Select your language

ໃນວັນທີ 28 ກໍລະກົດ 2026 ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ໄດ້ຈັດກອງປະຊຸມຄະນະກຳມະການປະສານງານຮ່ວມ (JCC) ຄັ້ງທີ 4 ດ້ວຍການສະໜັບສະໜູນຈາກອົງການໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ເພື່ອທົບທວນຄືນຜົນງານ, ແກ້ໄຂສິ່ງທ້າທາຍ ແລະ ວາງແຜນທິດທາງໃນອະນາຄົດຂອງໂຄງການພັດທະນາຂີດຄວາມສາມາດຂອງບຸກຄະລາກອນດ້ານທຸລະກິດ ແລະ ການສ້າງເຄືອຂ່າຍຜ່ານ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ລະຫວ່າງຜູ້ທີ່ມີສ່ວນຮ່ວມ ແລະ ຄູ່ຮ່ວມງານທັງໝົດ ທີ່ສະຖາບັນດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ທ່ານ ນາງ ໂຄບາຢາຊິ ມິຢາໂກะ (KOBAYASHI Miyako) ຫົວໜ້າຜູ້ຕາງໜ້າ ອົງການ ໄຈກາ ປະຈຳລາວ (JICA Laos Office) ມີຜູ້ຕາງໜ້າຈາກມະຫາວິທະຍາໄລແຫ່ງຊາດ, ບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນທີ່ປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານບັນດາໂຄງການເປົ້າໝາຍຂອງອົງການ JICA ປະກອບມີ: ໂຄງການ ທີ V ໄລຍະທີ 2 (ນັບແຕ່ເດືອນ ກັນຍາ 2022 ຫາ ເດືອນສິງຫາ 2025) ທີ່ໄດ້ຈັດຕັ້ງປະຕິບັດຈົນສຳເລັດ ຜົນງານທີ່ພົ້ນເດັ່ນປະກອບມີ: ການຈັດຝຶກອົບຮົມທຸລະກິດ, ການແລກປ່ຽນທາງດ້ານວິຊາການ ແລະ ວັດທະນະທຳ ໄດ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ພ້ອມທັງຂະຫຍາຍເຄືອຂ່າຍລະຫວ່າງບໍລິສັດລາວດ້ວຍກັນ ແລະ ບໍລິສັດຈາກຕ່າງປະເທດ ໂດຍສະເພາະແມ່ນປະເທດຍີ່ປຸ່ນ. ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ເພີ່ມທະວີການເປັນຄູ່ຮ່ວມງານທີ່ເຂັ້ມແຂງ ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ຜ່ານອົງການ JICA ເພື່ອເລັ່ງລັດການເຕີບໂຕທາງເສດຖະກິດຂອງ ສປປ ລາວ. ໃນກອງປະຊຸມ, ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ LJI ໄດ້ນຳສະເໜີແຜນການ ແລະ ກອບການສະໜັບສະໜູນສຳລັບໂຄງການໃໝ່ (ໂຄງການ V ໄລຍະທີ 3: ນັບແຕ່ເດືອນ ກັນຍາ 2026 ຫາ ເດືອນ ທັນວາ 2029) ໂດຍມີແຜນການຈັດຕັ້ງປະຕິບັດຄື ໄລຍະເດືອນ ກັນຍາ 2026 ຫາ ເດືອນ ສິງຫາ 2027: ສຸມໃສ່ສ້າງເຄືອຂ່າຍທຸລະກິດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອເສີມຂະຫຍາຍບົດບາດເປັນເວທີສຳລັບການພັດທະນາເສດຖະກິດ-ສັງຄົມແບບມີສ່ວນຮ່ວມ; ຈັດຕັ້ງຫຼັກສູດ Keiei-juku ເພື່ອຈັດງານສຳມະນາ ແລະ ຝຶກອົບຮົມການບໍລິຫານທຸລະກິດແບບຍີ່ປຸ່ນໃຫ້ແກ່ພະນັກງານຄຸ້ມຄອງບໍລິຫານຂອງບໍລິສັດໃນ ສປປ ລາວ; ດຳເນີນໂຄງການແຂ່ງຂັນພັດທະນາແຜນທຸລະກິດ LJI SUSU ທີ່ເນັ້ນໃສ່ການສະໜັບສະໜູນຸທຸລະກິດເລີ່ມຕົ້ນ (Startup); ສ້າງເວທີສຳມະນາ ແລະ ກິດຈະກຳສ້າງເຄືອຂ່າຍຮ່ວມກັບບໍລິສັດຈາກປະເທດຍີ່ປຸ່ນ ແລະ ບັນດາປະເທດອາຊຽນ; ຍົກລະດັບການສຶກສາພາສາຍີ່ປຸ່ນ ແລະ ການແລກປ່ຽນວັດທະນະທຳ ດ້ວຍການສະໜັບສະໜູນຈາກ ມູນນິທິຍີ່ປຸ່ນ (JF). ໃນໂອກາດດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໃນຕອນທ້າຍກອງປະຊຸມ, ຄະນະປະທານ ໄດ້ມີທັດສະນະແລກປ່ຽນ ແລະ ໃຫ້ທິດຊີ້ນຳເພີ່ມເຕີມ ເພື່ອໃຫ້ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ສືບຕໍ່ປັບປຸງແກ້ໄຂ ແລະ ຍົກລະດັບການດຳເນີນງານຕ່າງໆ ໃຫ້ມີປະສິດທິພາບຍິ່ງຂຶ້ນໃນຕໍ່ໜ້າ.