Select your language

ໃນລະຫວ່າງວັນທີ 21-23 ກໍລະກົດ 2026 ນີ້, ຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມຝຶກອົບຮົມ “ວິທີການນຳໃຊ້ລະບົບຖານຂໍ້ມູນ ວຽກງານພົວພັນຕ່າງປະເທດ ເພື່ອຫັນເປັນທັນສະໄໝ” ຂຶ້ນຢ່າງເປັນທາງການ ທີ່ ຫ້ອງປະຊຸມ ຣີສອດ ນາປ່າກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ໂດຍການເປັນປະທານ ຂອງ ທ່ານ ອຈ. ທອງສຸກ ແກ້ວມະນີ ຮອງຜູ້ອຳນວຍການໃຫຍ່ ມຊ; ໂດຍມີບັນດາຫົວໜ້າຄະນະວິຊາ, ຫົວໜ້າສະຖາບັນ, ຫົວໜ້າຫ້ອງການ, ຫໍສະໝຸດ, ສູນ ພ້ອມດ້ວຍພະນັກງານທີ່ຮັບຜິດຊອບວຽກງານພົວພັນສາກົນ ຂອງແຕ່ລະຄະນະວິຊາເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ, ທ່ານ ບຸນຊ່ວງ ປັນຍາທອງ, ຕາງໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ ໄດ້ນຳສະເໜີ "ໂຄງການຫັນເປັນທັນສະໄໝ ວຽກງານການພົວພັນຕ່າງປະເທດ", ເຊິ່ງເນັ້ນໃສ່ການພັດທະນາລະບົບ ຂໍອະນຸມັດໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ມຊ ເພື່ອໄປເຄື່ອນໄຫວວຽກງານທາງລັດຖະການຢູ່ຕ່າງປະເທດ.ເຊິ່ງລະບົບຖານຂໍ້ມູນດັ່ງກ່າວ ແມ່ນໄດ້ຮັບການພັດທະນາຂຶ້ນໂດຍ ສູນເທັກໂນໂລຊີ-ຂໍ້ມູນຂ່າວສານ(IT) ມຊ ເພື່ອທົດແທນການດຳເນີນເອກະສານໃນຮູບແບບເຈ້ຍ (Paper-based). ໃນໂອກາດດັ່ງກ່າວ, ທ່ານ ອຈ. ອາພິສິດ ເທບພະວົງສາ ໄດ້ໃຫ້ນຳສະເໜີ ແລະ ສາທິດວິທີການນຳໃຊ້ໂປຣແກຣມລະບົບຖານຂໍ້ມູນຢ່າງລະອຽດ ເພື່ອໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມສາມາດນຳໄປຈັດຕັ້ງປະຕິບັດຕົວຈິງໃນແຕ່ລະຄະນະວິຊາ ແລະ ພາກສ່ວນຢ່າງມີປະສິດທິພາບ ໃນອະນາຄົດ; ຊຶ່ງປັດຈຸບັນ ມຊ ມີການຮ່ວມມືກັບສາກົນຢ່າງກວ້າງຂວາງ ໂດຍມີພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເດີນທາງໄປປະຕິບັດວຽກງານ, ເຂົ້າຮ່ວມກອງປະຊຸມ, ສໍາມະນາ, ແລກປ່ຽນກິດຈະກຳ ແລະ ທັດສະນະສຶກສາຢູ່ຕ່າງປະເທດ ຫຼາຍກວ່າ 300 ເທື່ອຄົນຕໍ່ປີ (ສະເລ່ຍ 25 ເທື່ອຄົນຕໍ່ເດືອນ). ເນື່ອງຈາກໃນໄລຍະຜ່ານມາ ການດຳເນີນເອກະສານແມ່ນອີງໃສ່ຮູບແບບເຈ້ຍ (Paper-based) ເປັນຫຼັກ ເຊິ່ງຕ້ອງຜ່ານຫຼາຍຂັ້ນຕອນ, ໃຊ້ເວລາດົນ, ຜູ້ຍື່ນຄຳຮ້ອງຕິດຕາມສະຖານະເອກະສານໄດ້ຍາກ ແລະ ການເກັບກຳສະຖິຕິຍັງມີຄວາມຊັກຊ້າ, ມຊ ຈຶ່ງໄດ້ພັດທະນາລະບົບອອນລາຍ (E-Approval) ຜ່ານ ເວັບແອັບພລິເຄຊັນ (Web Application) ຂຶ້ນມາທົດແທນ. ລະບົບໃໝ່ທີ່ນຳມາຝຶກອົບຮົມໃນຄັ້ງນີ້ ມີຂັ້ນຕອນການເຮັດວຽກ 4 ຂັ້ນຕອນຫຼັກ ດັ່ງນີ້: 1. ການຍື່ນຄຳຮ້ອງ (Submission): ຜູ້ຍື່ນຄຳຮ້ອງ (ພະນັກງານ ຫຼື ນັກສຶກສາ) ລັອກອິນເຂົ້າລະບົບ, ກອກຂໍ້ມູນສ່ວນຕົວ, ຈຸດປະສົງ, ປະເທດທີ່ຈະໄປ, ໄລຍະເວລາ ພ້ອມອັບໂຫຼດເອກະສານຄັດຕິດ. 2. ການກວດສອບ ແລະ ອະນຸມັດຂັ້ນຄະນະ (Faculty Review): ຫົວໜ້າພາກວິຊາ ຫຼື ຄະນະວິຊາ/ສະຖາບັນ ກວດສອບ ແລະ ກົດອະນຸມັດຜ່ານລະບົບອອນລາຍ. 3. ການກັ່ນຕອງ (International Relations Review): ຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ກວດສອບຄວາມຖືກຕ້ອງ ແລ້ວນຳສະເໜີຕໍ່ຄະນະນຳ ມຊ. 4. ການອະນຸມັດຂັ້ນສຸດທ້າຍ (Final Approval): ຄະນະນຳ ມຊ ພິຈາລະນາອະນຸມັດ, ຈາກນັ້ນລະບົບຈະອອກເອກະສານ ແລະ ແຈ້ງເຕືອນຜົນກັບຄືນຫາຜູ້ຍື່ນຄຳຮ້ອງທາງອີເມວໂດຍອັດໂຕໂນມັດ. ການຫັນມາໃຊ້ລະບົບ E-Approval ດັ່ງກ່າວ ຈະຊ່ວຍຫຼຸດຜ່ອນໄລຍະເວລາໃນການດຳເນີນເອກະສານ, ປະຢັດງົບປະມານ, ເພີ່ມຄວາມໂປ່ງໃສ, ສາມາດກວດສອບໄດ້ ແລະ ສ້າງຖານຂໍ້ມູນ (Database) ທີ່ປອດໄພ ແບບ Real-time ເພື່ອກາຍເປັນບ່ອນອີງໃນການວາງແຜນພັດທະນາບຸກຄະລາກອນ ແລະ ຊຸກຍູ້ໃຫ້ ມຊ ກ້າວສູ່ການເປັນມະຫາວິທະຍາໄລດິຈິທັອບ (Digital University) ຢ່າງແທ້ຈິງ. ໃນຕອນທ້າຍຂອງກອງປະຊຸມ, ທ່ານ ອຈ. ທອງສຸກ ແກ້ວມະນີ ຮອງຜູ້ອຳນວຍການໃຫຍ່ ມຊ, ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ພ້ອມທັງຜູ້ເຂົ້າຮ່ວມທຸກທ່ານ ທີ່ໄດ້ເອົາໃຈໃສ່ ແລະໃຫ້ຄວາມສຳຄັນໃນການພັດທະນາ ແລະ ຫັນວຽກງານບໍລິຫານເອກະສານ ພົວພັນຕ່າງປະເທດໃຫ້ເປັນທັນສະໄໝ ເພື່ອເພີ່ມປະສິດທິພາບໃນການປະຕິບັດງານຂອງ ຂອງ ມຊ ໃຫ້ມີຄວາມວ່ອງໄວ, ກວດສອບໄດ້ ແລະ ທັນກັບສະພາບການໃນຍຸກດິຈິທັອບ.