Select your language

ໃນຕອນເຊົ້າ ວັນທີ 25 ກັນຍາ 2026 ຜ່ານມານີ້, ທີ່ສໍານັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ມີພິທີລົງນາມເຊັນສັນຍາການຮ່ວມມື(MOU)ລະຫວ່າງ ມຊ ແລະ ມະຫາວິທະຍາໄລວິທະຍາສາດການກີລາ ແຫ່ງ ສາທາລະນະລັດ. ກູບາ (UCCFD); ເຊິ່ງຝ່າຍ ມຊ ລົງນາມ ໂດຍ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ ແລະ ຝ່າຍມະຫາວິທະຍາໄລວິທະຍາສາດການກີລາ ແຫ່ງ ສ. ກູບາ ລົງນາມໂດຍທ່ານ ຊິວວາໂນ ເມີເຊດ ເລັນ (Mr. Silvano Merced Len), ອະທິການບໍດີ ມະຫາວິທະຍາໄລວິທະຍາສາດການກິລາ ແຫ່ງ ສ.ກູບາ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ເອນນາ ເອສທີ ວຽນ ວາລເດສ (H.E Mrs. Enna Esther Viant Valdes), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ກູບາ ປະຈຳ ສປປ ລາວ, ທ່ານ ເລໂອເນວ ກອງຊາເລສ ຊູລູເອຕາ (Mr. Leonel Gonzalez Sulueta), ທີ່ປຶກສາ ສະຖານທູດ ກູບາ, ທ່ານ ນາງ ມາເວີຣິສ ຄາຣີດາດ ສາມຽນໂຕ ເອີຣູເຕຍ (Mrs. Marveris Caridad Sarmiento Urrutia), ຜູ້ອໍານວຍການຝ່າຍພົວພັນສາກົນ ພ້ອມດ້ວຍ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມການກີລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ໄດ້ກ່າວຕ້ອນຮັບຄະນະຜູ້ແທນ ສ.ກູບາ ດ້ວຍຄວາມອົບອຸ່ນ ແລະ ຈິງໃຈ. ທ່ານໄດ້ເນັ້ນໜັກວ່າ ສປປ ລາວ ແລະ ສ. ກູບາ ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພີ່ນ້ອງ ແລະ ການຮ່ວມມືທີ່ດີງາມມາໂດຍຕະຫຼອດ. ການພົບປະ ແລະ ເຊັນສັນຍາຮ່ວມມືໃນຄັ້ງນີ້ ຖືເປັນກ້າວໜຶ່ງທີ່ສໍາຄັນ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບໃຫ້ເລິກເຊິ່ງ ແລະ ປະກົດຜົນຢ່າງເປັນຮູບປະທໍາ. ພ້ອມດຽວກັນ ກໍໄດ້ຍົກໃຫ້ເຫັນວ່າ "ກີລາ ປຽບເໝືອນນັກການທູດ" ທີ່ເຊື່ອມໂຍງມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືລະຫວ່າງສອງຊາດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ເຊິ່ງຂອບເຂດການຮ່ວມມືທີ່ສໍາຄັນ: • ການແລກປ່ຽນວິທະຍາສາດການກີລາ: ແລກປ່ຽນບົດຮຽນ, ຄວາມຮູ້, ເທັກໂນໂລຊີ ແລະ ນະວັດຕະກໍາ ດ້ານວິທະຍາສາດການກິລາ ແລະ ການພັດທະນາກີລາ. • ການພັດທະນາບຸກຄະລາກອນ ແລະ ຄູພາລະສຶກສາ: ຍົກລະດັບຄວາມຮູ້-ຄວາມສາມາດຂອງຄູ-ອາຈານ, ນັກຄົ້ນຄວ້າ, ຄູຝຶກ ແລະ ນັກກີລາຢ່າງຮອບດ້ານ. • ການສົ່ງພະນັກງານຄູອາຈານມາສອນ: ຝ່າຍກູບາຈະສົ່ງພະນັກງານຄູອາຈານ ແລະ ຜູ້ຊ່ຽວຊານທີ່ມີຄວາມຮູ້ຄວາມສາມາດ ມາຊ່ວຍສອນຢູ່ ມຊ ໃນລະດັບປະລິນຍາຕີ. • ການແລກປ່ຽນນັກສຶກສາ ແລະ ການຄົ້ນຄວ້າ: ສົ່ງເສີມການແລກປ່ຽນນັກສຶກສາ, ຜູ້ຊ່ຽວຊານ ແລະ ການຈັດໂຄງການຄົ້ນຄວ້າວິທະຍາສາດຮ່ວມກັນໃນອະນາຄົດ. ທ່ານ ຜູ້ອໍານວຍການໃຫຍ່ ມຊ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສັນຍາຮ່ວມມືສະບັບນີ້ ຈະບໍ່ແມ່ນພຽງແຕ່ເອກະສານທາງດ້ານນິຕິກໍາເທົ່ານັ້ນ, ແຕ່ຈະເປັນບ່ອນອ້າງອີງ ແລະ ເປັນແຮງຊຸກຍູ້ ທີ່ນໍາໄປສູ່ການປະຕິບັດຕົວຈິງຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ທັງນີ້ ກໍເພື່ອຜົນປະໂຫຍດຂອງສອງສະຖາບັນ, ເພື່ອພັດທະນາຄູພາລະສຶກສາ ແລະ ຂະແໜງການກີລາຂອງລາວໃຫ້ມີຄວາມເຂັ້ມແຂງ, ພ້ອມທັງເຮັດໃຫ້ສາຍພົວພັນມິດຕະພາບ ລາວ-ກູບາ ໝັ້ນຄົງທະນົງແກ່ນ ແລະ ຍືນຍົງຕະຫຼອດໄປ.