Select your language

ໃນວັນທີ 14 ສິງຫາ 2026, ພິທີປະກາດການບົ່ງຕົວແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ແລະ ກຳມະການຄະນະບໍລິຫານງານພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ຢ່າງເປັນທາງການ ທີ່ຫ້ອງປະຊຸມສະຖາບັນຂົງຈື, ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ທອງສະລິດ ມັງໝໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ); ໂດຍມີບັນດາການນຳ, ຄະນະບໍລິຫານງານພັກ ມຊ, ຄະນະພັກຮາກຖານ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ, ກຳມະບານ) ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ໄພວັນ ແທ່ງຄຳ, ຮອງຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບເລກທີ 118/ຄປຈ.ສສກ, ລົງວັນທີ 6 ສິງຫາ 2026 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ ມະຫາວິທະຍາໄລແຫ່ງຊາດ ໂດຍບົ່ງຕົວແຕ່ງຕັ້ງ ສະຫາຍ ຮສ. ປອ. ສິນທະວອນ ດາລາວົງ, ກຳມະການປະຈຳພັກກະຊວງ ສສກ, ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ເປັນ ເລຂາຄະນະບໍລິຫານງານພັກ ມະຫາວິທະຍາໄລແຫ່ງຊາດ; ພ້ອມທັງຜ່ານມະຕິຕົກລົງຂອງຄະນະປະຈຳພັກກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 103/ຄປຈ.ສສກ, ລົງວັນທີ 25 ມິຖຸນາ 2026 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການຄະນະບໍລິຫານງານພັກ ມະຫາວິທະຍາໄລແຫ່ງຊາດ (ເພີ່ມ) ໂດຍບົ່ງຕົວແແຕ່ງຕັ້ງ ສະຫາຍ ຄຳຮຸ່ງ ຈັນທະວົງ, ເລຂາໜ່ວຍພັກຮາກຖານ, ຜູ້ອຳນວຍການສະຖາບັນຂົງຈື ເປັນ ກຳມະການຄະນະບໍລິຫານງານພັກ ມະຫາວິທະຍາໄລແຫ່ງຊາດ (ເພີ່ມ). ໂອກາດດັ່ງກ່າວ, ທ່ານ ຮສ. ປອ. ທອງສະລິດ ມັງໝໍ່ເມກ ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ, ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ ໃນການຮັບສະໝັກນັກສຶກສາຂອງ ມະຫາວິທະຍາໄລແຫ່ງຊາດ ປະຈຳສົກສຶກສາ 2026-2027. ພ້ອມດຽວກັນນັ້ນ, ທ່ານໄດ້ເນັ້ນໃສ່ 4 ທິດທາງວຽກງານສຳຄັນ ຄື: 1). ເອົາໃຈໃສ່ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ພ້ອມທັງປັບປຸງແບບແຜນ, ກົນໄກ ແລະ ວິທີເຮັດວຽກຂອງພັກ-ລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; 2). ເນື່ອງໃນໂອກາດສະເຫຼີມສະຫຼອງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ, ໃຫ້ທົບທວນຄືນບັນດາວຽກງານຕ່າງໆຂອງພັກ ວ່າໄດ້ມີການຂະຫຍາຍຕົວແນວໃດ ແລະ ກຳນົດແຜນການປັບປຸງໃນຕໍ່ໜ້າ; 3). ເອົາໃຈໃສ່ຍົກສູງບົດບາດ ແລະ ສ້າງຄວາມສາມັກຄີພາຍໃນອົງກອນ ກໍຄືລະຫວ່າງສະມາຊິກພັກໃຫ້ແໜ້ນແຟ້ນ; 4). ເອົາໃຈໃສ່ວຽກງານການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ພ້ອມທັງຮີບຮ້ອນໃຫ້ບັນດາໜ່ວຍພັກສ້າງແຜນການ ເພື່ອແກ້ໄຂ ແລະ ປັບປຸງບັນຫາທີ່ຍັງຄົງຄ້າງ, ໂດຍເລີ່ມຈາກການປັບປຸງແບບແຜນວິທີເຮັດວຽກໃຫ້ດີຂຶ້ນ ເຊິ່ງຖືເປັນວຽກງານສຳຄັນຂອງອົງຄະນະພັກ ມຊ. ໃນຕອນທ້າຍ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ໄດ້ຂຶ້ນຮັບຄຳໂອວາດ ແລະ ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ ທ່ານ ຮສ. ປອ. ທອງສະລິດ ມັງໝໍ່ເມກ ທີ່ຍາມໃດກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ມະຫາວິທະຍາໄລແຫ່ງຊາດ ໃນການກໍ່ສ້າງຊັບພະຍາກອນມະນຸດ, ການຄົ້ນຄວ້າວິທະຍາສາດ, ການສ້າງນະວັດຕະກຳ ແລະ ການບໍລິການທາງດ້ານວິຊາການ ເພື່ອຮັບໃຊ້ການພັດທະນາປະເທດຊາດ; ເຊິ່ງຄຳໂອວາດທັງໝົດນີ້ ຖືເປັນທິດທາງ ແລະ ແນວທາງອັນສຳຄັນ ໃຫ້ຄະນະພັກທຸກຂັ້ນ ແລະ ສະມາຊິກພັກທຸກສະຫາຍຂອງ ມະຫາວິທະຍາໄລແຫ່ງຊາດ ນຳໄປຜັນຂະຫຍາຍ ຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຕໍ່ໄປ.