ວັນທີ 04 ສິງຫາ 2026, ທີ່ຫ້ອງຮັບແຂກ VIP ຕຶກສຳນັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ), ທ່ານ ອຈ. ທອງສຸກ ແກ້ວມະນີ, ຮອງຜູ້ອຳນວຍການໃຫຍ່ ມຊ, ພ້ອມດ້ວຍພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຈາກ Henan Polytechnic University, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຈີນ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຍ້ຽມຢາມ ແລະ ປຶກສາຫາລືການຮ່ວມມືດ້ານວິຊາການ ແລະ ການຄົ້ນຄວ້າວິທະຍາສາດ.
ການພົບປະກັນຂອງທັງສອງຝ່າຍແມ່ນ ເພື່ອແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຮ່ວມມືດ້ານວິຊາການ ເຊິ່ງກັນ ແລະກັນຢ່າງເປັນຮູບປະທຳ. ໂດຍສະເພາະແມ່ນການແລກປ່ຽນຄໍາເຫັນກ່ຽວກັບການເປີດສູນຄົ້ນຄວ້າວິທະຍາສາດສູນບໍ່ແຮ່ປະຈຳລາວ ແລະ ການຄົ້ນຄວ້າວິໄຈດ້ານການຂຸດຄົ້ນບໍ່ແຮ່ ເຊິ່ງເປັນຂະແໜງການທີ່ມີຄວາມສຳຄັນຫຼາຍໃນປັດຈຸບັນ, ໄດ້ປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືແລກປ່ຽນດ້ານວິຊາການ ລະຫວ່າງ ຄູ-ອາຈານ ແລະ ນັກສຶກສາ ຂອງທັງສອງສະຖາບັນ, ລວມທັງການສະໜອງທຶນການສຶກສາໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ເພື່ອພັດທະນາ ແລະ ຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນໃຫ້ສອດຄ່ອງກັບຄວາມຕ້ອງການຂອງການພັດທະນາ.
ການພົບປະກັນຂອງທັງສອງຝ່າຍຄັ້ງນີ້ ນັບເປັນບາດກ້າວທີ່ສຳຄັນໃນການເສີມສ້າງຄວາມເຂັ້ມແຂງທາງດ້ານວິຊາການ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາຊັບພະຍາກອນມະນຸດຂອງ ມຊ ໃຫ້ມີຄວາມກ້າວໜ້າ, ທັງເປັນການເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືດ້ານການສຶກສາ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.