Select your language

ສູນສົ່ງເສີມວາລະສານວິທະຍາສາດ, ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມ ສໍາມະນາວິຊາການ ຄັ້ງທີ 1 ຂຶ້ນຢ່າງເປັນທາງການ ໃນວັນທີ 28 ກໍລະກົດ 2026 ຢູ່ທີ່ສະໂມສອນໃຫຍ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ; ພາຍໃຕ້ການເປັນປະທານຂອງ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ, ຮອງຜູ້ອໍານວຍການໃຫຍ່ ມຊ. ກອງປະຊຸມດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ການພັດທະນາແບບຍືນຍົງໃນ ສປປ ລາວ” ເພື່ອຮວບຮວມ ແລະ ຕີພີມຜົນງານການຄົ້ນຄວ້າທາງວິຊາການໃນວາລະສານສະບັບພິເສດ (Special Issue) ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (1996-2026). ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 148 ທ່ານ, ຍິງ 48 ທ່ານ; ຈາກ 5 ພາກສ່ວນກ່ຽວຂ້ອ ປະກອບມີ: 13 ຄະນະວິຊາ ແລະ 2 ສະຖາບັນ ທີ່ຂຶ້ນກັບ ມຊ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງການເງິນ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ພົນຈັດຕະວາ ໄຊສົງຄາມ ວໍລະຈິດ, ທ່ານ ພຣະ ອາຈານ ອະທິປະໄຕ ໄມຕີຈິດ, ຮອງປະທານອົງການພຣະພຸດທະສາສະໜາສໍາພັນ ປະຈໍາ ສປປ ລາວ; ທ່ານ ພັນເອກ ວິໄລ ເພັດມີໄຊ, ອະດີດຮອງອໍານວຍການໂຮງຮຽນທິດສະດີການເມືອງກອງທັບ ພ້ອມດ້ວຍຜູ້ຕາງໜ້າຈາກບໍລິສັດ ລາວກໍ່ສ້າງ, ຫົວໜ້າຄະນະວິຊາ, ຫົວໜ້າສະຖາບັນ, ນັກຄົ້ນຄວ້າ, ນັກສຶກສາປະລິນຍາໂທ ແລະ ປະລິນຍາເອກເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີເປີດກອງປະຊຸມ, ໄດ້ມີການບັນຍາຍພິເສດໃນຫົວຂໍ້ “ບົດບາດຂອງ ມຊ ກັບການພັດທະນາເສດຖະກິດ ແລະ ສັງຄົມ ໃນໄລຍະ 30 ປີ” ພ້ອມທັງໄດ້ມີພິທີມອບໃບຢັ້ງຢືນການເປັນຮອງຫົວໜ້າບັນນາທິການ ແລະ ຄະນະບັນນາທິການ. ທັງນີ້, ເພື່ອຮັບປະກັນຄຸນນະພາບທາງວິຊາການຂອງວາລະສານສະບັບພິເສດ, ຄະນະຮັບຜິດຊອບໄດ້ກໍານົດໂຄງສ້າງບັນນາທິການ ໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮັບໜ້າທີ່ເປັນ ບັນນາທິການໃຫຍ່ (ສາຍສັງຄົມ), ທ່ານ ຮສ. ປອ. ວັນແສງ ຈຸນລະມະນີ ເປັນບັນນາທິການໃຫຍ່ (ສາຍທໍາມະຊາດ) ແລະ ທ່ານ ຜູ້ຊ່ວຍອາຈານ ປທ. ແກ້ວພູທອນ ຫາທາລົງ ເປັນ ຜູ້ຊ່ວຍຫົວໜ້າບັນນາທິການໃຫຍ່. ສໍາລັບການນໍາສະເໜີບົດຄົ້ນຄວ້າ ມີທັງໝົດ 36 ບົດຄວາມ, ໂດຍເນັ້ນໃສ່ 2 ຫົວຂໍ້ຫຍ່ອຍຫຼັກ ຄື: “ການພັດທະນາລັດວິສາຫະກິດໃນ ສປປ ລາວ ໃຫ້ເຂັ້ມແຂງ” ແລະ “ເຕັກໂນໂລຊີ ແລະ ນະວັດຕະກໍາ”. ຮູບແບບການນໍາສະເໜີໄດ້ແບ່ງອອກເປັນ 2 ສ່ວນ ຄື: ການນໍາສະເໜີເທິງເວທີ (Oral Presentation): ຈໍານວນ 11 ຫົວຂໍ້, ແບ່ງອອກເປັນ 2 Session (Session 1 ຢູ່ສະໂມສອນໃຫຍ່ ຄສບ ແລະ Session 2 ຢູ່ຫ້ອງ MR) ເຊິ່ງປະກອບດ້ວຍຫົວຂໍ້ທີ່ສໍາຄັນ ເຊັ່ນ: ການພັດທະນາວິສາຫະກິດລັດໃຫ້ເຂັ້ມແຂງ, ທັກສະຊີວິດຂອງພຣະສົງ, ຕົວແບບການພັດທະນາເສດຖະກິດຮ່ວມມື, ການບໍລິຫານຈັດການຕ່ອງໂສ້ການສະໜອງນໍ້າມັນເຊື້ອໄຟ, ການກຽມຄວາມພ້ອມຕໍ່ເຕັກໂນໂລຊີປັນຍາປະດິດ (AI) ໃນການສຶກສາ ແລະ ລະບົບຕິດຕາມກວດກາຄຸນນະພາບດິນດ້ວຍເຕັກໂນໂລຊີອອນໄລນ໌ ສໍາລັບການຄຸ້ມຄອງສິ່ງແວດລ້ອມໃນເຂດຂຸດຄົ້ນບໍ່ແຮ່. ການນໍາສະເໜີແບບໂປສເຕີ (Poster Presentation): ຈໍານວນ 25 ບົດຄວາມ, ເຊິ່ງໄດ້ຈັດສະແດງໃຫ້ຜູ້ເຂົ້າຮ່ວມໄດ້ຊົມ ແລະ ແລກປ່ຽນຄວາມຄິດເຫັນທາງວິຊາການ. ກອງປະຊຸມສໍາມະນາວິຊາການຄັ້ງນີ້ ຖືເປັນກ້າວສໍາຄັນໃນການສົ່ງເສີມ ແລະ ຍົກລະດັບວຽກງານການຄົ້ນຄວ້າວິທະຍາສາດຂອງ ມຊ, ທັງເປັນເວທີຮວບຮວມຜົນງານທາງວິຊາການທີ່ມີຄຸນນະພາບ ເພື່ອຕີພີມໃສ່ວາລະສານສະບັບພິເສດ ຕ້ອນຮັບວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ໃຫ້ມີເນື້ອໃນອຸດົມສົມບູນ, ມີມາດຕະຖານວິຊາການລະດັບສູງ ແລະ ເປັນບາດກ້າວສໍາຄັນໃນການນໍາເອົາຜົນງານວິໄຈໄປນໍາໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງຍືນຍົງ.