Select your language

ໃນວັນທີ 04 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມ 213 ຕຶກສຳນັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ), ໄດ້ມີພິທີລົງນາມໃນບົດບັນທຶກຂໍ້ຕົກລົງການຮ່ວມມື (MOA) ລະຫວ່າງ ຄະນະສຶກສາສາດ ມຊ (ສປປ ລາວ) ແລະ ຄະນະສຶກສາສາດ ມະຫາວິທະຍາໄລ ສີນະຄະລິນວິໂລດ ຣາຊອານາຈັກໄທ, ໃຫ້ກຽດເຂົ້າຮ່ວມໃນພິທີລົງນາມຄັ້ງນີ້ ມີ ທ່ານ ຮສ. ປອ. ອຸ່ນຫລ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມຊ; ທ່ານ ຄຳເຟືອງ ລໍວັນໄຊ, ຫົວໜ້າຄະນະວິຊາ ຄະນະສຶກສາສາດ ມຊ; ທ່ານ ຜູ້ຊ່ວຍສາດສະດາຈານ ວ່າທີ ຮ້ອຍຕີ ດຣ. ກິດຕິຄຸນ ຮຸ່ງເຮືອງ, ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລ ສີນະຄະລິນວິໂລດ ບາງກອກ ຣາຊອານາຈັກໄທ, ມີ ທ່ານ ຮສ. ປອ. ບຸນທອນ ສຸຂະວົງ, ຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ, ບັນດາຮອງຫົວໜ້າຄະນະວິຊາ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ຄູອາຈານ ຈາກທັງສອງຝ່າຍເຂົ້າຮ່ວມ. ການລົງນາມ (MOA) ຂອງທັງສອງຝ່າຍໃນຄັ້ງນີ້, ມີຈຸດປະສົງເພື່ອຈັດຕັ້ງປະຕິບັດການຮ່ວມມືທາງດ້ານວິຊາການ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ທັງສອງຝ່າຍຕ່າງກໍມີຜົນປະໂຫຍດຮ່ວມກັນ, ເຊິ່ງຝ່າຍ ຄະນະສຶກສາສາດ ມຊ ລົງນາມໂດຍ ທ່ານ ຄຳເຟືອງ ລໍວັນໄຊ ຫົວໜ້າຄະນະວິຊາ ຄະນະສຶກສາສາດ ມຊ ແລະ ຝ່າຍຄະນະສຶກສາສາດ ມະຫາວິທະຍາໄລ ສີນະຂະລິນວິໂລດ ລົງນາມໂດຍ ທ່ານ ຜູ້ຊ່ວຍສາດສະດາຈານ ວ່າທີ ຮ້ອຍຕີ ດຣ. ກິດຕິຄຸນ ຮຸ່ງເຮືອງ, ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລ ສີນະຄະລິນວິໂລດ. ເຊິ່ງເນື້ອໃນເອກະສານການລົງນາມການຮ່ວມມືທັງສອງຝ່າຍໄດ້ຕົກລົງເຫັນດີຮ່ວມກັນໃນການພັດທະນາ ແລະ ດຳເນີນ 06 ກິດຈະກຳດັ່ງນີ້: 1) ການຄົ້ນຄວ້າ ແລະພັດທະນາຫຼັກສູດປະລິນຍາໂທ ແລະ ປະລິນຍາເອກ; 2)ການແລກປ່ຽນທຶນການສຶກສາສຳລັບຄູ-ອາຈານ ແລະ ນັກສຶກສາ; 3)ກິດຈະກຳແລກປ່ຽນນັກສຶກສາ; 4) ການແລກປ່ຽນບຸກຄະລາກອນທາງວິຊາການ; 5)ການຄົ້ນຄວ້າ ແລະ ຈັດພິມຜົນງານທາງວິຊາການຮ່ວມກັນ ແລະ 6) ການຮ່ວມມືໃນການພັດທະນາຫຼັກສູດການຮຽນ-ການສອນ.