Select your language

ໃນວັນທີ 05 ສິງຫາ 2026 ທີ່ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 2 ອາຄານ ຫົວໜ້າຄະນະວິຊາ, ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີການຈັດພິທີມອບ-ຮັບການສະໜັບສະໜູນ ແລະ ໃບກຽດຕິຄຸນ ຂັ້ນກະຊວງສຶກສາທິການ ແລະ ກີລາ ຈາກບັນດາບໍລິສັດ ແລະ ອະດີດນັກສຶກສາ ເນື່ອງໃນໂອກາດສະເຫຼີມສະຫຼອງ ມຊ ຄົບຮອບ 30 ປີ. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບໃບກຽດຕິຄຸນໂດຍ ທ່ານ ຮສ ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ໃນພິທີມີ ຫົວໜ້າຄະນະວິຊາ, ຫົວໜ້າພາກວິຊາ, ຕົວແທນຈາກ 7 ບໍລິສັດຜູ້ໃຫ້ການສະໜັບສະໜູນ, ບັນດາອະດີດນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ໄດ້ມີການຮັບຟັງການລາຍງານ ແລະ ນຳສະເໜີແຜນການພັດທະນາ ຄະນະວິສະວະກຳສາດ ຈາກ ທ່ານ ຮສ. ປອ. ຄຳປະເສີດ ເທບວົງສາ ຫົວໜ້າຄະນະວິຊາ. ຫຼັງຈາກນັ້ນ, ໄດ້ມີພິທີມອບ-ຮັບການສະໜັບສະໜູນທັງເປັນທຶນຮອນ ແລະ ອຸປະກອນການສຶກສາ ຈາກ 7 ບໍລິສັດ ເຊິ່ງເປັນຕົວແທນຂອງອະດີດນັກສຶກສາຈາກພາກວິຊາຕ່າງໆ ຂອງຄະນະວິສະວະກຳສາດ ມຊ, ລວມມູນຄ່າການສະໜັບສະໜູນທັງໝົດແມ່ນ 647,601,950 ກີບ(ຫົກຮ້ອຍສີ່ສິບເຈັດລ້ານ ຫົກແສນນຶ່ງພັນ ເກົ້າຮ້ອຍຫ້າສິບກີບ). ເຊິ່ງແບ່ງອອກເປັນ 3 ພາກສ່ວນຄື: 1. ພາກວິຊາວິສະວະກຳໄຟຟ້າ (ອະດີດນັກສຶກສາ ປ.ຕີ ຮຸ່ນທີ 13): ໄດ້ມອບອຸປະກອນໄຟຟ້າ ລວມມູນຄ່າ 372,601,950 ກີບ. ປະກອບມີ: ບໍລິສັດ Extra Link Sole Co., LTD (209,037,950 ກີບ) ແລະ ບໍລິສັດ Antech Co., LTD (163,564,000 ກີບ). 2. ພາກວິຊາວິສະວະກຳໂຍທາ (ອະດີດນັກສຶກສາ ປ.ຕີ ຮຸ່ນ 16 ແລະ ປ.ໂທ ຮຸ່ນ 4): ໄດ້ມອບທຶນສະໜັບສະໜູນ ລວມມູນຄ່າ 110,000,000 ກີບ. ປະກອບມີ: ບໍລິສັດ ບຸນທະວີ ຈຳກັດ (40 ລ້ານກີບ), ບໍລິສັດ ຊີວີເຄ ກໍ່ສ້າງ ຈຳກັດຜູ້ດຽວ 25 ລ້ານກີບ, ບໍລິສັດ LN ອະສັງຫາລິມະຊັບ ແລະ ອອກແບບຕົກແຕ່ງ ຈຳກັດຜູ້ດຽວ 25 ລ້ານກີບ ແລະ ບໍລິສັດ ພອນປະເສີດ ອອກແບບກໍ່ສ້າງ ຈຳກັດຜູ້ດຽວ 20 ລ້ານກີບ. 3. ພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ: ໄດ້ມອບອຸປະກອນ SSN32 Dev Kit (10 ຊຸດ) ແລະ Sensorcloud AIoT Platform ໄລຍະ 3 ປີ ຈາກ ບໍລິສັດ ເຊັນເຊີໂໝດ ໄອໂອທີ ເຕັກໂນໂລຊີ ຈຳກັດຜູ້ດຽວ (Sensormode IoT Technology Sole Co., Ltd) ລວມມູນຄ່າ 165,000,000 ກີບ. ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານການປະກອບສ່ວນດັ່ງກ່າວ, ທ່ານ ຮສ. ປອ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ ໄດ້ໃຫ້ກຽດມອບໃບກຽດຕິຄຸນ ຂັ້ນກະຊວງສຶກສາທິການ ແລະ ກີລາ ໃຫ້ແກ່ທັງ 7 ບໍລິສັດ ແລະ ຕົວແທນອະດີດນັກສຶກສາ ແລະ ໃນໂອກາດສໍາຄັນ, ທ່ານ ຮສ. ປອ ສິນທະວອນ ດາລາວົງ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳ ໂດຍທ່ານໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ນໍ້າໃຈອັນປະເສີດຂອງບັນດາອະດີດນັກສຶກສາ ແລະ ພາກສ່ວນທຸລະກິດ ທີ່ຍາມໃດກໍມີຄວາມຜູກພັນ, ໃຫ້ຄວາມສຳຄັນ ແລະ ກັບຄືນມາປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາການຮຽນ-ການສອນ ແລະ ພື້ນຖານໂຄງລ່າງຂອງ ມຊ ໃຫ້ມີຄວາມກ້າວໜ້າ ແລະ ເຂັ້ມແຂງຍິ່ງຂຶ້ນເລື້ອຍໆ.