Select your language

ໃນຕອນເຊົ້າ ວັນທີ 25 ກັນຍາ 2026 ຜ່ານມານີ້, ທ່ານ ນາງ ເສິນ ອີ້ຈຸນ ຄະນະປະຈໍາພັກ, ຫົວໜ້າຄະນະໂຄສະນາ ເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ພ້ອມດ້ວຍຄະນະ ມາຢ້ຽມຢາມສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ(ມຊ); ໂດຍມີທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ດ້າຍ ລັດຕະນະໄພວັນ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງສຶກສາທິການ ແລະ ກີລາ, ທ່ານ ນາງ ສົມສະນິດ ແກ້ວດວງດີ ປະທານສະມາຄົມ 67 ຊ່ວຍເຫຼືອກັນ ແລະ ກັນພັດທະນາສັງຄົມ, ທ່ານ ຄໍາຮຸ່ງ ຈັນທະວົງ ຫົວໜ້າສະຖາບັນຂົງຈື ຝ່າຍລາວ ແລະ ທ່ານ ເຝິງກວາງຫົວ ຫົວໜ້າສະຖາບັນຂົງຈື ຝ່າຍຈີນ, ພ້ອມດ້ວຍຄະນະກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໃນໂອກາດນີ້ ທ່ານ ຄໍາຮຸ່ງ ຈັນທະວົງ ໄດ້ນໍາພາ ທ່ານ ນາງ ເສິນ ອີ້ຈຸນ ພ້ອມຄະນະ ຢ້ຽມຊົມຜົນງານຂອງສະຖາບັນ ແລະຊົມການສະແດງສິລະປະຈີນຂອງນັກສຶກສາສະຖາບັນຂົງຈືເຊັ່ນ: ການຊົງຊາຈີນ, ການຂຽນຕົວໜັງສືຈີນ ແລະ ການສະແດງຕີໄມ້ໄຜ່ (Beijing Kuaiban) ເຊິ່ງໄດ້ຮັບການຕີລາຄາສູງ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຕໍ່ການສະແດງຂອງນັກສຶກສາ ສະຖາບັນຂົງຈື ທີ່ສາມາດສະແດງສິລະປະຈີນ ແລະ ເວົ້າເກັ່ງຄືກັບຄົນຈີນ, ນີ້ມັນສະແດງໃຫ້ເຫັນເຖິງການຮຽນ-ການສອນທີ່ສະຖາບັນຂົງຈືແມ່ນມີມາດຕະຖານສູງ ແລະ ນ້ອງນັກສຶກສາກໍຕັ້ງໃຈສຶກສາຮໍ່າຮຽນ. ທ່ານ ນາງ ເສິນ ອີ້ຈຸນ ໄດ້ໂອ້ລົມຕໍ່ພະນັກງານຄູອາຈານຈີນ ແລະ ນັກສຶກສາເນື່ອງໃນໂອກາດມາຢ້ຽມຢາມ ແລະ ອວຍພອນໃນໂອກາດບຸນໄຫວ້ພະຈັນຂອງຈີນເຊິ່ງກໍແມ່ນວັນທີ 25 ກັນຍາ ເຊັ່ນກັນ. ຈາກນັ້ນ, ທ່ານ ນາງ ເສິນອີ້ຈຸນ ກໍໄດ້ພົບປະສອງຝ່າຍກັບ ທ່ານ ຮສ.ປອ. ສິນທະວອນ ດາລາວົງ ພ້ອມດ້ວຍຄະນະ, ເຊິ່ງທັງສອງຝ່າຍເຫັນດີເອກະພາບໃນການສົ່ງເສີມການສ້າງໂຄງຮ່າງຫຼັກສູດຮ່ວມກັນ, ການສືບຕໍ່ໃຫ້ທຶນການສຶກສາ ແກ່ມະຫາວິທະຍາໄລແຫ່ງຊາດ ແລະ ສະໜັບສະໜູນການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ໂດຍສະເພາະໃນຂົງເຂດ “ພາສາຈີນ+” ເຊັ່ນ: ພາສາຈີນ+AI, ພາສາຈີນ+ກະເສດ, ພາສາຈີນ+ເຕັກນິກ ແລະອື່ນໆ. ໃນຕອນທ້າຍ ທັງສອງຝ່າຍໄດ້ເຂົ້າຮ່ວມກິດຈະກໍາການສົນທະນາແລກປ່ຽນຊາວໜຸ່ມ ລາວ-ຈີນ(ກວາງຊີ) ໃນຫົວຂໍ້ “ການສືບສານມິດຕະພາບລາວ-ຈີນ ແລະ ການນໍາໃຊ້ AI ເຂົ້າໃນຊີວິດປະຈໍາວັນ ແລະ ວຽກງານຂອງຊາວໜຸ່ມ ລາວ-ຈີນ”, ເຊິ່ງກ່າວເປີດໂດຍທ່ານ ຮສ.ປອ. ສິນທະວອນ ດາລາວົງ, ທ່ານ ນາງ ເສິນອີ້ຈຸນ, ທ່ານ ເຕີງລີ້ສຽງ ທີ່ປຶກສາທູດສຶກສາ ແລະ ທ່ານ ນາງ ສົມສະນິດ ແກ້ວດວງດີ ໄດ້ຂຶ້ນມາແບ່ງປັນປະສົບການໃນຕອນຮໍ່າຮຽນທີ່ໂຮງຮຽນ 67 ທີ່ນານນິງສະໄໝຍັງນ້ອຍ. ເຊິ່ງກິດຈະກໍາດັ່ງກ່າວມີຄູອາຈານ ແລະ ນັກສຶກສາສະຖາບັນຂົງຈືເຂົ້າຮ່ວມແລກປ່ຽນ, ເຊິ່ງໄດ້ມີການຖ່າຍທອດຈາກໂທລະພາບແຫ່ງຊາດລາວ ແລະ ໂທລະພາບກວາງຊີ ສປ ຈີນ.