Select your language

ໃນລະຫວ່າງວັນທີ 24-25 ກັນຍາ 2026, ຄະນະນໍາ ແລະນັກສໍາມະນາກອນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເດີນທາງໄປທັດສະນະສຶກສາ ແລະແລກປ່ຽນບົດຮຽນການຊີ້ນໍາ-ນໍາພາ ຢູ່ເມືອງປາກຊັນ, ແຂວງບໍລິຄໍາໄຊ. ການເຄື່ອນໄຫວຄັ້ງນີ້ ປະຕິບັດຕາມຫຼັກສູດການຮຽນ-ການສອນ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໂດຍການນໍາພາຂອງ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພງ ຮອງຜູ້ອຳນວຍການໃຫຍ່ ມຊ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງປາກຊັນ ພ້ອມດ້ວຍຄະນະນໍາເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ. ຈຸດປະສົງ ໃນການໄປທັດສະນະສຶກສາຄັ້ງນີ້, ແມ່ນເພື່ອໃຫ້ນັກສໍາມະນາກອນມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຖອງໃນການສົມທຽບລະຫວ່າງທິດສະດີທີ່ໄດ້ຮຽນມາ ໂດຍສົມທຽບໃສ່ພຶດຕິກຳຕົວຈິງໃນແຕ່ລະດ້ານ; ໂດຍສະເພາະແມ່ນດ້ານການເມືອງ, ເສດຖະກິດ ແລະສັງຄົມ-ວັດທະນະທຳ ເພື່ອແລກປ່ຽນບົດຮຽນ ແລະຖອດຖອນເອົາບົດຮຽນຈາກທິດສະດີ ມາໜູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດຕໍ່ໜ້າທີ່ວຽກງານຂອງຕົນ. ໃນໂອກາດດັ່ງກ່າວ, ຄະນະນັກສໍາມະນາກອນ ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງປາກຊັນ, ເຊິ່ງເປັນເມືອງເທສະບານ ແລະ ເປັນໃຈກາງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ. ເມືອງປາກຊັນ ມີເນື້ອທີ່ 654 ກິໂລຕາແມັດ, ປະກອບມີ 3 ຕາແສງ, 54 ບ້ານ ແລະ ປະຊາກອນ 54,184 ຄົນ. ຜ່ານການຈັດຕັ້ງປະຕິບັດ, ເມືອງສາມາດເລີ່ມກຸ້ມຕົນເອງທາງດ້ານລາຍຮັບ-ລາຍຈ່າຍມາແຕ່ປີ 2024. ໃນ 6 ເດືອນຕົ້ນປີ 2026 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 11,870,095,757 ກີບ (ເທົ່າກັບ 54.64% ຂອງແຜນການປີ). ດ້ານກະສິກໍາ, ສາມາດຜະລິດເຂົ້ານາປີໄດ້ 40,092 ໂຕນ, ເຂົ້ານາແຊງ 1,368.42 ໂຕນ ແລະ ປູກພືດລະດູແລ້ງ 11,903.10 ໂຕນ, ທັງມີການຂະຫຍາຍຕົວຂອງພືດອຸດສາຫະກໍາ ເຊັ່ນ: ຢາງພາລາ ແລະ ມັນຕົ້ນ. ດ້ານການຄ້າ-ບໍລິການ, ມີຕະຫຼາດ 10 ແຫ່ງ ແລະ ຕົວເລກຈໍລະຈອນຂາຍຍ່ອຍເພີ່ມຂຶ້ນ 28.97%. ພ້ອມດຽວກັນນີ້, ຄະນະໄດ້ເກັບກໍາຂໍ້ມູນການສ້າງເສດຖະກິດການລ້ຽງປາຈາກບ້ານປາກບຶງ ແລະໄດ້ຮັບຟັງການລາຍງານກ່ຽວກັບການຄຸ້ມຄອງບໍລິຫານດ່ານສາກົນຂົວມິດຕະພາບ 5 ເຊິ່ງເຮັດໜ້າທີ່ບໍລິຫານ, ອໍານວຍຄວາມສະດວກດ້ານການຂົນສົ່ງ ແລະ ນັກທ່ອງທ່ຽວ. ຮອດວັນທີ 18 ສິງຫາ 2026, ດ່ານດັ່ງກ່າວສາມາດຈັດເກັບລາຍຮັບພາສີໄດ້ 362.87 ຕື້ກວ່າກີບ (78.37% ຂອງແຜນປີ) ແລະ ລາຍຮັບຈາກການນໍາເຂົ້ານໍ້າມັນເຊື້ອໄຟໄດ້ 337.44 ຕື້ກວ່າກີບ. ດ້ານວັດທະນະທໍາ-ການທ່ອງທ່ຽວ, ເມືອງປາກຊັນ ໄດ້ສົ່ງເສີມຜະລິດຕະພັນທ້ອງຖິ່ນ ເຊັ່ນ: ປາແດກສາມດາວ (ສິນຄ້າ ODOP) ແລະ ນໍ້າແຈ່ວນາງອ້ອຍ ບ້ານໂພສີ. ຈາກການເຄື່ອນໄຫວຄັ້ງນີ້, ນັກສໍາມະນາກອນ ໄດ້ຖອດຖອນບົດຮຽນສໍາຄັນກ່ຽວກັບການຊີ້ນໍາ-ນໍາພາຢ່າງໃກ້ຊິດຕິດແທດ, ການຊຸກຍູ້ເສດຖະກິດກຸ້ມຕົນເອງ ແລະການສົ່ງເສີມຜະລິດຕະພັນທ້ອງຖິ່ນ. ພ້ອມນີ້, ໄດ້ມີຂໍ້ສະເໜີຕໍ່ແຂວງ, ເມືອງ, ຄະນະຮັບຜິດຊອບ ແລະນັກສຶກສາດ້ວຍກັນ ໃນການດັດສົມງົບປະມານ, ປັບປຸງໂຄງຮ່າງພື້ນຖານ, ສົ່ງເສີມສິນຄ້າ ODOP ແລະນໍາເອົາບົດຮຽນທິດສະດີຕິດພັນກັບພາກປະຕິບັດຕົວຈິງໄປຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ເກີດຜົນປະໂຫຍດສູງສຸດ.