແທນນັກສຶກສາ ແລະ ສື່ມວນຊົນສໍານັກຕ່າງໆເຂົ້າຮ່ວມ.

          ກ່ອນການຖະແຫຼງຂ່າວ, ທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ໄດ້ແຈ້ງໃຫ້ທີ່ປະຊຸມ ແລະ ສື່ມວນຊົນຊາບກ່ຽວກັບວຽກງານກະກຽມອອກແບບເບື້ອງຕົ້ນຂອງຫົວຂໍ້ (Theme) ແລະ (Logo) ສໍາລັບການສະເຫຼີມ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ແມ່ນໄດ້ສໍາເລັດ ແລະມີຄວາມກຽມພ້ອມແລ້ວ. ສັນຍະລັກດັ່ງກ່າວນີ້ ຈະຖືກນໍາໃຊ້ເຂົ້າໃນທຸກຂະບວນການໂຄສະນາປະຊາສໍາພັນ ຜ່ານສື່ສັງຄົມອອນລາຍ ແລະ ໃນເວັບໄຊ ທາງການ ຂອງ ມຊ. ໂລໂກດັ່ງກ່າວ ສະທ້ອນເຖິງເສັ້ນທາງແຫ່ງການເຕີບໃຫຍ່ຂອງ ມຊ, ຊຶ່ງປະກອບດ້ວຍ: ຕົວເລກ “30”: ທີ່ປະສານເຂົ້າກັບຮູບສັນຍະລັກຂອງ ມຊ, ສີຄໍາ: ໝາຍເຖິງສາມທົດສະວັດແຫ່ງຄວາມເປັນເລີດ ແລະ ຮາກເຫງົ້າທາງວັດທະນະທໍາ ແລະ ສີຟ້າ: ໝາຍເຖິງຄວາມມຸ່ງໝັ້ນໃນການພັດທະນາສູ່ລະດັບສາກົນ  ແລະ ເນື້ອໃນການຖະແຫຼງ ທ່ານໄດ້ກ່າວວ່າ:  ເມື່ອ 30 ປີ ກ່ອນນີ້, ບັນດາທ່ານຜູ້ກໍ່ຕັ້ງ ມະຫາວິທະຍາໄລຂອງພວກເຮົາ ໄດ້ວາງວິໄສທັດໂດຍມຸ່ງໝັ້ນ ບໍ່ພຽງແຕ່ສ້າງໄວໜຸ່ມນັກສຶກສາທາງດ້ານວິຊາຊີບເທົ່ານັ້ນ, ແຕ່ຫາກຍັງຈະເປັນຜູ້ປົກປັກຮັກສາ ຈິດວິນຍານທາງດ້ານວັດທະນະທໍາ, ຊຸກຍູ້ທາງດ້ານການຄົ້ນຄວ້າວິທະຍາສາດ ແລະ ເປັນຂົວຕໍ່ເຊື່ອມໂຍງປະເທດເຮົາກັບພາກພື້ນ ແລະ ສາກົນ. ມື້ນີ້, ເມື່ອຫວນຄືນເບີ່ງວິໄສທັດດັ່ງກ່າວ ແລະ ສືບຕໍ່ມຸ່ງໝັ້ນສູ່ອະນາຄົດ. ພວກເຮົາໄດ້ຢຶດຖືຄໍາຂວັນການສະເຫຼີມສະຫຼອງທີ່ສາມາດສະທ້ອນເຖິງຈິດວິນຍານ, ຜົນສໍາເລັດ ແລະ ຄວາມມຸ່ງຫວັງຂອງພວກເຮົາ ຄື “ມຸ່ງໝັ້ນສ້າງນັກວິຊາການ  ສືບສານວັດທະນະທໍາ  ນໍາໜ້າດ້ານວິທະຍາສາດ   ສ້າງບາດກ້າວໃໝ່ສູ່ສາກົນ”  ແລະ ທ່ານກ່າວຕື່ມວ່າ ການສະເຫຼີມ ສະຫຼອງ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ຄັ້ງນີ້, ບໍ່ໄດ້ເນັ້ນທີ່ຄວາມຫຼຸຫຼາ ຟຸມເຟືອຍ ແຕ່ຫາກເນັ້ນທີ່ການສ້າງຂະບວນການ ທີ່ຫຼາກຫຼາຍ ມີຄວາມຟົດຟື້ນ ແຂ່ງຂັນກັນພັດທະນາໄປສູ່ຄຸນນະພາບ, ເຊິ່ງໄດ້ກໍານົດໄວ້ຫຼາຍກິດຈະກໍາ ຄື:

  • ຈະມີການຮິບໂຮມຜົນງານດ້ານຕ່າງໆ ຂອງ ມຊ ແລະ ຮຽບຮຽງປຶ້ມປະຫວັດສາດ ມຊ 30 ປີ.
  • ຄົ້ນຄວ້າ ຍ້ອງຍໍຜູ້ມີຜົນງານດີເດັ່ນ ໃນການປະກອບສ່ວນສ້າງຕັ້ງ ແລະ ພັດທະນາ ມຊ ໃນ 30 ປີ ຜ່ານມາ.
  • ຈັດກິດຈະກໍາ ວິຊາການ, ຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ແລະ ສາກົນ, ຈັດເສວະນາໂຕ້ວາທີ ແລະນອກນີ້ ຍັງຈະມີກິດຈະກໍາປິ່ນອ້ອມອື່ນໆອີກເຊັ່ນ ຈັດວາງສະແດງຜົນງານວິຊາການ, ງານຕະຫຼາດນັດ

ອາຫານນາໆຊາດ, ຈັດແຂ່ງຂັນກີລາ, ແຂ່ງຂັນ ສິລະປະ-ວັນນະຄະດີ ແລະ ຈັດກິດຈະກໍາແລ່ນ ມິນິມາຣາທອນ.

ແລະ ເພື່ອໃຫ້ການສະເຫຼີມ ສະຫຼອງວັນດັ່ງກ່າວນີ້ ເຕັມໄປດ້ວຍບັນຍາກາດ ແລະ ມີຜົນສໍາເລັດຢ່າງຈົບງາມນັ້ນ; ທ່ານ ຍັງໄດ້ໃຫ້ຮູ້ເຖິງແຜນການເຄື່ອນໄຫວ ໃນແຕ່ລະເດືອນຢ່າງລະອຽດ, ໂດຍມອບໝາຍໃຫ້ແຕ່ລະພາກສ່ວນ ໃນ ມຊ ປະຕິບັດໃຫ້ສະໝໍ່າສະເໝີ ແຕ່ນີ້ ເຖິງມື້ສະເຫຼີມ ສະຫຼອງ ຊຶ່ງຈະໄດ້ຈັດຂຶ້ນເປັນເວລາ 3 ວັນ ຄື ວັນທີ 4, 5 ແລະ 6 ປີ 2026.  ເຊິ່ງການເຄື່ອນໄຫວແຕ່ລະເດືອນມີດັ່ງນີ້: ເດືອນ ພຶດສະພາ: ຈັດການແຂ່ງຂັນ ມິນິ ມາຣາທອນ, ເດືອນ ມິຖຸນາ: ຈັດກອງປະຊຸມກ່ຽວກັບການພັດທະນາສີຂຽວ ແລະ ງານຮູບເງົາສັ້ນ ດົງໂດກ ດົງໃຈ, ເດືອນ ກໍລະກົດ: 30 ໂຄງການລະເລີ່ມ ຂອງຊາວໜຸ່ມທີ່ມີຊື່ວ່າ ເຄືອຂ່າຍຊາວໜຸ່ມ ສາມັກຄີ ເພື່ອຊຸມຊົນ(YUCAN), ເດືອນ ສິງຫາ: ຈັດງານຕະຫຼາດນັດແຮງງານ ແລະ ເປີດຊົມວິທະຍາສາດ ຄຽງຄູ່ກັບການຈັດສອບເສັງເຂົ້າ ມຊ, ເດືອນ ກັນຍາ: ຈັດງານບຸນ ວັດທະນະທໍາ ແລະ ການແຂ່ງຂັນກີລາ, ເດືອນ ຕຸລາ: ສະເຫຼີມ ສະຫຼອງວັນຄູແຫ່ງຊາດ, ຈັດເວທີ ຕົວເມືອງແຫ່ງຊາດ ແລະ ງານວາງສະແດງວິທະຍາສາດ ແລະ ນະວັດຕະກໍາ ແລະເດືອນ ພະຈິກ: ຈັດພິທີສະເຫຼີມ ສະຫຼອງ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ຢ່າງເປັນທາງການ ແລະ ກອງປະຊຸມວິທະຍາສາດລະດັບຊາດ ແລະ ນາໆຊາດກ່ຽວກັບ ວິທະຍາສາດ ແລະນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ.