Select your language

ໃນວັນທີ 27 ສິງຫາ 2026, ທີ່ຫ້ອງປະຊຸມ 213 ຕຶກຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຕ້ອນຮັບການຢ້ຽມຢາມ ແລະ ພົບປະຂອງຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກໍ່ສ້າງ ແລະ ບັນດາມະຫາວິທະຍາໄລ ຈາກ ສສ. ຫວຽດນາມນີ້ ນຳໂດຍ ທ່ານ ຮອງຫົວໜ້າກົມຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຜູ້ອຳນວຍການ ແລະ ຕົວແທນຈາກ 10 ມະຫາວິທະຍາໄລຊັ້ນນຳຂອງ ສສ. ຫວຽດນາມ ເຊັ່ນ: ມະຫາວິທະຍາໄລ ເຕບັກ (Trường Đại học Tây Bắc - TBU), ມະຫາວິທະຍາໄລ ກັ້ນເທີ (Trường Đại học Cần Thơ - CTU), ມະຫາວິທະຍາໄລ ໄທງວຽນ (Trường Đại học Thái Nguyên - TNU), ມະຫາວິທະຍາໄລ ສ້າງຄູຮ່າໂນ້ຍ (Trường Đại học Sư phạm Hà Nội - HNUE), ມະຫາວິທະຍາໄລ ກໍ່ສ້າງຮ່າໂນ້ຍ (Trường Đại học Xây dựng Hà Nội - HUCE), ມະຫາວິທະຍາໄລ ພາສາຕ່າງປະເທດ - ມະຫາວິທະຍາໄລ ດານັງ (Trường Đại học Ngoại ngữ - Đại học Đà Nẵng - UFLS), ມະຫາວິທະຍາໄລ ຄົມມະນາຄົມ ແລະ ຂົນສົ່ງ (Trường Đại học Giao thông Vận tải - UTC), ແລະ ສະຖາບັນວິທະຍາສາດກະສິກຳຫວຽດນາມ (Viện Khoa học Nông nghiệp Việt Nam - VAAS). ໃຫ້ກຽດຕ້ອນຮັບໂດຍ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມຊ, ພ້ອມດ້ວຍບັນດາຫົວໜ້າຄະນະວິຊາ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງການພົບປະ ແລະຢ້ຽມຢາມ ມຊ ຂອງຄະນະຜູ້ແທນດັ່ງກ່າວຄັ້ງນີ້, ແມ່ນເພື່ອສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືແບບອ້າຍນ້ອງທີ່ສະໜິດແໜ້ນ ລະຫວ່າງສອງຊາດ, ພ້ອມທັງປຶກສາຫາລື ແລກປ່ຽນຄວາມຄິດເຫັນກ່ຽວກັບ ພາລະບົດບາດ ແລະ ຄວາມສຳຄັນ ລະຫວ່າງ ມຊ ກັບ ມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ. ໃນທີ່ປະຊຸມ ໄດ້ເປີດໂອກາດໃຫ້ມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ໄດ້ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດຕົວຈິງກັບ ມຊ, ໂດຍສະເພາະແມ່ນການສົ່ງເສີມການຮ່ວມມືດ້ານການສິດສອນລະຫວ່າງຄູລາວ ແລະ ຄູຫວຽດນາມ. ທັງທາງດ້ານຮູບແບບການຄຸ້ມຄອງບໍລິຫານ ໂດຍມີທິດທາງໃຫ້ໂຄງສ້າງການບໍລິຫານປະກອບມີ ຜູ້ອຳນວຍການລາວ ແລະ ຜູ້ອຳນວຍການ ຝ່າຍຫວຽດນາມ ເຮັດວຽກຮ່ວມກັນຢ່າງໃກ້ຊິດ. ສຳລັບວຽກງານເນື້ອໃນວິຊາການນັ້ນ, ທີ່ປະຊຸມໄດ້ເຫັນດີເປັນເອກະພາບກັນວ່າ ຕ້ອງມີການສ້າງຕັ້ງໜ່ວຍງານສະເພາະຂຶ້ນມາ ເພື່ອຮັບຜິດຊອບໃນການພັດທະນາຫຼັກສູດຮ່ວມກັນໂດຍກົງ, ແນໃສ່ຮັບປະກັນຄຸນນະພາບການສຶກສາ ແລະ ຕອບສະໜອງໄດ້ຕາມມາດຕະຖານການສຶກສາຊັ້ນສູງ ໃນການສ້າງຊັບພະຍາກອນມະນຸດຂອງທັງສອງປະເທດໃນອະນາຄົດ.