Select your language

ໃນວັນທີ 25 ສິງຫາ 2026 ທີ່ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບການຢ້ຽມຢາມຂອງທ່ານ ນາງ ມິດຊູ ຍູໂກະ (MITSUI Yuko) ຮອງປະທານອາວຸໂສ ອົງການໄຈກາ ສຳນັກງານໃຫຍ່ ປະເທດຍີ່ປຸ່ນພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ເພື່ອຕິດຕາມ ແລະ ເສີມສ້າງການຮ່ວມມືດ້ານການສຶກສາວິສະວະກຳສາດ ຢູ່ ສປປ ລາວ, ໂດຍມີທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າຄະນະວິຊາ ຄະນະວິສະວະກຳສາດ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານຍີ່ປຸ່ນ ແລະ ອົງການໄຈກາ ທີ່ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ເຊິ່ງຜົນສຳເລັດທີ່ສຳຄັນແມ່ນການພັດທະນາຫຼັກສູດການຮຽນ-ການສອນ ທີ່ຄຽງຄູ່ກັບພາກປະຕິບັດຕົວຈິງ, ການພັດທະນາທາງດ້ານບຸກຄະລາກອນຄູ ແລະ ການສ້າງໂຄງລ່າງພື້ນຖານທີ່ອຳນວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ເປັນຕົ້ນແມ່ນໂຄງການ HUGETECH ເປັນໂຄງການຮ່ວມມືກັນໃນດ້ານວິຊາການເພື່ອເສີມສ້າງການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນຄູ-ອາຈານ ທີ່ກວມເອົາ 6 ພາກວິຊາໃນຄະນະວິສະວະກຳສາດ; ໂຄງການ Grant Aid ປັບປຸງໂຄງລ່າງພື້ນຖານອາຄານ ແລະ ສະໜອງອຸປະກອນຫ້ອງທົດລອງທີ່ທັນສະໄໝ, ສູນວິສະວະກຳເພື່ອການພັດທະນາແບບຍືນຍົງ ຫຼື CESD; ໂຄງການ Enhanced Engineering Education ເສີມສ້າງການນຳໃຊ້ ແລະ ບຳລຸງຮັກສາອຸປະກອນ, ເຄື່ອຂ່າຍມະຫາວິທະຍາໄລໃນຍີ່ປຸ່ນ/ອາຊຽນ ແລະກິດຈະກຳການຮ່ວມມືກັບພາກອຸດສະຫະກຳ. ພ້ອມນັ້ນ, ຍັງໄດ້ສະເໜີມາຍັງອົງການໄຈກາ ສຳລັບແຜນການການຮ່ວມມືໃນໄລຍະໃໝ່ ແຕ່ປີ 2027-2032 ເພື່ອຂະຫຍາຍຜົນສຳເລັດ ແລະ ຍົກລະດັບຄະນະວິສະວະກຳສາດໃຫ້ກາຍເປັນສູນກາງການສຶກສາທາງດ້ານວິສະວະກຳສາດ. ພ້ອມດຽວກັນນັ້ນ, ທ່ານ ນາງ ມິດຊູ ຍູໂກະ ກໍໄດ້ກ່າວສະແດງຄວາມຍິນດີທີ່ໄດ້ຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດ ແລະ ຍິນດີໃນການສະໜັບສະໜູນການຮ່ວມມືໃນໄລຍະໃໝ່ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້. ໃນພິທີ, ທ່ານ ຮສ. ປອ. ຄຳປະເສີດ ເທບວົງສາ ຫົວໜ້າຄະນະວິຊາຄະນະວິສະວະກຳສາດ ກໍໄດ້ລາຍງານຜົນການດຳເນີນງານໂຄງການ JICA ທີ່ຄະນະວິສະວະກຳສາດ ແລະ ແຜນດຳເນີນງານການຮ່ວມມືໃນ 5 ປີຕໍ່ໜ້າ 2027-2032. ພ້ອມນັ້ນ ບັນດາແຂກທີ່ເຂົ້າຮ່ວມຍັງໄດ້ຢ້ຽມຊົມຫ້ອງທົດລອງ (Laboratory block) ແລະ ສູນວິສະວະກຳເພື່ອການພັດທະນາແບບຍືນຍົງ (Center of Engineering for Sustainable Development) ອີກດ້ວຍ.