Select your language

ເພື່ອປະຕິບັດຕາມທິດຊີ້ນໍາຂອງກະຊວງສຶກສາທິການ ແລະກີລາ ກໍຄື ແຜນພັດທະນາຄຸນນະພາບ ການສຶກສາຂອງ ມະຫາວິທະຍາໄລແຫ່ງຊາດ(ມຊ), ໃນວັນທີ 08 ສິງຫາ 2026 ນີ້, ມຊ ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນສົກສຶກສາ 2026-2027, ເຊິ່ງເຂດການສອບເສັງໃຫຍ່ແມ່ນຈັດຂຶ້ນທີ່ ວິທະຍາເຂດດົງໂດກ, ໂດຍການເປັນປະທານຂອງທ່ານ ຮສ.ປອ.ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ປະທານຄະນະກໍາມະການການສອບເສັງ, ມີ ທ່ານ ນາງ ສິດທັດຖາ ໄຕແກ້ວພິບູນ ຮອງຫົວໜ້າກົມ ປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະກີລາ, ມີບັນດາທ່ານຮອງຜູ້ອໍານວຍການໃຫຍ່ ມຊ, ບັນດາຄະນະກໍາມະການຝ່າຍຕ່າງໆ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ການສອບເສັງຄັດເລືອກນັກເອົາສຶກສາເຂົ້າຮຽນ ມຊ ປີນີ້, ແມ່ນຈັດການສອບເສັງແບບເຊິ່ງໜ້າ, ໃຫ້ນັກຮຽນທີ່ຈົບຊັ້ນ ມ7 ທີ່ໄດ້ລົງທະບຽນຖືກຕ້ອງຕາມຂັ້ນຕອນມາສອບເສັງຢູ່ຕາມຫ້ອງສອບເສັງທີ່ໄດ້ກໍານົດໄວ້. ທ່ານ ຮສ.ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບການສອບເສັງ ສົກສຶກສາ 2026-2027 ວ່າ: ເພື່ອຄວາມເປັນລະບຽບ-ຮຽບຮ້ອຍໃນການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມຊ ໃນສົກສຶກສານີ້, ທາງ ມຊ ພວກເຮົາໄດ້ມີການກະກຽມຄວາມພ້ອມຕ່າງໆມາຕັ້ງແຕ່ເດືອນ ມິຖຸນາ 2026, ເຊິ່ງໄດ້ແຕ່ງຕັ້ງບັນດາຄະນະກໍາການຮັບຜິດຊອບຝ່າຍຕ່າງໆ ເຊັ່ນຄະນະກໍາມະການຊີ້ນໍາ, ຄະນະກໍາມະການຍ່ອຍເພື່ອລົງເລິກແຕ່ລະໜ້າວຽກຂອງການສອບເສັງ, ເຊິ່ງຜ່ານການກະກຽມມາຮອດມື້ນີ້ ວັນທີ 08 ສິງຫາ 2026 ເປັນມື້ສອບເສັງຕົວຈິງ; ເຫັນວ່າແຕ່ລະໜ້າວຽກແມ່ນມີຄວາມພ້ອມ 100%; ການສອບເສັງຄັດເລືອກເອົານັກສຶກສາ ສົກສຶກສາ 2026-2027 ປີນີ້, ແມ່ນໄດ້ເປີດໃຫ້ນັກສຶກສາລົງທະບຽນຜ່ານລະບົບອອນລາຍ ມາຕັ້ງແຕ່ວັນທີ 06 ກໍລະກົດ ເຖິງວັນທີ 07 ສິງຫາ ແລະພາຍຫຼັງສະໝັກລົງທະບຽນຜ່ານລະບົບອອນລາຍແລ້ວ ແມ່ນໃຫ້ຜູ້ສະໝັກສອບເສັງ ເຂົ້າມາເອົາບັດເຂົ້າຫ້ອງສອບເສັງຂອງຕົນ ຢູ່ທີ່ສະຖານທີ່ລົງທະບຽນ ໃນວິທະຍາເຂດດົງໂດກ ມຊ ເພື່ອກຽມພ້ອມເຂົ້າຫ້ອງສອບເສັງ. ພາຍຫຼັງເປີດໃຫ້ລົງທະບຽນສະໝັກສອບເສັງ ແຕ່ວັນທີ 06 ກໍລະກົດ ຈົນຮອດມື້ປິດຮັບ ຄືວັນທີ 07 ສິງຫາ 2026, ມີຜູ້ສະໝັກລົງທບຽນເຂົ້າຮຽນທັງໝົດແມ່ນ 8,765 ຄົນ ແລະ ມີໜ້າສອບເສັງຕົວຈິງ ແມ່ນ 7,867 ຄົນ; ເຊິ່ງແບ່ງອອກເປັນ 02 ສູນການສອບເສັງຄື: ສູນວິທະຍາເຂດດົງໂດກ ແລະ ສູນວິທະຍາເຂດໂສກປ່າຫຼວງ; ມີ 16 ຈຸດການສອບເສັງ; ໃນນັ້ນ ສາຍ A ມີ 5 ຈຸດ, ສາຍ B ມີ 10 ຈຸດ (ສໍາຮອງວິທະຍາເຂດດົງໂດກ 1 ຈຸດ ແລະ ວິທະຍາເຂດໂສກປ່າຫຼວງ 1 ຈຸດ; ມີ 387 ຫ້ອງສອບເສັງ. ສາຍ A 107 ຫ້ອງ, ສາຍ B 280 ຫ້ອງ, ແຕ່ລະຫ້ອງບັນຈຸນັກສອບເສັງໄດ້ 20 ຫາ 30 ຄົນ. ມີກຳມະການຍາມຫ້ອງສອບເສັງທັງໝົດ 797 ທ່ານ (ກໍາມະການຕົ້ນຕໍ 750 ທ່ານ; ສຳຮອງ 47 ທ່ານ). ໃນນັ້ນ ສາຍ A ມີກຳມະການຍາມຫ້ອງສອບເສັງ 224 ທ່ານ (ກຳມະການຕົ້ນຕໍ 210 ທ່ານ, ກຳມະການສຳຮອງ 14 ທ່ານ); ສາຍ B ມີຄະນະກຳມະການຍາມຫ້ອງສອບເສັງ 573 ທ່ານ (ກຳມະການຕົ້ນຕໍ 540 ທ່ານ, ກຳມະການສຳຮອງ 33 ທ່ານ) ສໍາລັບຕາຕະລາງການສອບເສັງແມ່ນໄດ້ແບ່ງອອກເປັນ 02 ກຸ່ມ ຄື:A ແລະ B; ກຸ່ມ A ກຸ່ມວິຊາທໍາມະຊາດ ແລະເທັກໂນໂລຊີ STEM ມີ 65 ສາຂາວິຊາ ແລະ ກຸ່ມ B ກຸ່ມວິຊາສັງຄົມສາດ ແລະມະນຸດສາດ NON STEM ມີ 50 ສາຂາວິຊາ ຊຶ່ງໄດ້ຈັດການສອບເສັງໃນມື້ດຽວກັນ ກໍຄື ວັນທີ 08 ສິງຫາ 2026 ມື້ນີ້; ກຸ່ມ A ຕອນເຊົ້າ ເສັງ ຄະນິດສາດ+ຟີຊິກສາດ ໃຊ້ເວລາ 120 ນາທີ; ຕອນບ່າຍ ເສັງ ພາສາລາວ-ວັນນະຄະດີ + ເຄມີສາດ+ຊີວະສາດ ແລະ ພາສາອັງກິດ ໃຊ້ເວລາ 90 ນາທີ; ກຸ່ມ B ຕອນເຊົ້າ ເສັງ ວິຊາຄະນິດສາດ B+ພາສາລາວ-ວັນນະຄະດີ ໃຊ້ເວລາ 120 ນາທີ; ຕອນບ່າຍ ເສັງວິຊາ ພູມີສາດ+ປະຫວັດສາດ ແລະພາສາອັງກິດ ໃຊ້ເວລາ 90 ນາທີ. ທ່ານກ່າວຕື່ມວ່າ ໃນສົກສຶກສາ 2026-2027 ນີ້, ມຊ ມີແຜນຮັບເອົານັກສຶກສາ ເຂົ້າຮຽນທັງ ໝົດ ຈໍານວນ 7,025 ຄົນ. ໃນນັ້ນຫຼັກສູດປະລິນຍາຕີ 5,570 ຄົນ, ຫຼັກສູດປະລິນຍາຕີ ນາໆຊາດ 100 ຄົນ, ຫຼັກສູດ ຕໍ່ເນື່ອງປະລິນຍາຕີ 1,295 ຄົນ ແລະ ຫຼັກສູດອະນຸປະລິນຍາ 60 ຄົນ ແລະ ມຊ ເປັນສະຖາບັນການສຶກສາທີ່ມີຫຼາກຫຼາຍສາຂາວິຊາຮຽນ ແຫ່ງທໍາອິດຂອງລາວ ປະກອບມີ 13 ຄະນະວິຊາ, ມີຫຼັກສູດລະດັບປະລິນຍາຕີ 123 ຫຼັກສູດ, ຕໍ່ເນື່ອງປະລິນຍາຕີ 46 ຫຼັກສູດ ແລະ ລະດັບອະນຸປະລິນຍາມີ 6 ຫຼັກສູດ. ຫຼັກສູດທີ່ເປີດຮັບສະໝັກລົງທະບຽນສອບເສັງໃນສົກສຶກສາ 2026-2027 ມີ ລະດັບປະລິນຍາຕີ ທັງໝົດ 115 ຫຼັກສູດ, ໃນນັ້ນປະກອບມີຫຼັກສູດນາໆຊາດ 2 ຫຼັກສູດ. ແບ່ງອອກເປັນ: ສາຍ A (ວິທະຍາສາດ ແລະ ເຕັກໂນໂລຢີ): 65 ຫຼັກສູດ; ສາຍ B (ສັງຄົມສາດ ແລະ ມະນຸດສາດ): 50 ຫຼັກສູດ ແລະພາຍຫຼັງການສອບເສັງຄາດວ່າ ຈະປະກາດຜົນການສອບເສັງ ໃຫ້ສັງຄົມຮັບຊາບໃນວັນທີ 24 ສິງຫາ 2026 ແລະ ຈະເປີດຮັບລົງທະບຽນ ວັນທີ 31 ສິງຫາ 2026 ເປັນຕົ້ນໄປ. ຂະນະດຽວກັນ ທ່ານຍັງໄດ້ຝາກຄວາມຫ່ວງໃຍເຖິງບັນດາລູກຫຼານ ທີ່ຮຽນຈົບ ມ.7 ຫຼື ທຽບເທົ່າ ທີ່ໄດ້ເຂົ້າສອບເສັງເຂົ້າໃນມື້ນີ້, ກໍຄື ລູກຫຼານທີ່ກຽມເສັງເຂົ້າຮຽນ ມຊ ໃນສົກສຶກສາຕໍ່ໄປ ໃຫ້ຮັບຊາບວ່າ: ທຸກສາຂາວິຊາ ທີ່ດໍາເນີນການຮຽນ-ການສອນ ຢູ່ໃນແຕ່ລະຄະນະວິຊາ ຂອງ ມຊ ແມ່ນມີຄວາມສໍາຄັນເທົ່າທຽມກັນ, ຮຽນຈົບທຸກສາຂາວິຊາ ແມ່ນລ້ວນແຕ່ມີຄວາມສໍາຄັນໃນການປະກອບອາຊີບ ເພື່ອພັດທະນາຕົນເອງ, ສັງຄົມ ແລະ ປະເທດຊາດ ແລະສໍາລັບນ້ອງໆ ແລະລູກຫຼານທີ່ມາເສັງມື້ນີ້, ຈົ່ງເອົາໃຈໃສ່ຕໍ່ການສອບເສັງໃຫ້ໄດ້ຮັບຜົນດີ ແລະໄດ້ຮັບຜົນສໍາເລັດດັ່ງທີ່ຕັ້ງໃຈໄວ້.