Select your language

ໃນວັນທີ 28 ສິງຫາ 2026, ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳສັກວັກຊີນໃຫ້ໝາ-ແມວ ຟຣີ ເນື່ອງໃນໂອກາດວັນວໍ້ໂລກ (World Rabies Day) ທີ່ພາກວິຊາສັດຕະວະແພດ ຄະນະກະເສດສາດ (ວິທະຍາເຂດົງໂດກ) ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ວັນນະພອນ ພຸດທະນາ ຫົວໜ້າຄະນະວິຊາ ຄະນະກະເສດສາດ, ມີບັນທ່ານຮອງຫົວໜ້າຄະນະວິຊາ, ຜູ້ຕາງໜ້າຈາກອົງການສາກົນ, ຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະ ເຈົ້າຂອງສັດລ້ຽງ ເຂົ້າຮ່ວມ. ຈຸດປະຂອງການຈັດກິດຈະກຳໃນຄັ້ງໜີແມ່ນເພື່ອສັກວັກຊີນໃຫ້ໝາ-ແມວ ຟຣີ ເນື່ອງໃນໂອກາດວັນວໍ້ໂລກ (World Rabies Day) ພ້ອມທັງເປັນການສ້າງຂະບວນຄໍານັບຮັບຕ້ອນການສະເຫຼີມສະຫຼອງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ, ກິດຈະກໍານີ້ ມີສັດລ້ຽງເຂົ້າຮັບວັກຊີນທັງໝົດ ຈໍານວນ 243 ໂຕ (ແມວຈໍານວນ 86 ໂຕ ແລະ ໜາ 157 ໂຕ). ພ້ອມນັ້ນ ພາຍໃນງານຍັງມີການໃຫ້ຄວາມຮູ້ກັບເຈົ້າຂອງສັດລ້ຽງໃນການເບິ່ງແຍງສຸຂະພາບ ແລະ ວິທີການປ້ອງກັນພະຍາດວໍ້ ກິດຈະກຳນີ້ແມ່ນໄດ້ຮັບການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດໂດຍ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ອົງການສັດຕະວະແພດບໍ່ມີພົບແດນ ສ.ເກົາຫລີ ແລະ ສະໂມສອນນັກສືກສາສັດຕະວະແພດບໍ່ມີພົບແດນ ຄະນະກະເສດສາດ.