Select your language

ໃນວັນທີ 23 ກັນຍາ 2026, ຢູ່ທີ່ຫ້ອງຮັບແຂກ VIP ຕຶກສຳນັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍ ບັນດາທ່ານຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ແລະ ພະນັກງານທີ່ກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ບໍລິຫານງານ ຈາກ Tokai University ປະເທດຍີ່ປຸ່ນ, ເຊິ່ງນຳໂດຍ ທ່ານ Prof. Dr. Kazuhiko HAMAMOTO ຮອງອະທິການບໍດີ Tokai University ພ້ອມຄະນະ ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ປຶກສາຫາລືວຽກງານການຮ່ວມມືກັບ ມຊ. ໃນການພົບປະກັນຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການສົ່ງເສີມຄວາມຮ່ວມມືທາງດ້ານວິຊາການ, ໂດຍສະເພາະ ແມ່ນການຮ່ວມມືກັບ ຄະນະວິສະວະກຳສາດ (ມຊ) ໃນຂົງເຂດງານວິສະວະກຳ, ເທັກໂນໂລຊີຂໍ້ມູນຂ່າວສານ, ການວິໄຈຮ່ວມກັນ, ການພັດທະນາຫຼັກສູດການສຶກສາ ລະດັບປະລິນຍາເອກ (PhD curriculum) ຕະຫຼອດຮອດການພັດທະນາຊັບພະຍາກອນມະນຸດ. ການຢ້ຽມຢາມ ແລະ ພົບປະປຶກສາຫາລືໃນຄັ້ງນີ້ ຖືເປັນນິມິດໝາຍອັນດີ ໃນການເພີ່ມພູນຄູນສ້າງ ສາຍພົວພັນການຮ່ວມມືທາງດ້ານການສຶກສາ ແລະ ວິຊາການ ລະຫວ່າງ ມຊ ແລະ Tokai University ປະເທດຍີ່ປຸ່ນ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍໂຕຍິ່ງໆຂຶ້ນໃນອນາຄົດ.