Select your language

ໃນຕອນເຊົ້າຂອງວັນທີ 29 ເມສາ 2026, ທີ່ຫ້ອງປະຊຸມ 205 ຕຶກສຳນັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ, ຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍຄະຫົວໜ້າຄະນະວິຊາ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ຫົວໜ້າຫ້ອງການ ທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ຄະນະຜູ້ແທນຈາກ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງກວາງຊີ ສາທາລະນະລັດ ປະຊາຊົນຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນການຮ່ວມມືຢູ່ ສປປ ລາວ.

ໃນໂອກາດພົບປະກັນຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ໃນຫຼາຍປະເດັນສຳຄັນ ໂດຍສະເພາະແມ່ນ ການຍົກລະດັບການແລກປ່ຽນທາງດ້ານວິຊາການ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ແລະ ນັກສຶກສາ. ພ້ອມດຽວກັນ, ຝ່າຍພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງກວາງຊີ ຍັງໄດ້ສະແດງເຈດຈຳນົງໃນການ ສະໜັບສະໜູນທຶນການສຶກສາໃຫ້ແກ່ນັກສຶກສາ ແລະ ພະນັກງານຂອງ ມຊ ເພື່ອໄປສຶກສາຕໍ່ ແລະ ຖອດຖອນບົດຮຽນ ຢູ່ບັນດາສະຖາບັນການສຶກສາ ແລະ ສູນວິໄຈທີ່ທັນສະໄໝຢູ່ແຂວງກວາງຊີ ສປ ຈີນ.

 ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້, ເຊິ່ງຖືເປັນຂີດໝາຍສຳຄັນໃນການຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ລາວ ກັບ ອົງກອນວິຊາການຂອງ ສປ ຈີນ ໃຫ້ມີຄວາມແໜ້ນແຟ້ນ ແລະ ເປັນຮູບປະທຳຍິ່ງໆຂຶ້ນ, ມຸ່ງເນັ້ນການພັດທະນາຊັບພະຍາກອນມະນຸດ ໃຫ້ຕອບສະໜອງໄດ້ ໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃນຍຸກປັດຈຸບັນ.