Select your language

ໃນຕອນບ່າຍ ວັນທີ 25 ສິງຫາ 2026, ທີ່ຫ້ອງປະຊຸມ 205 ຕຶກສໍານັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ), ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຈາກ ມະຫາວິທະຍາໄລ ຟູດັນ (Fudan University), ສາທາລະນະລັດ ປະຊາຊົນຈີນ(ສປ.ຈີນ) ຢ່າງເປັນທາງການ. ໂດຍແມ່ນ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ມີຫົວໜ້າຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງໃຫ້ກຽດຕ້ອນຮັບ. ຄະນະຜູ້ແທນຈາກ ມະຫາວິທະຍາໄລ ຟູດັນ ທີ່ເດີນທາງມາຢ້ຽມຢາມໃນຄັ້ງນີ້ ນຳ ໂດຍ ທ່ານ ສຈ. ຈິງ ອີຈ່ຽງ (Prof. JING Yijia), ຄະນະບໍດີ ສະຖາບັນນະໂຍບາຍສາທາລະນະໂລກ (Dean of Institute for Global Public Policy), ພ້ອມດ້ວຍ ທ່ານ ອຈ. ສຽນ ຮ່າວຊີ (Assoc. Prof. QIAN Haoqi), ຮອງຄະນະບໍດີ ແລະ ທ່ານ ນາງ ຈາງ ຣົງ (ZHANG Rong), ຫົວໜ້າຫ້ອງການບໍລິຫານ ຂອງສະຖາບັນດັ່ງກ່າວ. ຈຸດປະສົງຫຼັກຂອງການມາຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືວຽກງານການຮ່ວມມືລະຫວ່າງ ມະຫາວິທະຍາໄລ ຟູດັນ ແລະ ມຊ. ໃນການພົບປະ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຂະຫຍາຍການຮ່ວມມືທາງດ້ານການແລກປ່ຽນທຶນການສຶກສາ ເພື່ອສ້າງໂອກາດໃຫ້ນັກສຶກສາ ແລະ ບຸກຄະລາກອນ ໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ພ້ອມດຽວກັນນີ້, ຍັງໄດ້ເນັ້ນໜັກເຖິງການຮ່ວມມືໃນການຄົ້ນຄວ້າວິໄຈຮ່ວມກັນໃນຂົງເຂດທີ່ທັງສອງຝ່າຍມີຄວາມສົນໃຈ ເພື່ອສົ່ງເສີມການພັດທະນາທາງດ້ານວິຊາການ ແລະ ຍົກລະດັບຄຸນນະພາບການສຶກສາໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ການພົບປະໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ເປັນໄມຕີຈິດມິດຕະພາບອັນດີງາມ, ເຊິ່ງເປັນການເປີດກາລະໂອກາດໃໝ່ໃນການເສີມຂະຫຍາຍສາຍພົວພັນການຮ່ວມມືດ້ານການສຶກສາ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.