ໃນຕອນບ່າຍວັນທີ 6 ກໍລະກົດ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການລົງທະບຽນສອບເສັງເຂົ້າຮຽນ ມຊ. ໂດຍ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ ໄດ້ໃຫ້ສຳພາດຕໍ່ສືມ່ວນຊົນວ່າ: ປັດຈຸບັນ ມຊ ໄດ້ກະກຽມຄວາມພ້ອມຢ່າງຮອບດ້ານສຳລັບການເປີດຮັບລົງທະບຽນສອບເສັງ ເຂົ້າຮຽນ ມຊ ໃນສົກສຶກສາ 2026-2027 ນີ້. ໂດຍໄດ້ ແຕ່ງຕັ້ງຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບການສອບເສັງ ກໍຄື ບຸກຄະລາກອນໃຫ້ພ້ອມຮັບບໍລິການນັກສອບເສັງຢ່າງເຕັມທີ່; ໄດ້ປັບປຸງລະບົບການລົງທະບຽນແບບ Online ໃຫ້ທັນສະໄໝ, ງ່າຍດາຍຫຼາຍຂຶ້ນ ແລະ ມີປະສິດທິພາບ; ໄດ້ຈັດສະຖານທີ່ໃຫ້ບໍລິການດ້ານຂໍ້ມູນຂ່າວສານ ແລະ ການຊີ້ນຳຕ່າງໆ ເພື່ອອຳນວຍຄວາມສະດວກ ໃຫ້ນັກຮຽນ ແລະ ຜູ້ປົກຄອງ; ເຊິ່ງວັນທີ 6 ກໍລະກົດ 2026 ນີ້ ເປັນມື້ເລີ່ມຕົ້ນ ເປີດລະບົບອອນລາຍໃຫ້ຜູ້ສະໝັກ ເຂົ້າສະໝັກລົງທະບຽນສອບເສັງຜ່ານທາງອອນລາຍ ແລະ ໃນວັນທີ 13 ກໍລະກົດນີ້ ຈະໄດ້ເປີດສູນຮັບລົງທະບຽນໃຫ້ຜູ້ສະໝັກມາເອົາບັດເຂົ້າຫ້ອງສອບເສັງໄດ້ຢູ່ທີ່ສະໂມສອນໃຫຍ່ ມຊ; ໃນວັນທີ 5 ສິງຫາ ຈະໄດ້ປິດລະບົບ ການລົງທະບຽນຜ່ານທາງອອນລາຍ ແລະ ໃນວັນທີ 8 ສິງຫາ ເປັນມື້ຈັດ ຕັ້ງການສອບເສັງ.
ການສອບເສັງໃນສົກຮຽນນີ້ ໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ແລະ ກຸ່ມ B, ກຸ່ມ A (ກຸ່ມວິທະຍາສາດ ແລະ ເຕັກ ໂນໂລຊີ ຫຼື STEM); ກຸ່ມ B (ກຸ່ມສັງຄົມສາດ ແລະ ມະນຸດສາດ ຫຼື Non-STEM); ກຸ່ມ A ຄະນິດສາດ A + ຟີຊິກສາດ; ພາສາລາວ-ວັນ ນະຄະດີ + ເຄມີສາດ + ຊີວະສາດ + ພາສາອັງກິດ ແລະ ກຸ່ມ B ຄະນິດສາດ B + ພາສາລາວ-ວັນນະຄະດີ; ພູມີສາດ + ປະຫວັດສາດ + ພາສາ ອັງກິດ. ສໍາລັບການເປີດຮັບສະໝັກສອບເສັງ ໃນສົກສຶກສາ 2026-2027 ນີ້, ມຊ ມີຫຼັກສູດທີ່ເປີດໃຫ້ລົງທະບຽນທັງໝົດດັ່ງນີ້: ລະດັບປະລິນຍາຕີມີທັງໝົດ 125 ຫຼັກສູດ; ໃນນັ້ນປະກອບມີຫຼັກສູດນາໆຊາດ 2 ຫຼັກສູດ, ຫຼັກສູດທີ່ເປີດໃຫ້ສະໝັກສອບເສັງມີທັງໝົດ 115 ຫຼັກສູດ, ແບ່ງອອກເປັນ: ສາຍ A (ວິທະຍາສາດ ແລະ ເຕັກໂນ ໂລຊີ): 65 ຫຼັກສູດ ແລະ ສາຍ B (ສັງຄົມສາດ ແລະ ມະນຸດສາດ): 50 ຫຼັກສູດ. ສຳລັບລະດັບອະນຸປະລິນຍາ: ຍັງມີຫຼັກສູດອື່ນໆ ທີ່ເປີດຮັບສະໝັກ ຊຶ່ງສາມາດຕິດຕາມລາຍລະອຽດເພີ່ມເຕີມໄດ້ທີ່ ເຟສບຸກ ແລະ ກະດານຂ່າວ ຂອງ ມຊ. ເຊິ່ງຫຼາຍປີຜ່ານມາ ມຊ ໄດ້ມີການພັດທະນາຫຼັກສູດການຮຽນ-ການສອນຢ່າງຕໍ່ເນື່ອງ ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງຕະຫຼາດແຮງງານທັງພາຍໃນ ແລະ ສາກົນ, ຊຶ່ງປັດຈຸບັນມີເຖິງ 260 ກວ່າຫຼັກສູດ ໃນນັ້ນ ເປັນຫຼັກສູດປະລິນຍາຕີ 125 ຫຼັກສູດ ແຕ່ເປີດໃຫ້ສອບເສັງ 115 ຫຼັກສູດ ຊຶ່ງແຕ່ລະສາຂາວິຊາ ກໍລ້ວນແຕ່ມີຄວາມສໍາຄັນ ສາມາດປະກອບອາຊີບໄດ້ ທັງຮູບແບບລັດຖະກອນຂອງລັດ ແລະ ນໍາພາກເອກະຊົນ. ຖ້າຫາກສົນໃຈສາຂາອາຊີບໃດກໍເລືອກຮຽນສາຂາວິຊາກ່ຽວຂ້ອງ ແຕ່ຢາກແນະນໍາວ່າ ບາງເທື່ອເລືອກເສັງໃນສາຂາວິຊາທີ່ສັງຄົມນິຍົມແຂ່ງຂັນກັນເຂົ້າຮຽນ ກໍມີ ຄວາມສ່ຽງເພາະມີການແຂ່ງຂັນສູງ, ປີຜ່ານມາ ບາງວິຊາ ເຊັ່ນ: ພາສາ ຈີນ ສະໝັກເຖິງ 1,000 ກວ່າຄົນ ແຕ່ ມຊ ສາມາດຮັບໄດ້ພຽງແຕ່ 100 ກວ່າຄົນ; ສະນັ້ນຜູ້ສະໝັກຕ້ອງໄດ້ ພິຈາລະນາໃຫ້ຖີ່ຖ້ວນ ບໍ່ຄວນແລ່ນຕາມກະແສສັງຄົມເກີນໄປ ຍິ່ງແຂ່ງຂັນຫຼາຍ ກໍສ່ຽງຫຼາຍເທົ່ານັ້ນ ນັບທັງ ການແຂ່ງຂັນເສັງເຂົ້າ ແລະ ແຂ່ງຂັນປະກອບອາຊີບ.
ທ່ານກ່າວຕື່ມວ່າ ມຊ ຍັງມີສາຂາວິຊາໃໝ່ທີ່ຫາກໍໄດ້ຮັບອະນຸມັດ ແລະ ຈະເປີດໃນສົກສຶກສານີ້: ຄະນະວິຊາ ວິທະຍາສາດທໍາມະຊາດມີ 2 ຫຼັກສູດ ຄື: ຄະນິດສາດ ແລະ ຄອມພິວເຕີສໍາລັບທຸລະກິດ ແລະ ຄະນິດສາດສໍາລັບການເງິນ ແລະ ການປະກັນໄພລະດັບປະລິນຍາຕີ; ຄະນະ ກະເສດສາດ ມີ 2 ຫຼັກສູດ ຄື: ເຕັກໂນໂລຊີການຜະລິດງົວນົມ ແລະ ການຈັດການທີ່ດິນກະສິກໍາແບບຍືນຍົງ ລະດັບປະລິນຍາຕີ ແລະ ຄະນະ ອັກສອນສາດ ມີ 1 ຫຼັກສູດ ຄື: ພາສາຈີນສໍາລັບການທ່ອງທ່ຽວລະດັບປະລິນຍາຕີ ພ້ອມດຽວກັນ, ມຊ ກໍໄດ້ໂຈະບາງຫຼັກສູດທີ່ບໍ່ມີຜູ້ສະໝັກເຂົ້າຮຽນຈຳນວນ 21 ຫຼັກສູດຄື: ຫຼັກສູດປະລິນຍາຕີ 5 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 11 ຫຼັກສູດ ແລະ ຫຼັກສູດອະນຸປະລິນ ຍາ 5 ຫຼັກສູດ. ສຳລັບສົກສຶກສາ 2026-2027 ມຊ ມີແຜນຮັບນັກສຶກສາໃໝ່ເຂົ້າຮຽນໃນທຸກໆຫຼັກສູດປະລິນຍາຕີ ແມ່ນ 5,570 ຄົນ. ນອກຈາກນັ້ນຍັງຈະມີການສອບເສັງເອົານັກສຶກສາເຂົ້າຮຽນຫຼັກສູດນາໆຊາດ, ຫຼັກສູດຕໍ່ເນື່ອງ ປ.ຕີ ແລະ ຫຼັກສູດຫຼາຍທາງເລືອກ (ຈັດການ ສອນໃນວັນເສົາ, ວັນອາທິດ ແລະ ພາກຄໍ່າ) ຊຶ່ງໄດ້ຈັດສອບເສັງຕ່າງຫາກ.
ສໍາລັບວັນເວລາຈັດການສອບເສັງແມ່ນ ວັນທີ 8 ສິງຫາ 2026 ນີ້ ແລະ ຈະປະກາດຜົນໃຫ້ໄວຂຶ້ນກວ່າປີຜ່ານມາ, ຄາດວ່າຈະປະກາດໃນວັນທີ 24 ສິງຫາ 2026 ແລະ ຈະເປີດຮັບລົງທະບຽນ ວັນທີ 31 ສິງຫາ 2026 ເປັນຕົ້ນໄປ. ມຊ ເປີດຊ່ອງທາງຫຼາຍດ້ານໃຫ້ຜູ້ທີ່ສົນໃຈ ໄດ້ສອບຖາມຂໍ້ມູນສະເພາະ ກ່ຽວກັບການລົງທະບຽນສອບເສັງ, ຊຶ່ງປະກອບມີ: Facebook: ກໍສາມາດຕິດຕາມ ແລະ ສົ່ງຂໍ້ຄວາມສອບຖາມໄດ້ທີ່ ເຟສບຸກ Fanpage: ຂ່າວສານ ມຊ; ເວັບໄຊ: ສາມາດເຂົ້າເບິ່ງຂໍ້ມູນ ແລະ ດາວໂຫຼດເອກະສານໄດ້ທີ່ www.nuol.edu.la. ສໍາລັບການກະກຽມຈະມາລົງທະບຽນ ສະໝັກສອບເສັງແມ່ນໃຫ້ກະກຽມ ດັ່ງນີ້: 1) ກ່ອນອື່ນໝົດແມ່ນໃຫ້ຄົ້ນຄິດຕັດສິນໃຈເລືອກສາຂາວິຊາທີ່ຈະເຂົ້າສະໝັກສອບເສັງ ເພາະນັ້ນຄືອາຊີບໃນອະນາຄົດຂອງຜູ້ຈະສອບເສັງ. 2) ກະກຽມເອກະສານໃຫ້ ຄົບຖ້ວນ: ກະລຸນາກຽມໃບຢັ້ງຢືນການສຶກສາ ຈົບ ມ7, ຮູບຖ່າຍ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງໃຫ້ຖືກຕ້ອງຕາມລາຍການທີ່ປະກາດໄວ້ ເພື່ອການຢັ້ງຢືນ. 3) ກະກຽມເງິນຄ່າທຳນຽມການສອບເສັງ ແລະ ວິທີການຊຳລະຕາມທີ່ກຳນົດໄວ້. 4) ສຶກສາຂໍ້ມູນການສອບເສັງລ່ວງໜ້າ: ຄວນສຶກສາຮູບແບບຂໍ້ສອບເສັງ, ກົດລະບຽບ ແລະ ເວລາສອບເສັງຈາກປະກາດ ຂອງ ມຊ. 5) ກະກຽມສຸຂະພາບ: ລະມັດລະວັງອາຫານການກິນ, ພັກຜ່ອນໃຫ້ພຽງພໍ ແລະ ກຽມ ສະຕິໃຫ້ມີສະມາທິທີ່ດີ ເພື່ອກຽມຕົວສອບເສັງຢ່າງເຕັມທີ່ ແລະ 6) ຕິດຕາມຂ່າວສານຢ່າງສະໝໍ່າສະເໝີ: ຕິດຕາມການປ່ຽນແປງ ແລະ ຂໍ້ມູນໃໝ່ໆ ຜ່ານທາງຊ່ອງທາງ ທາງການຂອງ ມຊ.