ໃນວັນທີ 13 ສິງຫາ 2026 ຜ່ານມານີ້, ທ່ານ ສຈ.ປອ ເດຊານຸລາດ ແສງດວງເດດ, ອະດີດຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ), ຜູ້ທີ່ໄດ້ອຸທິດຕົນຕະຫຼອດຊີວິດໃນການພັດທະນາການສຶກສາ ແລະ ປັດຈຸບັນໄດ້ຮັບອຸດໜູນບໍານານ, ໄດ້ນຳເອົາຜົນງານການຄົ້ນຄວ້າ ແລະ ເອກະສານວິຊາການອັນລ້ຳຄ່າ ມາມອບໃຫ້ແກ່ຫໍສະໝຸດແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ຄະນະສຶກສາສາດ ພ້ອມດ້ວຍບັນດາສະຖາບັນການສຶກສາ ແລະ ຫ້ອງການຕ່າງໆ.
ພາຍຫຼັງສຳເລັດພາລະກິດໃນການບໍລິຫານ ມຊ ແລະ ເຂົ້າຮັບອຸດໜູນບໍານານ, ທ່ານ ສຈ.ປອ ເດຊານຸລາດ ແສງດວງເດດ ຍັງຄົງຮັກສາອຸດົມການອັນສູງສົ່ງໃນການສົ່ງເສີມການສຶກສາ. ການມອບປຶ້ມໃນຄັ້ງນີ້ ບໍ່ພຽງແຕ່ເປັນການມອບເອກະສານເພື່ອປະກອບສ່ວນທາງດ້ານວິຊາການເທົ່ານັ້ນ, ແຕ່ຫາກເປັນການ "ສົ່ງມອບປັນຍາ ແລະ ປະສົບການ" ທີ່ທ່ານໄດ້ສະສົມມາຕະຫຼອດຊີວິດການເຮັດວຽກຮັບໃຊ້ປະເທດຊາດ. ປຶ້ມ ແລະ ເອກະສານທີ່ນຳມາມອບໃນຄັ້ງນີ້ ມີຄວາມຫຼາກຫຼາຍທາງດ້ານເນື້ອໃນ, ລວມມີ: ຜົນງານການຄົ້ນຄວ້າວິທະຍາສາດລະດັບສາກົນ ເຊັ່ນ: ປຶ້ມຫົວຂໍ້ “Local Transformation under Development of Regional Integration”, ປຶ້ມກ່ຽວກັບປະຫວັດສາດທ້ອງຖິ່ນ, ຄວາມຮູ້ພື້ນບ້ານໃນການຜະລິດ ແລະ ບົດລາຍງານວິຊາການທີ່ມີຄຸນຄ່າສູງ. ເອກະສານເຫຼົ່ານີ້ ຈະເປັນແຫຼ່ງຊັບພະຍາກອນອັນສຳຄັນ ເພື່ອໃຫ້ລູກຫຼານນັກຮຽນ, ນັກສຶກສາ ແລະ ນັກຄົ້ນຄວ້າຮຸ່ນຫຼັງ ໄດ້ສຶກສາຮໍ່າຮຽນ ແລະ ນຳໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ສັງຄົມ ແລະປະເທດຊາດ.
ໃນໂອກາດນີ້, ທ່ານ ສຈ.ປອ ເດຊານຸລາດ ແສງດວງເດດ ໄດ້ກ່າວດ້ວຍຄວາມພາກພູມໃຈວ່າ ການແບ່ງປັນຄວາມຮູ້ຜ່ານປຶ້ມເຫຼົ່ານີ້ ແມ່ນວິທີການໜຶ່ງໃນການສືບຕໍ່ປະກອບສ່ວນພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ມີວິໄສທັດທີ່ກວ້າງໄກໃນອະນາຄົດ; ໂອກາດດຽວກັນ ຜູ້ຕາງໜ້າບັນດາຫໍສະໝຸດ ແລະ ສະຖາບັນການສຶກສາທີ່ຮັບມອບປຶ້ມ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ນ້ຳໃຈອັນປະເສີດຂອງທ່ານ ສຈ.ປອ ເດຊານຸລາດ ແສງດວງເດດ ທີ່ເຫັນໄດ້ຄວາມສຳຄັນຂອງການເກັບຮັກສາ ແລະ ເຜີຍແຜ່ຄວາມຮູ້ ເຊິ່ງຈະເປັນເບົ້າຫຼໍ່ຫຼອມອັນສຳຄັນສ່ວນໜຶ່ງ ໃນການພັດທະນາການສຶກສາຂອງປະເທດຊາດໃຫ້ກ້າວໜ້າຕໍ່ໄປ.