ໃນວັນທີ 15 ກັນຍາ 2026 ທີ່ຜ່ານມາ, ຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເດີນທາງໄປພົບປະ, ຢ້ຽມຢາມ ແລະ ແລກປ່ຽນວຽກງານວິຊາການ ຮ່ວມກັບ ຄະນະນິຕິສາດ ມະຫາວິທະຍາໄລ TON DUC THANG ນະຄອນໂຮ່ຈີມິນ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ການເດີນທາງໄປຢ້ຽມຢາມໃນຄັ້ງນີ້ ນໍາພາໂດຍ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໂດຍມີ ທ່ານ ອຈ.ປອ. ສົມເດັດ ແກ້ວວົງສັກ ຫົວໜ້າຄະນະວິຊາ ຄະນະນິຕິສາດ ແລະ ລັດຖະສາດ, ພ້ອມດ້ວຍ ຮອງຫົວໜ້າຄະນະວິຊາ, ຫົວໜ້າພາກວິຊາ, ຫົວໜ້າພະແນກ ແລະ ຄູ-ອາຈານ ເຂົ້າຮ່ວມ. ໃຫ້ການຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ Dr. Nguyen Ngoc Son ຮອງອະທິການບໍດີ ທັງເປັນ ຄະນະບໍດີ ຄະນະນິຕິສາດ ມະຫາວິທະຍາໄລ TON DUC THANG ພ້ອມດ້ວຍຄະນະ.
ຈຸດປະສົງຂອງການພົບປະ ແມ່ນເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດ ການຮ່ວມມືທາງດ້ານວິຊາການ ໃນໄລຍະຜ່ານມາ ພາຍຫຼັງທີ່ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ແລະ ບົດບັນທຶກຂໍ້ຕົກລົງຮ່ວມມື (MOA) ນໍາກັນໃນປີ 2024 ເປັນຕົ້ນແມ່ນ ວຽກງານການແລກປ່ຽນນັກສຶກສາ. ພ້ອມກັນນີ້, (ທັງສອງຝ່າຍ) ຍັງໄດ້ຮ່ວມກັນປຶກສາຫາ ລື ແລະ ວາງແຜນການຮ່ວມມືໃນອະນາຄົດ ເຊັ່ນ: ການເຮັດບົດຄົ້ນຄວ້າວິໄຈຮ່ວມກັນ, ການແລກປ່ຽນສິ່ງພິມ, ວາລະສານທາງວິຊາການ ແລະ ຂົງເຂດວຽກງານອື່ນໆ ທີ່ກ່ຽວຂ້ອງ ເພື່ອຮັດແໜ້ນສາຍພົວພັນການຮ່ວມມື ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ລະຫວ່າງ ສອງສະຖາບັນໃຫ້ສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ.