ພິທີມອບ-ຮັບ ລະບົບຖານຂໍ້ມູນອ້າງອີງວາລະສານວິຊາການລາວ ໃຫ້ກັບສູນສົ່ງເສີມວາລະສານວິທະຍາສາດ ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຂຶ້ນໃນວັນທີ 30 ເມສາ 2026 ທີ່ຫ້ອງປະຊຸມສຳນັກງານຜູ້ອຳນວຍການໃຫຍ່ ມຊ, ໂດຍການມອບຂອງທ່ານ ປອ. ຄໍາແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສືກສາທິການ ແລະກິລາ ແລະຮັບໂດຍທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ມີຜູ້ອຳນວຍການຫໍສະໝຸດກາງ ມຊ, ຫົວໜ້າຫ້ອງການ, ຫົວໜ້າສູນ, ຕາງໜ້າຈາກຄະນະວິຊາຕ່າງໆ ແລະຜູ້ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ, ທ່ານ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ໄດ້ກ່າວວ່າ: ການພັດທະນາລະບົບ LCI ແມ່ນສ່ວນໜຶ່ງທີ່ສຳຄັນໃນການຢັ້ງຢືນເຖິງຄວາມເຕີບໃຫຍ່ຂະຫຍາຍຕົວ ຂອງ ມຊ ໃນຖານະເປັນສູນກາງແຫ່ງການຄົ້ນຄວ້າ ແລະ ບໍລິການວິຊາການຂອງຊາດ, ລະບົບ LCI ຈະເປັນກະແຈສຳຄັນ ໃນການຍົກລະດັບຄຸນນະພາບວາລະສານວິທະຍາສາດລາວ ໃຫ້ໄດ້ມາດຕະຖານສາກົນ, ສ້າງຄວາມເຂັ້ມແຂງໃຫ້ແກ່ນັກວິໄຈ ແລະ ເປັນບ່ອນອີງທາງປັນຍາໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາ.
ຫຼັງຈາກການມອບ-ຮັບໃນຄັ້ງນີ້ ສູນສົ່ງເສີມວາລະສານ ມຊ ຈະເປັນຜູ້ຄຸ້ມຄອງລະບົບ, ຖານຂໍ້ມູນ, ການອະນຸມັດການນຳໃຊ້ໃນກັບວາລະສານຕ່າງໆ ແລະການບໍລິຫານຈັດການລະບົບ ໃຫ້ສາມາດເຄື່ອນໄຫວໄດ້ຢ່າງຕໍ່ເນື່ອງ ແລະມີປະສິດທິພາບ ປອດໄພ. ພ້ອມທັງເຮັດໜ້າທີ່ເປັນແອັດມິນໃນການຄຸ້ມຄອງລະບົບຖານຂໍ້ມູນ LCI, ພິຈາລະນາ, ປະເມີນ ແລະອະນຸມັດວາລະສານວີຊາການຈາກພາກສ່ວນໆເຂົ້າສູ່ລະບົບຖານຂໍ້ມູນຕາມມາດຕະຖານທີ່ໄດ້ກຳນົດໄວ້ ແລະບຳລຸງຮັກສາ, ປັບປຸງ ແລະພັດທະນາລະບົບໃຫ້ມີຄວາມທັນສະໄໝໃຫ້ສາມາດຮອງຮັບການເຊື່ອມໂຍງກັບພາກພື້ນ ແລະສາກົນໄດ້ໃນອະນາຄົດ.