Select your language

ວັນທີ 17 ກັນຍາ 2026, ທີ່ຫ້ອງປະຊຸມ 213 ຕຶກສໍານັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດກອງປະຊຸມສຳມະນາທາງດ້ານວິຊາການ ແລະ ແລກປ່ຽນບົດຮຽນ ໃນຫົວຂໍ້ “ການບໍລິຫານຈັດການຊັບພະຍາກອນທຳມະຊາດຢ່າງສະຫຼາດ ແລະການນຳໃຊ້ລະບົບສາລະສົນເທດພູມີສາດ (GIS)”, ລະຫວ່າງ ມຊ ແລະ ຄະນະຜູ້ແທນຈາກ ສູນວິໄຈວິສະວະກຳມະຫາວິທະຍາໄລ “ດາວທຽມ+” ການບໍລິຫານຈັດການຊັບພະຍາກອນທຳມະຊາດແບບອັດສະລິຍະດ້ວຍ AI ໃນອາວະກາດ ແຂວງກວາງຊີ ສປ ຈີນ. ນໍາໂດຍທ່ານ ສາດສະດາຈານ ນາງ ຫວຽຍ ຢັນເຟຍ (Prof. Wei Yanfei) ຫົວໜ້າສູນວິໄຈວິສະວະກຳມະຫາວິທະຍາໄລ “ດາວທຽມ+” ແຂວງກວາງຊີ, ທ່ານ ສາສະດາຈານ ຫຼິວ ຢາວລິນ (Prof. Liu Yaolin) ຈາກມະຫາວິທະຍາໄລອູ່ຮັ້ນ, ທ່ານ ສາສະດາຈານ ຫຼຽວ ເຈົາໝິງ (Prof. Liao Chaoming) ຮອງຫົວໜ້າສູນວິໄຈວິສະວະກຳກວາງຊີ ພ້ອມດ້ວຍຄະນະຊ່ຽວຊານ ແລະ ຄູ-ອາຈານ ຈາກມະຫາວິທະຍາໄລກະເສດສາດຈີນ ແລະ ສະຖາບັນທີ່ກ່ຽວຂ້ອງ. ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໂດຍມີ ທ່ານ ອຳເຄັງ ເພັງລາສີ ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ, ມີຫົວໜ້າຄະນະວິຊາ, ຄູ-ອາຈານ ແລະ ພະນັກງານທີ່ກ່ຽວຂ້ອງຈາກ ຄະນະວິທະຍາສາດທຳມະຊາດ, ຄະນະວິທະຍາສາດສັງຄົມ, ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິສະວະກຳສາດ ແລະ ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ເຂົ້າຮ່ວມ. ໃນກອງປະຊຸມ, ທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນນຳສະເໜີ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການ ໂດຍມີເນື້ອໃນມຸ່ງເນັ້ນໃສ່ທິດທາງການຮ່ວມມື ແລະ ການພັດທະນາຊັບພະຍາກອນມະນຸດ ດັ່ງນີ້: • ການນຳໃຊ້ AI ເຂົ້າໃນການຮຽນ-ການສອນ: ໄດ້ປຶກສາຫາລືການນຳໃຊ້ເຕັກໂນໂລຊີປັນຍາປະທິດ (AI), ເຕັກໂນໂລຊີດາວທຽມ ແລະ ລະບົບ GIS ເຂົ້າໃນການຮຽນ-ການສອນ ແລະ ການຄົ້ນຄວ້າຂອງຫຼັກສູດ, ເພື່ອຍົກລະດັບຄວາມຮູ້ຄວາມຮູ້-ສາມາດຂອງນັກສຶກສາໃຫ້ທັນກັບຍຸກສະໄໝ. • ການສ້າງ ແລະ ພັດທະນາບຸກຄະລາກອນ: ເນັ້ນໃສ່ການສ້າງບຸກຄະລາກອນວິຊາການໃນຂົງເຂດການວັດແທກທີ່ດິນ, ແຜນທີ່ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ, ທັງໃນລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ. • ການສະໜັບສະໜູນທຶນການສຶກສາ: ໄດ້ຄົ້ນຄວ້າເລືອກທຶນການສຶກສາ ແລະ ທຶນວິໄຈທີ່ກ່ຽວຂ້ອງກັບການພັດທະນາຊັບພະຍາກອນມະນຸດ, ເພື່ອເປີດໂອກາດໃຫ້ນັກສຶກສາ, ຄູ-ອາຈານ ແລະ ນັກວິຊາການລາວໄດ້ໄປສຶກສາ ແລະ ຝຶກອົບຮົມຢູ່ ສປ ຈີນ. • ການຈັດຕັ້ງສູນການຮ່ວມມືສາກົນ: ຊຸກຍູ້ໃຫ້ມີການເປີດ ແລະຈັດຕັ້ງສູນການຄ້າສາກົນຄົ້ນຄວ້າ, ຝຶກອົບຮົມ ແລະ ແລກປ່ຽນບຸກຄະລາກອນ, ເພື່ອເປັນເວທີສາກົນໃນການຄົ້ນຄວ້າວິໄຈ ແລະ ແລກປ່ຽນຄວາມຮູ້ວິຊາການຢ່າງຕໍ່ເນື່ອງ. ກອງປະຊຸມສຳມະນາໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການສົ່ງເສີມການຮ່ວມມືດ້ານວິຊາການ ແລະ ເຕັກໂນໂລຊີອະວະກາດ ລະຫວ່າງ ມຊ, ກົມແຜນທີ່ແຫ່ງຊາດ ແລະ ສະຖາບັນການສຶກສາຈາກ ສປ ຈີນ, ທັງເປັນການຜັນຂະຫຍາຍສາຍພົວພັນການເປັນ “ຄູ່ຮ່ວມມືສະຕາກຳດຽວກັນ ລາວ-ຈີນ” ໃຫ້ມີຄວາມເຂັ້ມແຂງ, ເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດ