Select your language

ວັນທີ 6 ສິງຫາ 2026: ທີ່ຫ້ອງຮັບແຂກ 213 ຕຶກສຳນັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ອຳເຄັງ ເພັງລາສີ ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງໄດ້ຕ້ອນຮັບ ການມາຢ້ຽມຢາມຂອງຄະນະຜູ້ແທນຈາກ ມະຫາວິທະຍາໄລແຫ່ງຊາດ ຄັງວອນ (Kangwon National University - KNU), ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ) ຈຸດປະສົງການມາຢ້ຽມຢາມ ມຊ ຂອງຄະນະຜູ້ແທນ ມະຫາວິທະຍາໄລແຫ່ງຊາດ ຄັງວອນ ສ.ເກົາຫຼີ ໃນຄັ້ງນີ້, ແມ່ນເພື່ອປຶກສາຫາລືການຮ່ວມມືທາງດ້ານວິຊາການ ແລະທົບທວນຄືນຂອບການຮ່ວມມື ແລະ ກະກຽມຄວາມພ້ອມໃນການຮ່າງຂໍ້ຕົກລົງການຮ່ວມມື (MOU / MOA) ສະບັບໃໝ່ຮ່ວມກັນ, ການພົບປະກັນໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມອົບອຸ່ນ, ສະໜິດສະໜົມ ແລະ ເຕັມໄປດ້ວຍໄມຕີຈິດ-ມິດຕະພາບແຫ່ງການຮ່ວມມືທາງດ້ານວິຊາການ. ເຊິ່ງການປຶກສາຫາລື, ທັງສອງຝ່າຍໄດ້ທົບທວນຄືນຜົນການດຳເນີນງານຕາມຂອບການຮ່ວມມືໃນໄລຍະທີ່ຜ່ານມາ, ພ້ອມທັງແລກປ່ຽນທັດສະນະ ແລະ ທິດທາງໃນການຊຸກຍູ້ສົ່ງເສີມກິດຈະກຳການແລກປ່ຽນທາງວິຊາການໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ ໂດຍໄດ້ມຸ່ງເນັ້ນໃສ່ການສົ່ງເສີມ: 1) ການແລກປ່ຽນນັກສຶກສາ, ຄູ-ອາຈານ ແລະ ພະນັກງານຄຸ້ມຄອງການສຶກສາລະຫວ່າງສອງສະຖາບັນ, 2) ການຮ່ວມມືທາງດ້ານການຄົ້ນຄວ້າ-ວິໄຈ ແລະ ການຈັດກິດຈະກຳທາງວິຊາການຮ່ວມກັນ ແລະ 3) ການກະກຽມຮ່າງ ແລະ ລົງນາມໃນຂໍ້ຕົກລົງຄວາມຮ່ວມມື (MOA / MOU) ສະບັບໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານການສຶກສາໃນປັດຈຸບັນ. ການຮ່ວມມືດ້ານວິຊາການ ລະຫວ່າງ ມຊ ແລະ ມະຫາວິທະຍາໄລແຫ່ງຊາດ ຄັງວອນ (KNU) ແມ່ນໄດ້ເລີ່ມຕົ້ນສ້າງສາຍພົວພັນ ແລະ ລົງນາມໃນສັນຍາຮ່ວມມື ເຊິ່ງກັນ ແລະກັນມາແຕ່ວັນທີ 14 ມີນາ 2003 ເປັນຕົ້ນມາ. ຕະຫຼອດໄລຍະເວລາທີ່ຜ່ານມາ, KNU ໄດ້ຈັດໃຫ້ ມຊ ເປັນໜຶ່ງໃນມະຫາວິທະຍາໄລຄູ່ຮ່ວມມື (Partner University) ທີ່ສຳຄັນໃນພາກພື້ນອາຊີ. ສະນັ້ນ, ການພົບປະ ແລະ ທົບທວນຄືນສັນຍາການຮ່ວມມືສະບັບໃໝ່ໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນການຍົກລະດັບການຮ່ວມມືດ້ານການສຶກສາລະຫວ່າງ ລາວ ແລະ ສ.ເກົາຫຼີເວົ້າລວມ; ເວົ້າສະເພາະ ແມ່ນ ມຊ ລາວ ແລະມະຫາວິທະຍາໄລແຫ່ງຊາດຄັງວອນ ສ.ເກົາຫຼີ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ທັງເປັນການເພີ່ມໂອກາດໃນການພັດທະນາທັກສະ ແລະ ຄວາມຮູ້ໃຫ້ແກ່ນັກສຶກສາ ລວມເຖິງບຸກຄະລາກອນຂອງທັງສອງສະຖາບັນຢ່າງຍືນຍົງ.